Monday, June 23, 2025
Kbank Laos โอน รับ จ่าย

ສປປ.ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມລັດຖະມົນຕີໄອຊີທີ ອາຊຽນ ຄັ້ງທີ 19 ຢ່າງຈົບງາມ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ) ໃນນາມຂອງ ສປປ ລາວ ໄດ້ຖະແຫຼງຂ່າວຜົນສໍາເລັດການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 (The 19th ASEAN Telecommunications and Information Technology Ministers Meeting –TELMIN),

ກອງປະຊຸມເຈົ້າໜ້າທີ່ ອາວຸໂສໂທລະຄົມ ອາຊຽນ ຄັ້ງທີ 20 (The 20th ASEAN Telecommunications and Information Technology Senior Officials’ Meeting – TELSOM) ແລະ ກອງປະຊຸມປິ່ນອ້ອມ ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໃຫ້ກຽດຂຶ້ນຖະແຫຼ່ງຂ່າວຜົນສໍາເລັດຂອງກອງປະຊຸມໂດຍ ທ່ານ ປອ ທັນສະໄໝ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປທສ, ໂດຍມີບັນດາແຂກທີ່ຖືກເຊີນຈາກທັງພາຍໃນ ແລະ ຕ່າງປະເທດ, ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ ໃນການຈັດກອງປະຊຸມໃນຄັ້ງນີ້, ນອກຈາກບັນດາຄະນະລັດຖະມົນຕີ 10 ປະເທດອາຊຽນເຂົ້າຮ່ວມແລ້ວ ຍັງມີຄະນະລັດຖະມົນຕີຈາກປະເທດຄື: ສປ ຈີນ, ຢີ່ປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມເພື່ອສະຫຼຸບວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການໃນຕໍ່ໜ້າ.

ໃນກອງປະຊຸມ, ບັນດາລັດຖະມົນຕີ ໄດ້ເຫັນດີ ແລະ ຮັບຮອງໃນຫຼາຍວຽກງານ ເຊັ່ນ ເຫັນດີປ່ຽນຊື່ ກອງປະຊຸມລັດຖະມົນຕີໄອຊີທີ ອາຊຽນ ມາເປັນ ກອງປະຊຸມລັດຖະມົນຕີ ດິຈິຕອນອາຊຽນ (ADGMIN) ແລະ ປ່ຽນຊື່ ກອງປະຊຸມເຈົ້າໜ້າທີ່ອາວຸໂສໂທລະຄົມອາຊຽນ ມາເປັນ ກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ (ADGSOM) ເພື່ອໃຫ້ແທດ ເໝາະກັບພາລະບົດບາດ, ສອດຄ່ອງກັບສະພາບການພັດທະນາເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ. ກອງປະຊຸມ ໄດ້ຮັບຮອງເອົາເອກະສານຂອບໜ້າວຽກຂອງ ລັດຖະມົນຕີ ດິຈິຕອນ (TOR of ADGMIN ) ແລະ ຂອບໜ້າວຽກຂອງເຈົ້າໜ້າທີ່ອາວຸໂສດິຈິຕອນ (TOR of ADGSOM) ເພື່ອນຳໄປຜັນຂະຫຍາຍ ແລະ ສົ່ງເສີມການຮ່ວມມືກັບຂະແໜງການປິ່ນອ້ອມ ແລະ ພາກສ່ວນກ່ຽວຂ້ອງໃຫ້ຫຼາຍຂື້ນ, ເຫັນດີເພິ່ມທະວີການຮ່ວມມື ເພື່ອຈັດຕັ້ງປະຕິບັດເເຜນແມ່ບົດ 2020 ໃຫ້ສຳເລັດ ແລະ ກະກຽມສ້າງແຜນແມ່ບົດ 2025ເພື່ອຂັບເຄຶ່ອນອາຊຽນໄປສູ່ຍຸກ ເສດຖະກິດ ແລະ ສັງຄົມ ດິຈິຕອນ ທີ່ມີຄວາມປອດໄພ, ຍືນຍົງ ແລະ ເປັນຊຸມຊົນນະວັດຕະກຳຂອງອາຊຽນ.

ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຮ່ວມມືວຽກງານຄຸ້ມຄອງຂໍ້ມູນຂ່າວສານດິຈິຕອນ (Digital Data Governance) ແລະ ເຫັນດີໃຫ້ສືບຕໍ່ຮ່ວມກັນຄົ້ນຄວ້າກົນໄກການແລກປ່ຽນຂໍ້ມູນຂ້າມຊາຍແດນ (Cross-Border Data Flow Mechanism) ລະຫວ່າງປະເທດສະມາຊິກອາຊຽນ, ຮັບຮອງເອົາທິດທາງຂອງອາຊຽນ ເພື່ອເພີ່ມທະວີການຮ່ວມມື ແລະ ການປັບປຸງລະບົບສາຍສົ່ງໃຕ້ທະເລ, ແລະ ຂອບການຮ່ວມມືຂອງອາຊຽນ ໃນການບໍລິການເພື່ອສັງຄົມ (USO 2.0).

ໃນໂອກາດດຽວກັນນີ້, ບັນດາລັດຖະມົນຕີຍັງໄດ້ສະແດງຄວາມຍິນດີຕໍ່ຜົນການຮ່ວມມື ລະຫວ່າງຄູ່ຮ່ວມເຈລະຈາໃນການຫັນເປັນ ເສດຖະກິດ ແລະ ສັງຄົມ ດິຈິຕອນ ໂດຍສະເພາະການສະໜັບສະໜູນຂອງ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນສົກປີຜ່ານມາ, ໂດຍສຸມໃສ່ ຂົງເຂດຍຸດທະສາດ ເຊັ່ນ: ນະວັດຕະກໍາ, ການເຊຶ່ອມຈອດ, ການພັດທະນາຊັບພະຍາກອນມະນຸດ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານ.

ທ່ານ ລັດຖະມົນຕີ ຍັງໄດ້ຢໍ້າຄືນ ຕໍ່ຄວາມມຸງໝັ້ນຂອງອາຊຽນໃນການປຶກສາຫາລື, ແລກປ່ຽນບົດຮຽນ ດ້ານນະໂຍບາຍ ແລະ ລະບຽບການ ກັບບັນດາປະເທດຄູ່ຮ່ວມເຈລະຈາ ລວມທັງການຮ່ວມມືກັບຄູ່ຮ່ວມພັດທະນາ, ຜູ້ປະກອບການພາກເອກະຊົນ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍປະຊາຄົມອາຊຽນ ແລະ ການເຕີບໂຕຂອງເສດຖະກິດ-ສັງຄົມດິຈິຕອນ.

ກອງປະຊຸມຄັ້ງຕໍ່ໄປ ປະເທດມາເລເຊຍ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີດິຈິຕອນອາຊຽນ ຄັ້ງທີ 1 ແລະ ກອງປະຊຸມປິ່ນອ້ອມ ກັບຄູ່ຮ່ວມເຈລະຈາ ແລະ ສະຫະພາບໂທລະຄົມມະນາຄົມສາກົນ ໃນປີ 2020.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.