Friday, November 7, 2025
Kbank Laos โอน รับ จ่าย

ຮອງຫົວໜ້າຫ້ອງວ່າການກະຊວງ ເນັ້ນໃຫ້ຊາວໜຸ່ມຫ້ອງວ່າການເອົາໃຈໃສ່ຫຼາຍບັນຫາ

ໃນໂອກາດເຂົ້າຮ່ວມເປັນປະ ທານກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວຫ້ອງວ່າການກະ ຊວງປ້ອງກັນປະເທດຄັ້ງທີ V , ສະຫາຍ ພົນຈັດຕະວາ ບຸນທອນ ສິດສຸວົງ ຄະນະພັກອົງການ, ຮອງຫົວໜ້າ ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ເນັ້ນໜັກໃຫ້ຄະນະ ຊາວໜຸ່ມຫ້ອງວ່າການກະຊວງ ແຕ່ລະຂັ້ນ, ຕ້ອງຕັ້ງໜ້າປັບປຸງ ການຈັດຕັ້ງຊາວໜຸຸ່ມໃຫ້ໜັກ ແໜ້ນເຂັ້ມແຂງ, ຕັ້ງໜ້າເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດ ແລະ ມີລະບຽບວິໄນ ເຂັ້ມງວດ, ເປັນຕົ້ນແມ່ນເພີ່ມຄວາມຮູ້ຄວາມສາມາດໃນການ ນໍາພາ, ສຶກສາອົບຮົມຊາວໜຸ່ມໃຫ້ ເປັນແບບຢ່າງນໍາໜ້າ,ມີລັກສະ ນະມະຫາຊົນຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ເພີ່ມທະວີເຮັດໃຫ້ ຊາວຫນຸ່ມເປັນບ່ອນອີງທີ່ເຊື່ອ ຖືໄດ້ໃນການຈັດຕັ້ງນໍາພາແລະ ເຊື່ອຖືໄດ້ຂອງພັກ-ລັດ, ກາຍ ເປັນກໍາລັງນໍາໜ້າ, ກໍາລັງປະ ຈັນບານໃຫ້ສົມກັບຄໍາສອນຂອງ ປະທານ ໄກສອນ ພົມວິຫານ ເວົ້າວ່າ:

ຊາວໜຸ່ມປຽບເໝືອນ ສິນ ໄຊ, ແຫ່ງຍຸກສະໄໝທີ່ບໍ່ຫວັ່ນ ໄຫວຕໍ່ພະຍຸລົມແດງ” ຕັ້ງໜ້າ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງວາງອອກ, ຕິດພັນກັບ ການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃຫ້ຟົດຟື້ນ ແຂງແຮງກ່ວາເກົ່າພ້ອມກັນ ເຊີດຊູຈິດໃຈເພິ່ງຕົນເອງ, ເປັນເຈົ້າຕົນເອງສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສ້າງກົມກອງໃຫ້ ຈະເລີນກ້າວໜ້າ, ເຂັ້ມແຂງເພື່ອ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໃນໂອກາດດຳເນີນກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວຫ້ອງ ວ່າການກະຊວງປ້ອງກັນປະເທດ ຄັ້ງທີ V ຄັ້ງນີ້ ສະຫາຍ ພັນໂທ ສຸກັນ ພົງພັນຈິດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງຫ້ອງ ວ່າການກະຊວງປ້ອງກັນປະເທດ ໄດ້ຕີລາຄາຄືນບົດບາດການນໍາພາຂອງຄະນະຊາວໜຸ່ມຕໍ່ຂົງເຂດວຽກງານຕ່າງໆ.

ໂດຍໄດ້ຍົກໃຫ້ເຫັນຜົນງານທີເປັນພື້ນຖານ ແລະ ພ້ອມກັນຍາດມາໄດ້ໃນໄລຍະ 5 ປີຜ່ານມາເປັນຕົ້ນແມ່ນໄດ້ຖືສຳ ຄັນຕໍ່ວຽກງານສືກສາອົບຮົມການເມືອງນຳພາແນວຄິດໃຫັພະນັກງານສະມາຊີກຊາວໜຸ່ມໃນທົ່ວຫ້ອງວ່າການກະຊວງມີແນວ ຄິດອຸ່ນອຽ່ນທຸນທ່ຽງເຊື່ອໜັ້ນ ຕໍ່ການນໍາພາຂອງພັກ-ລັດ ແລະ ປະກອບສ່ວນເຮັດໜ້າທີ່ການ ເມືອງຂອງກົມກອງໂດຍປີ່ນອ້ອມ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຕິດພັນກັບການປັບປຸງ ກໍ່ສ້າງພັກໃຫັມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳຂອງພັກ ແລະ ຂະບວນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 4 ບຸກ.

ເຊິ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ການຈັດຕັ້ງຊາວໜຸ່ມຂັ້ນພະແນກ ໄດ້ຮັບການຍ້ອງຍໍນາມມະຍົດ 4 ບຸກ 1 ໃບກວມເອົາ 100%, ຂັ້ນຄະ ນະບໍລິຫານງານ 3 ໃບກວມເອົາ 100%, ຂັ້ນໜ່ວຍຊາວໜຸ່ມ 4 ບຸກ ມີ 33 ໜ່ວຍກວມເອົາ 84,61%, ຍ້ອງຍໍຈາກສູນກາງ 6 ໜ່ວຍ ກວມເອົາ 10,25%, ໄດ້ຮັບການຍ້ອງຍໍລວມໝູ່ 9 ໜ່ວຍ, ຊົມເຊີຍ ລວມໜູ່ 5 ໜ່ວຍ, ຍ້ອງຍໍບຸກຄົນ ຈາກສູນກາງຊາວໜຸ່ມ ແລະ ຄະ ນະພັກຂັ້ນເທິງ 501 ສະຫາຍ, ຊົມເຊີຍບຸກຄົນຈາກສູນກາງ ຊາວ ໜຸ່ມ ແລະ ຄະນະພັກຂັ້ນເທິງ 421 ສະຫາຍ, ໄດ້ຮັບຫຼຽນໄຊປະເພດ ຕ່າງໆຈຳນວນ 386 ສະຫາຍ ໄດ້ຮັບໃບຍ້ອງຍໍປະເພດຕ່າງໆ ອີກຈຳນວນໜຶ່ງ.

ຈາກນັ້ນໃນ ພິທີກໍໄດ້ຈັດຕັ້ງມອບ-ຮັບໃບນາມ ມະຍົດ 4 ບຸກໃຫ້ການຈັດຕັ້ງຊາວ ໜຸ່ມ ແລະ ມອບໃບຍ້ອງຍໍໃຫ້ ຄອບຄົວຕົວແບບຢ່າງສົມກຽດ.

ແຫຼ່ງຂໍ້ມູນ: ໂດຍ: ເພັດ ສົມນໍວັນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.