ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ

ທີ່ນະຄອນຫຼວງວຽງຈັນ, ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ລົງນາມສັນຍາປ່ອຍເງິນກູ້ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 140 ລ້ານໂດລາ; ຕາງໜ້າລັດຖະບານ ສປປ ລາວ ໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳ ສປປ ລາວ;

ມີທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ, ທ່ານຮອງເຈົ້າແຂວງຫົວພັນ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສະໜອງເງິນກູ້ 3 ໂຄງການ ລວມມູນຄ່າທັງໝົດ 140 ລ້ານໂດລາສະຫະລັດ ຂອງທະນາຄານພັດທະນາອາຊີໃຫ້ລັດຖະບານ ສປປ ລາວ ເພື່ອສ້າງ ຄວາມເຂັ້ມແຂງດ້ານເສດຖະກິດ – ສັງຄົມໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ, ຮັກສາສະພາບແວດລ້ອມແບບຍືນຍົງໄປຄຽງຄູ່ກັບການລຶບລ້າງຄວາມທຸກຍາກ

ໂດຍສະເພາະແມ່ນໂຄງການພັດທະນາຂະແໜງກະສິກຳ ມູນຄ່າ 45 ລ້ານໂດລາສະຫະລັດ ເປັນການສ້າງຄວາມເຂັ້ມແຂງໃຫ້ລະບົບຊົນລະປະທານ, ເສັ້ນທາງໃນຊົນນະບົດ ແລະ ເງື່ອນໄຂດ້ານໂພຊະນາການ, ເຂົ້າເຖິງຕະຫຼາດກະສິກຳ, ຊ່ວຍໃຫ້ມີລາຍຮັບເພີ່ມ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນ 4 ແຂວງພາກເໜືອຂອງລາວ ເຊັ່ນ: ແຂວງຫົວພັນ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງຊຽງຂວາງ.

ສຳລັບໂຄງການພັດທະນາຂະແໜງສຶກສາ ຈຳນວນ 50 ລ້ານໂດລາສະຫະລັດ ເປັນການພັດທະນາຂະແໜງການສ້າງວຽກເຮັດງານທຳ, ຊ່ວຍຍົກລະດັບອັດຕາເຂົ້າຮຽນ, ປັບປຸງຄຸນນະພາບການສຶກສາໃນຂັ້ນມັດທະຍົມ, ຂັ້ນປະຖົມໃຫ້ແທດເໝາະກັບຄວາມຕ້ອງການທີ່ປ່ຽນແປງຂອງຕະຫຼາດແຮງງານ.

ສຳລັບໂຄງການຄຸ້ມຄອງການເງິນພາກລັດ ມູນຄ່າ 45 ລ້ານໂດລາສະຫະລັດ ຈະຊ່ວຍລັດຖະບານປັບປຸງການຄຸ້ມຄອງໜີ້ສິນພາກລັດ, ການຄຸ້ມຄອງປັບປຸງດ້ານພາສີ, ປັບປຸງການວາງແຜນງົບປະມານ ແລະ ການເງິນໄລຍະກາງ, ການສົ່ງເສີມການປົກຄອງ, ສ້າງຄວາມໜ້າເຊື່ອຖືທາງດ້ານການເງິນ. ທັງໝົດນີ້ແມ່ນສອດຄ່ອງກັບການສະໜັບສະໜູນຂອງ ເອດີບີ ໃນການປັບປຸງໃນໄລຍະຍາວທີ່ເປັນບຸລິມະສິດຂອງລັດຖະບານ.

ແຫຼ່ງຂໍ້ມູນ:​ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...