Saturday, November 8, 2025
Kbank Laos โอน รับ จ่าย

ໄອຍະການນະຄອນຫລວງວຽງຈັນ ສັ່ງຟ້ອງ “ວິສະວະກອນໄທ” ຂໍ້ຫາບົກຜ່ອງໃນການປະຕິບັດຫນ້າທີ່

ຮູບພາບຈາກ: ໜັງສືພິມໄທລັດ

ໄອຍະການເຂດນະຄອນຫລວງວຽງຈັນ ສັ່ງຟ້ອງວິສະວະກອນໄທ ທີ່ຈັບກຸມມາກວ່າ 11 ເດືອນ ຂໍ້ຫາໃນການສໍ້ໂກງຊັບພົນລະເມືອງ ໂດຍປ່ຽນຂໍ້ຫາໃຫມ່ ເປັນຄວາມຜິດໃນການບົກຜ່ອງ ໃນການປະຕິບັດຫນ້າທີ່ ເຮັດໃຫ້ເສຍຫາຍ ເຊິ່ງສານໄດ້ຮັບເລື່ອງໄວ້ແລ້ວ.

ຈາກກໍລະນີທີ່ເຈົ້າຫນ້າທີ່ ຕ.ມ ລາວ ຈັບກຸມ ທ້າວ ກິດຕິເດດ ສິດທິ ອາຍຸ 48 ປີ ວິສະວະກອນໄທທີ່ມາເຮັດວຽກກັບ ບໍລິສັດພົງຊັບທະວີ ໃນສປປ.ລາວ ຂໍ້ຫາສໍ້ໂກງຊັບພົນລະເມືອງ ເມື່ອວັນທີ 20 ຕຸລາ 2018 ແລະຄວບຄຸມຕົວໄວ້ ເປັນເວລາ 11 ເດືອນ ລະຫວ່າງຢູ່ໃນຂັ້ນຕອນຊັ້ນໄອຍະການ ເຊິ່ງມີອຳນາດຄວບຄຸມຕົວໄວ້ໄດ້ 1 ປີ.

ຄວາມຄືບຫນ້າໃນເລື່ອງນີ້ ຫນັງສືພິມໄທລັດ ສະເຫນີຂ່າວລາຍງານຂອງ ກະຊວງການຕ່າງປະເທດຂອງໄທວ່າ ໃນຂະນະນີ້ໄອຍະການເຂດໃນນະຄອນຫລວງວຽງຈັນ ໄດ້ສັ່ງຟ້ອງ ທ້າວ ກິດຕິເດດ ວິສະວະກອນໄທແລ້ວ ເມື່ອເດືອນກັນຍາຜ່ານມາ ໂດຍປ່ຽນຈາກຂໍ້ຫາສໍ້ໂກງຊັບພົນລະເມືອງ ເປັນຂໍ້ຫາໃຫມ່ຄື ຄວາມຜິດໃນຂໍ້ຫາບົກຜ່ອງໃນການປະຕິບັດຫນ້າທີ່ ເຮັດໃຫ້ມີຄວາມເສຍຫາຍ ໂດຍສານໄດ້ຮັບເລື່ອງໄວ້ແລ້ວ ເມື່ອຕົ້ນເດືອນຕຸລາ ຄາດ ວ່າຈະໃຊ້ເວລາພິຈາລະນາຄະດີ ພາຍໃນ 30 ວັນ.

ແຫຼ່ງຂໍ້ມູນ: ໜັງສືພິມໄທລັດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.