ຊົມເຊີຍ! ເຮຍເກຍໄດ້ຮັບລາງວັນ ນັກພັດທະນາດີເດັ່ນອາຊຽນ ປະຈຳ ສປປ ລາວ 2019

ປັດຈຸບັນມີບັນດານັກທຸລະກິດ, ນັກພັດທະນາ, ຜູ້ປະກອບການ ໄດ້ໃຫ້ຄວາມສໍາຄັນຕໍ່ການປະກອບສ່ວນໃນວຽກງານການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ໃນປະເທດ.

ທ່ານ ເກຍ ອູ໊ສິດທິເດດເຈົ້າຂອງໂຮງງານນ້ໍາດື່ມ ແລະ ນ້ໍາກ້ອນໂລມາຄໍາ, ຜູ້ທີ່ໄດ້ຮັບນາມມະຍົດ “ນັກພັດທະນາດີເດັ່ນແຫ່ງຊາດ”

ແລະໃນມໍ່ໆມານີ້, ເຮຍເກຍໄດ້ຮັບລາງວັນ ນັກພັດທະນາດີເດັ່ນອາຊຽນ ປະຈຳ ສປປ ລາວ 2019 ໃນສາຂາ SME Excellence Award – Corporate Social Responsibility.

ຈັດຂຶ້ນທີ່ໂຮງແຮມ Crown Plaza Vientiane ໃນເວລາ 17:30-20:00 ຂອງວັນທີ 04 ກັນຍາ 2019.

ແລະໃນງານດັ່ງກ່າວຍັງມີບັນດານັກທຸລະກິດແລະຜູ້ປະກອບການຫຼາຍທ່ານທີ່ໄດ້ຮັບລາງວັນແຕ່ລະສາຂາລວມ 18 ລາງວັນ

ແຫຼ່ງຂໍ້ມູນ: Una Studio – ຢູ່ນາສະຕູດິໂອ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...