ເປີດສູນເຝິກອົບຮົມ ລາວ-ຈີນ ດ້ານອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ

ພິ­ທີ​ໄຂ​ສູນ​ເຝິກ­ອົບ­ຮົມ ລາວ-ຈີນ ດ້ານ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ ແລະ ໄຂ​ເຝິກ­ອົບ­ຮົມ​ຄູ​ກ່ຽວ​ກັບ​ວິ­ຊາ​ການ​ນຳ​ທ່ຽວ ຈັດ​ຂຶ້ນຢູ່​ສູນ​ພັດ­ທະ­ນາ​ຄູ​ອາ­ຊີ­ວະ​ສຶກ​ສາ ໂດຍ​ມີ​ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈັກ ຫົວ­ໜ້າ​ຄະ­ນະ​ພົວ­ພັນ​ຕ່າງ­ປະ­ເທດ​ສູນ​ກາງ​ພັກ ທ່ານ ກອງ​ສີ ແສງ​ມະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ວັນ​ກຸຍ​ຊູ ຮອງ​ຫົວ­ໜ້າ​ພະ­ແນກ­ການ​ສຶກ​ສາ​ແຂວງ​ຫູ​ໜານ ສປ ຈີນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ໜູ​ພັນ ອຸດ​ສາ ຫົວ­ໜ້າ​ກົມ​ອາ­ຊີ­ວະ ກະ­ຊວງ ສສກ ກ່າວ​ວ່າ:

ການ​ໄຂ​ສູນ ແລະ ເຝິກ­ອົບ­ຮົມ​ຄັ້ງ​ນີ້ ແມ່ນ​ການ​ຮ່ວມ​ມື​ລະ­ຫວ່າງ​ສະ​ຖາ​ບັນ​ພັດ­ທະ­ນາ​ອາ­ຊີ­ວະ​ສຶກ​ສາ ສປປ ລາວ ແລະ ວິ­ທະ­ຍາ­ໄລ​ເຕັກ­ນິກ​ກິດ­ຈະ­ກຳ​ພົນ​ລະ​ເຮືອນ​ຊາງ​ຊາ ແຂວງ​ຫູ​ໜານ ສປ ຈີນ ເຊິ່ງ​ໄດ້​ລົງ​ນາມ​ບົດ​ບັນ­ທຶກ​ການ​ຮ່ວມ​ມື ໃນ​ປີ 2018 ຈາກ​ນັ້ນ ສອງ​ຝ່າຍ​ກໍ​ໄດ້​ວາງ​ແຜນ​ພັດ­ທະ­ນາ​ສູນ​ເຝິກ ອົບ­ຮົມ ລາວ-ຈີນ ດ້ານ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ເຂົ້າ​ສູ່​ລວງ​ເລິກ ພ້ອມ​ທັງ​ໄດ້​ຮ່ວມ​ກັນ​ໄຂ​ສູນ​ເຝິກ­ອົບ­ຮົມ​ຢູ່​ວິ­ທະ­ຍາ­ໄລ​ເຕັກ­ນິກ​ກິດ­ຈະ­ກຳ​ພົນ​ລະ​ເຮືອນ​ຊາງ​ຊາ ໃນ​ເດືອນ​ເມ­ສາ 2019 ແລະ ໄຂ​ເຝິກ­ອົບ­ຮົມ​ໃຫ້​ຄູ​ສອນ​ອາ­ຊີ­ວະ​ສຶກ​ສາ​ຂອງ​ລາວ 14 ຄົນ ສາ­ຂາ​ວິ­ຊາ ເມ​ກາ​ໂຕຣ​ນິກ ແລະ ຄັ້ງ​ນີ້​ກໍ​ໄດ້​ໄຂ​ສູນ​ເຝິກ­ອົບ­ຮົມ ລາວ-ຈີນ ດ້ານ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ ແລະ ໄຂ​ເຝິກ­ອົບ­ຮົມ​ຄູ​ກ່ຽວ​ກັບ​ວິ­ຊາ​ການ​ນຳ​ທ່ຽວ ໂດຍ​ມີ​ສຳ​ມະ​ນາ​ກອນ 24 ຄົນ ໄລ­ຍະ​ເຝິກ­ອົບ­ຮົມ 10 ວັນ ຮູບ​ແບບ​ການ​ຮ່ວມ​ມື ແລະ ກິດ­ຈະ­ກຳ​ຂອງ​ທັງ​ສອງ​ສະ​ຖາ​ບັນ ແມ່ນ​ມີ​ຄວາມ​ໝາຍ​ສຳ­ຄັນ​ຫຼາຍ​ຕໍ່​ການ​ພັດ­ທະ­ນາ​ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ຂອງ ສປປ ລາວ ທັງ​ເປັນ​ການ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ “ໜຶ່ງ​ແລວ ໜຶ່ງ​ເສັ້ນ­ທາງ” ຂອງ​ປະ­ທານ ສີ ຈິ້ນ​ຜິງ ເລ­ຂາ­ທິ­ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ ການ​ຮ່ວມ​ມື​ຄັ້ງ​ນີ້​ຈະ​ເປັນ​ການ​ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ເວົ້າ​ສະ­ເພາະ ການ​ພັດ­ທະ­ນາ​ກໍ່­ສ້າງ ແລະ ບຳ­ລຸງ​ຄູ​ອາ­ຊີ­ວະ​ສຶກ​ສາ ແລະ ການ​ພັດ­ທະ­ນາ​ທັກ​ສະ ສີ­ມື​ແກ່​ແຮງ​ງານ​ລາວ​ໃຫ້​ສາ­ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ນັບ​ມື້​ດີ​ຂຶ້ນ.

