ນັກສຶກສາ ມຊ ຈາກ 2 ຄະນະ ຄວ້າລາງວັນ HONDA-YES Award ປະຈຳປີ 2019

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຮ່ວມກັບອົງການໄຈກາ ປະຈຳລາວ ແລະມູນນິທິຮອນດາ ໄດ້ຈັດພິທີມອບ-ຮັບ ລາງວັນຮອນດາສຳລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ (HONDA YES Award) ປະຈຳປີ 2019.

ຂຶ້ນທີ່ຫ້ອງປະຊຸມຂອງສະຖາບັນ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິ ການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ເກອິໂຊະ ທາເກວະກະ (KeizoTAKEWAKA) ເອກອັກຄະລັດ ຖະທູດ ຍີ່ປຸ່ນປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະກີລາ, ມູນນິທິຮອນດາ, ຄະນະວິຊາ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.

ການຈັດພີທີມອບ-ຮັບລາງວັນໃນຄັ້ງນີ້ ແມ່ນໄດ້ມອບລາງວັນໃຫ້ແກ່ 2 ນັກສຶກສາຄື: ທ້າວ ກິສັນ ຈັນທີ ນັກສຶກສາປີທີ 3 ຈາກພາກວິຊາວິສະວະກຳໂຍທາ ຄະນະວິສະວະກຳສາດ ແລະທ້າວ ກົ້ງ ເຮີ່ ນັກສຶກສາປີທີ 4 ຈາກພາກວິຊາຟີຊິກສາດ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ເຊິ່ງທັງສອງນ້ອງແມ່ນຜູ້ທີ່ຜ່ານການຄັດເລືອກໃນແຕ່ລະຂັ້ນຕອນຈົນໄດ້ຮັບລາງວັນ;

ພ້ອມທັງໄດ້ຮັບຫຼຽນລາງວັນ, ໃບຢັ້ງຢືນ ແລະທຶນການສຶກສາ ຈໍານວນເງິນຜູ້ລະ 3,000 ໂດລາສະຫະລັດ ເຊິ່ງເປັນກຽດມອບລາງວັນອັນຊົງຄຸນຄ່າໃນຄັ້ງນີ້ໂດຍ ທ່ານ ດຣ. ມິດຊູໂນບຸ ກາໂນະ (Mitsunobu KANO) ຜູ້ອຳນວຍການຝ່າຍຈັດການມູນນິທິຮອນດາ.

ໂຄງການລາງວັນຮອນດາ ເປັນອີກໜຶ່ງໂຄງການທີ່ໄດ້ເປີດໂອກາດໃຫ້ແກ່ນັກສຶກສາທີ່ກຳລັງສຶກສາຢູ່ໃນ ມະຫາວິທະຍາໄລແຫ່ງຊາດ ໄດ້ມີເວທີສະແດງຄວາມຮູ້, ຄວາມສາມາດ ແລະແນວຄວາມຄິດຂອງຕົນໃນການພັດທະ ນາສ້າງປະເທດຊາດ ໂດຍທາງມູນນິທິໄດ້ມີການປະກາດຮັບສະໝັກເອົານັກສືກສາຜູ້ທີ່ມີຄວາມສົນໃຈ ແລ້ວດຳ ເນີນການຄັດເລືອກຕາມຂັ້ນຕອນໂດຍມີຄະນະກຳມະການຄັດເລືອກສະເພາະ.

ເຊິ່ງໃນປີນີ້ມີນັກສຶກສາສະໝັກເຂົ້າຮ່ວມທັງໝົດ 167 ຄົນ, ຍິງ 54​ ຄົນ ໃນ 3 ຄະນະວິຊາຄື:

ຄະນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ ແລະຄະນະຊັບພະຍາກອນນໍ້າ; ສຳລັບ ສປປ ລາວ ແມ່ນໄດ້ລິເລີ່ມໂຄງການມາແຕ່ປີ 2008 ພ້ອມໆກັບປະເທດກຳປູເຈຍ ແລະປະເທດມຽນມາ ແລະມີນັກສຶກສາທີ່ເຄີຍໄດ້ຮັບລາງວັນມາແລ້ວທັງໝົດ 10 ຄົນ ຍິງ 7 ຄົນ.

ແຫຼ່ງຂໍ້ມູນ: ເວບໄຊ ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...