ສຸດຍອດ!!! ໂຮງຮຽນແຫ່ງທໍາອິດ ໃນ ສປປ ລາວ ຈະປາສະຈາກ ຈອກ ແລະ ທໍ່ດູດ ພລາສຕິກ ??

ມາແລ້ວ ໂຮງຮຽນທໍາອິດ ໃນ ສປປ ລາວ ສະແດງເຈດຈໍານົງ ຢ່າງໜັກແໜ້ນ ເປັນໂຮງຮຽນ ປາດສະຈາກ ຈອກ ແລະ ທໍ່ດູດ ພລາສຕິກ ໂຮງຮຽນທໍາອິດ ໃນປະເທດລາວ ??!!!

ທ່ານ ຄໍາແກ້ວ ອຸນນານົງນຸດ, ອໍານວຍການໂຮງຮຽນ ແກ້ວປັນຍາ, ເມືອງຊໍາເໜືອ ແຂວງຫົວພັນ ກ່າວວ່າ:

ທາງໂຮງຮຽນກໍາລັງດໍາເນີນການປູກຈິດສໍານຶກ ແລະ ຝຶກວິໄນ ໃຫ້ແກ່ນ້ອງໆນັກຮຽນ ແລະ ຄູອາຈານ ໃນໂຮງ ຮຽນ ໃນການປະກອບສ່ວນຮັກສາສິ່ງແວດລ້ອມ ໂດຍເລີ້ມທົດລອງໃຫ້ນັກຮຽນ ເອົາວັດຖຸ(ໄມ້ໄຜ່) ທີ່ມີຈາກທຳມະຊາດມາຜະລິດ ເປັນຈອກ ແລະ ທໍ່ດູດ ໃຫ້ຕົນເອງ

ເພື່ອຈຸດປະສົງ ໃນການຫຼຸດຜ່ອນ ການຊື້ນໍ້າ ແລະ ເຄື່ອງດື່ມ ທີ່ບັນຈຸຂວດ ພລາສຕິກ.

ໃນເບື້ອງຕົ້ນ ເຖິງແມ່ນວ່າ ມັນຈະຫຍຸ້ງຍາກແດ່ ທີ່ຈະໃຊ້ວັດຖຸທໍາມະຊາດໄມ້ໄຜ່ມາທົດແທນ ພາຊະນະປະເພດພລາສຕິກ ແຕ່ເຊື່ອແນ່ວ່ານ້ອງໆແຕ່ລະຄົນ ຈະເຫັນຄວາມສໍາຄັນ ແລະ ຄ່ອຍໆປັບປ່ຽນແນວຄິດມັກງ່າຍ ກິນງ່າຍຂອງຕົນເອງລົງ ເພື່ອໂລກທີ່ງົດງາມຂອງພວກເຮົາໃຫ້ໜ້າຢູ່ຂຶ້ນ.

ອໍານວຍການຂອງໂຮງຮຽນ ກ່າວຕື່ມອີກວ່າ ທາງໂຮງຮຽນ ຈະປະກາດ ເປັນໂຮງຮຽນ ປາດສະຈາກ ທໍ່ດູດ ແລະ ຈອກ ພລາສຕິກ ໃນກາງເດືອນ 11/2019 ນີ້ !!!

ຊົມເຊີຍ !

ແຫຼ່ງຂໍ້ມູນ: Khamkeo Ounanongnouth, ແລະ Eviron

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...