ທ່ານ ວັນ​ກຸຍ​ຊູ ກ່າວ​ວ່າ:

ສູນ​ເຝິກ­ອົບ­ຮົມ ລາວ-ຈີນ ດ້ານ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ ແລະ ໄຂ​ເຝິກ​ອົບ ຮົມ​ຄູ​ກ່ຽວ​ກັບ​ວິ­ຊາ​ການ​ນຳ​ທ່ຽວ ມີ​ຄວາມ​ໝາຍ​ສຳ­ຄັນ​ຍິ່ງ​ຕໍ່​ການ​ເພີ່ມ​ທະ­ວີ​ຄວາມ​ເຂົ້າ­ໃຈ​ກັນ ການ​ຮ່ວມ​ມື​ແລກ­ປ່ຽນ ແລະ ສົ່ງ ເສີມ​ພັດ­ທະ­ນາ​ຮ່ວມ​ກັນ ຫູ​ໜານ ເປັນ​ແຂວງ​ໜຶ່ງ​ທີ່​ມີ​ພົນ­ລະ­ເມືອງ​ຫຼາຍ ວັດ­ທະ­ນະ­ທຳ​ຂອງ​ຫູ​ໜານ​ເຂັ້ມ­ແຂງ ແລະ ເລິກ­ເຊິ່ງ.

ໄລ­ຍະ​ຜ່ານ​ມາ ແຂວງ​ຫູ​ໜານ​ໄດ້​ຢຶດ​ໝັ້ນ​ພັດ­ທະ­ນາ​ການ​ສຶກ​ສາ​ເປັນ​ບຸ­ລິ­ມະ­ສິດ ໂສມ​ໜ້າ­ການ​ສຶກ​ສາ​ໄດ້​ປ່ຽນ­ແປງ​ຢ່າງ​ພິກ​ຟ້າ​ຂວ້າມ​ແຜ່ນ­ດິນ ການ​ພັດ­ທະ­ນາ​ພາ­ລະ­ກິດ​ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ­ຮອບ­ດ້ານ ແລະ ມີ​ລັກ­ສະ­ນະ​ປະ­ດິດ​ສ້າງ ບັນ­ລຸ​ແບບ​ກ້າວ​ກະ­ໂດດ ປີ 2018 ຫູ​ໜານ ມີ​ວິ­ທະ­ຍາ­ໄລ​ທຸກ​ລະ­ດັບ 27.000 ກວ່າ​ແຫ່ງ ຄູ-ອາ­ຈານ 937.000 ຄົນ ນັກ​ສຶກ​ສາ 13.501.000 ຄົນ ຂະ­ໜາດ​ລວມ​ການ​ສຶກ​ສາ​ເປັນ​ອັນ​ດັບ 7 ແລະ ລະ­ດັບ​ການ​ພັດ­ທະ­ນາ​ແບບ​ລວມ​ເປັນ​ອັນ​ດັບ​ແຖວ​ໜ້າ​ໃນ​ທົ່ວ​ປະ­ເທດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...