ສຳມະນາກອນສື່ຈາກລາວ ແລກປ່ຽນບົດຮຽນ ຢູ່ໜັງສືພິມຜູ້ແທນປະຊາຊົນ ຫວຽດນາມ

ບັນດາສຳມະນາກອນສື່ຈາກລາວ ໃນຊຸດຝຶກອົບຮົມບົດຮຽນການຄຸ້ມຄອງສື່ມວນຊົນຢູ່ຫວຽດນາມ ຈຳນວນ 17 ຄົນ, ນຳໂດຍທ່ານ ທອງວັນ ບຸນບົວທອງ ຮອງຜູ້ອຳນວຍການສະຖານີໂທລະພາບແຫ່ງຊາດລາວ ໄດ້ໄປຢ້ຽມຢາມແລກປ່ຽນບົດຮຽນ ຢູ່ສຳນັກງານໜັງສືພິມຜູ້ແທນປະຊາຊົນ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂດ໊ ຈີ ເຫງຍ ບັນນາທິການໃຫຍ່ ໜັງສືພິມຜູ້ແທນປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ.

ທ່ານ ໂດ໊ຈີເຫງຍ ແຈ້ງໃຫ້ຊາບວ່າ:

ໜັງສືພິມຜູ້ແທນປະຊາຊົນຫວຽດນາມ ເນັ້ນໜັກໃສ່ໂຄສະນາເຜີຍແຜ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາທ້ອງຖິ່ນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ລວມທັງການພັດທະນາເສດຖະກິດ-ສັງຄົມ(ຫວຽດນາມ ແລະຕ່າງປະເທດ), ລົງເລິກເຫດການພົ້ນເດັ່ນໃນການເຄື່ອນໄຫວໃນຂົງເຂດນິຕິບັນຍັດ.

ທ່າມກາງສະພາບແຫ່ງການຫັນປ່ຽນຢ່າງກະໂດດຂັ້ນຂອງສື່ອອນລາຍ ໃນຊຸມປີມໍ່ມານີ້ ອັນໄດ້ເຮັດໃຫ້ການພິມຈໍາໜ່າຍໜັງສືພິມເຈ້ຍຢູ່ໃນໂລກນັບມື້ຫລຸດລົງນັ້ນ, ແຕ່ໜັງສືພິມຜູ້ແທນປະຊາຊົນຫວຽດນາມ ຍັງສາມາດຮັກ ສາລະດັບຈຳນວນການພິມຈຳໜ່າຍ ແລະ ການໂຄສະນາ ໄດ້ເປັນຢ່າງດີ ບໍມີການປ່ຽນແປງ ເຊິ່ງປັດໄຈສຳຄັນແມ່ນການປັບຕົວ ຫັນປ່ຽນດ້ານເນື້ອໃນ ທີ່ສາມາດດຶງດູດຜູ້ອ່ານກຸ່ມເປົ້າໝາຍໄດ້, ພ້ອມທັງນໍາໃຊ້ຊ່ອງທາງ ການເຜີຍແຜ່ຜ່ານສື່ເອເລັກໂຕຣນິກ ສະໜັບສະໜູນໄດ້ຢ່າງສອດຄ່ອງ.

ໜັງສືພິມຜູ້ແທນປະຊາຊົນຫວຽດນາມ ພັດທະນາຍົກລະດັບມາຈາກວາລະສານຜູ້ແທນປະຊາຊົນ ທີ່ເລີ່ມພິມຈຳໜ່າຍນັບແຕ່ປີ 1988 , ຮອດປີ 2002 ໄດ້ຫັນມາເປັນ ໜັງສືພິມລາຍອາທິດ ແລະເລີ່ມພິມຈໍາໜ່າຍເປັນລາຍວັນໃນປີ 2006, ພ້ອມທັງໄດ້ສ້າງເປັນໜັງສືພິມເອເລັກໂຕນິກ ຄຽງຄູ່ກັນຕື່ມອີກ.

ປັດຈຸບັນ ສຳນັກງານໜັງສືພິມຜູ້ແທນປະຊາຊົນ ຫວຽດນາມ ມີພະນັກງານທັງໝົດ 100 ກວ່າຄົນ, ພິມຈຳໜາຍໜັງສືພິມ 25.000 ສະບັບຕໍ່ວັນ . ພ້ອມກັນນີ້ ຍັງໄດ້ຮັບສິດໃນການພິມຈຳໜ່າຍໜັງສືພິມລາຍອາທິດສະບັບພິເສດ ເພື່ອໃຫ້ປະຊາຊົນ ຄົນຊົນເຜົ່າສ່ວນນ້ອຍ ຢູ່ເຂດພູດອຍຫ່າງໄກສອກຫລີກ ໄດ້ອ່ານລ້າ ຕາມນະໂຍບາຍຂອງລັດຖະບານຫວຽດນາມ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...