ກຽມບູລະນະພະພຸດທະຮູບໃຫຍ່ ເມືອງເກົ່າສຸວັນນະໂຄມຄຳ

ປະຊາຊົນບ້ານຮົ່ມເຢັນ, ບ້ານດອນທາດ, ບ້ານດອນສະຫວັນ, ຫ້ອງການຖະແຫຼງຂ່າວ ແລະ ຫ້ອງການທີ່ກ່ຽວຂ້ອງ ພ້ອມກັນຈັດສະຖານທີ່ກະກຽມປະກອບພິທີທາງສາສະໜາ ເພື່ອບູລະນະ – ປະຕິສັງຂອນ ສ້າງວິຫານກວມພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ, ເຊິ່ງຈະມີການນໍາຂອງແຂວງ – ເມືອງ , ພະແນກການອ້ອມຂ້າງແຂວງ, ບັນດາຫ້ອງການພ້ອມຂ້າງເມືອງ ແລະ ປະຊາຊົນຊາວເມືອງຕົ້ນເຜິ້ງ ກໍ່ຄືແຂວງບໍ່ແກ້ວເຂົ້າຮ່ວມ,

ສະນັ້ນ ທາງອົງການປົກຄອງເມືອງຕົ້ນເຜິ້ງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທັງ 3 ບ້ານກຸ່ມດອນທາດ ຄື:

ບ້ານຮົ່ມເຢັນ, ບ້ານດອນທາດ, ບ້ານດອນສະຫວັນ ຂໍແຈ້ງຂ່າວບຸນມາຍັງພຸດທະສາສະນິກະຊົນ ແລະ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາຢາກຮ່ວມກິນຮ່ວມທານທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ເຊີນຮ່ວມທໍາບຸນປະກອບວັດຖຸປັດໄຈເພື່ອບູລະນະ – ປະຕິສັງຂອນ,

ສ້າງວິຫານພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ເຊິ່ງເປັນພະປະຕິມາອົງເກົ່າແກ່ ແລະ ເປັນມິ່ງຂວັນຂອງຊາວເມືອງຕົ້ນເຜິ້ງ ກໍ່ຄືຊາວແຂວງບໍ່ແກ້ວ ໃນງານປະກອບພິທີທາງສາສະໜາເພື່ອກະກຽມບູລະນະ – ປະຕິສັງຂອນ, ສ້າງວິຫານກວມພະປະຕິມາອົງດັ່ງກ່າວບໍ່ໃຫ້ຊໍາລຸດຊຸດໂຊມຕາມການເວລາ ແລະ ສະພາບແວດລ້ອມ, ທັງເປັນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ປະຫວັດສາດ,

ພິທີດັ່ງກ່າວຈະໄດ້ຈັດຂຶ້ນ ໃນວັນທີ 3 ພະຈິກ, ເວລາ 8 : 30 ນາທີ ເລີ້ມປະກອບພິທີທາງສາສະໜາ, ສະຖານທີ່ແຫຼ່ງປະຫວັດສາດຈຸດພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ກຸ່ມບ້ານດອນທາດ.

ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈລ່ວງໜ້າ ມາຍັງທ່ານຜູ້ມີຈິດໃຈເຫຼື້ອມໃສສັດທາຮ່ວມກິນຮ່ວມທານ, ຂໍອັນເຊີນຄຸນພະສີລັດຕະນະໄຕ ແລະ ສິ່ງສັກສິດທັງຫຼາຍທັງປວງຈົ່ງຄຸ້ມຄອງທ່ານພ້ອມຄອບຄົວ ໃຫ້ປະສົບແຕ່ພອນໄຊອັນປະເສີດສີ່ປະການ ຄື ອາຍຸ ວັນນະ ສຸກຂະ ພະລະ ຕະຫຼອດກາລະນານເທີ້ນ.

ພາບ: ອຸໄທ ພູມມາຂ່າວ: ສົມຄິດ ປັນຍາທອງ ຫ້ອງການ ຖວທ ຕົ້ນເຜິ້ງ 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...