Wednesday, March 19, 2025

ໃກ້ສຳເລັດແລ້ວ!!! ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ ລາວ-ຈີນ ຄືບ​ໜ້າ​ເກືອບ 80%

ກອງ​ປະຊຸມ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ຄັ້ງ​ທີ 7 ຈັດ​ຂຶ້ນ​ວັນ​ທີ 24 ຕຸລາ 2019 ທີ່​ຄະນະ​ກວດກາ​ສູນ​ກາງ​ພັກ ເປັນ​ປະທານ​ຂອງ​ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ ປະທານ​ອົງການ​ກວດກາ​ລັດຖະບານ ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ມີ​ທ່ານ​ລັດຖະມົນຕີ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ  ບັນດາ​ຮອງ​ລັດຖະມົນຕີ ຮອງ​ເຈົ້າ​ຄອງ ຮອງ​ເຈົ້າແຂວງ ແລະ ຂະແໜງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ສະຫຼຸບ​ຄວາມ​ຄືບ​ໜ້າ​ຂອງ​ການຈັດຕັ້ງ​ປະຕິບັດ​ໂຄງການ ເຊິ່ງ​ມາ​ຮອດ​ວັນ​ທີ 30 ກັນຍາ 2019 ແຜນ​ການຈັດຕັ້ງ​ປະຕິບັດ​ໂຄງການ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ດ້ານ​ສຳເລັດ 78,20% ຂອງ​ວຽກ​ງານ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງ​ລົດໄຟ ທຽບໃສ່​ເດືອນ​ຜ່ານ​ມາ ເພີ່ມ​ຂຶ້ນ 1,8%  ໄດ້​ລົງມື​ກໍ່ສ້າງ​ໂຄງການ​ທັງ​ໝົດ 973 ຈຸດ​ກໍ່ສ້າງ ໃນ​ນີ້ ເຈາະ​ອຸມົງ​ທັງ​ໝົດ 74 ອຸມົງ ໃນ​ຈຳນວນ​ທັງ​ໝົດ 75 ອຸມົງ.

ໃນ​ນີ້ ເຈາະ​ທະລຸ​ແລ້ວ 30 ອຸມົງ ລົງມື​ກໍ່ສ້າງ​ຂົວ 161 ແຫ່ງ ໃນ​ຈຳນວນ​ທັງ​ໝົດ 164 ແຫ່ງ ສ້າງ​ເສົາ​ຂົວ​ສຳເລັດ 1.779 ເສົາ ເທົ່າ​ກັບ 88% ຂອງ​ການ​ອອກ​ແບບ ຊີ​ເຈາະ​ເຂັມ​ເສົາ​ຂົວ ລວມ​ຄວາມ​ຍາວ​ໄດ້ 241.819 ແມັດ ເທົ່າ​ກັບ 96,70% ຂອງ​ການ​ອອກ​ແບບ​ທັງ​ໝົດ ແລະ ສຳເລັດ​ການ​ວາງ​ຂາງ​ຂົວ 381 ຊ່ວງ​ເສົາ ກວມ​ເອົາ 37% ຂອງ​ແຜນການ​ອອກ​ແບບ​ທັງ​ໝົດ ຄະນະ​ກຳມະການ​ໄກ່​ເກ່ຍ​ຂັ້ນ​ທ້ອງຖິ່ນ ໄດ້​ປະຕິບັດ​ໜ້າທີ່​ສາມາດ​ມອບ​ພື້ນ​ທີ່​ໃຫ້​ແກ່​ການ​ກໍ່ສ້າງ​ທັງ​ໝົດ 404,67 ກິໂລແມັດ ເທົ່າ​ກັບ 98,45% ຂອງ​ຄວາມ​ຍາວ​ແລວ​ທາງ​ທັງ​ໝົດ 409 ກິໂລແມັດ.

ການ​ເບີກ​ຈ່າຍ​ຄ່າ​ຊົດ​ເຊີຍ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ແລ້ວ ໂດຍ​ເລີ່ມ​ເບີກ​ຈ່າຍ​ຄ່າ​ຊົດ​ເຊີຍ​ຕາມ​ແຜນທີ່​ເປັນ​ບຸລິມະສິດ ລວມ​ທັງ​ໝົດ 7 ງວດ ລວມ​ມູນ​ຄ່າ 851,53 ຕື້​ກີບ ງວດ​ທີ 1-5 ຮ່ວງ​ເງິນ​ງົບປະມານ​ລັດຖະບານ 250 ຕື້​ກີບ ໄດ້​ໂອນ​ໃຫ້​ບັນດາ​ແຂວງ ແລະ ນະຄອນຫຼວງ​ວຽງ​ຈັນ ສຳເລັດ 100% ນອກ​ນີ້ ໄດ້​ຈ່າຍ​ຄ່າ​ແກ້​ໄຂ​ຜົນ​ກະທົບ​ນາ​ບໍ່​ໄດ້​ທຳ​ການ​ຜະລິດ​ເຂົ້າ​ປີ 2017 ຈຳນວນ 1,73 ຕື້​ກີບ ປີ 2018 ຈຳນວນ 2,24 ຕື້​ກີບ ການ​ດຳເນີນ​ການ​ເບີກ​ຈ່າຍ​ງວດ​ທີ 6 ມູນ​ຄ່າ​ປະມານ 106 ຕຶ້​ກີບ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ກະກຽມ.

ສຳລັບ​ແຜນ​ວຽກ​ຈຸດ​ສຸມ​ເດືອນ​ຕຸລາ 2019 ສືບຕໍ່​ປະສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ເພື່ອ​ສັງ​ລວມ​ຄ່າ​ຊົດ​ເຊີຍ​ທີ່​ຍັງ​ຄ້າງ​ຕິດຕາມ​ຂໍ​ອະນຸມັດ​ຄ່າ​ຊົດ​ເຊີຍ​ງວດ​ທີ 6 ສືບຕໍ່​ປະສານ​ສົມທົບ​ກັບ​ຄະນະ​ກຳມະການ​ຮ່ວມ​ມື ລາວ-ຈີນ ຕິດຕາມ​ຄວາມ​ຄືບ​ໜ້າການ​ຊ່ວຍເຫຼືອ​ລ້າ​ຈາກ​ລັດຖະບານ​ຈີນ ໃນ​ການ​ຍົກຍ້າຍ​ຈັດ​ສັນ​ບ້ານ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໂຄງການ ແລະ ​ອື່ນໆ.

ແຫຼ່ງຂໍ້ມູນ: ໜັງສຶພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.