ທຸ່ມເງິນ 38 ຕື້ກີບ ສ້າງໂຮງງານອັດຮ່າຍແກັສ ໃຫຍ່ສຸດໃນ ສປປ.ລາວ

ເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມປະຈຸບັນທີ່ຊົມໃຊ້ແກັສເຂົ້າໃນການຫຸງຕົ້ມນັບມື້ເພີ່ມ ຫຼາຍຂຶ້ນ, ບໍລິສັດ ກຣີນນີວເອັນເນີຈີ ຈຳກັດ ຈຶ່ງໄດ້ຈົກທຶນ 38 ຕື້ກີບ ສ້າງໂຮງງານອັດຮ່າຍອາຍແກັສຫຸງຕົ້ມທີ່ບ້ານ ໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະກໍໄດ້ມີພິທີເປີດໂຮງງານຢ່າງເປັນທາງ ການ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິ ຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ ແລະສົ່ງອອກ ກະຊວງອຸດສາຫະກຳ ແລະການຄ້າ, ທ່ານນາງ ຈັນທິດາ ອຸ່ນມີໄຊ ຮອງຜູ້ອຳນວຍການໃຫຍ່ບໍລິສັດກຣິດ ຕິພົງ ກຣຸບ ຈຳກັດ, ທ່ານ ມ່າ ຊືຢູ ຕາງໜ້າບໍລິສັດຮົງກົງປາຍຈົວລົງທຶນຈຳກັດ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ມ່າ ຊືຢູ ກ່າວວ່າ:

ໂຮງງານອັດຮ່າຍແກັສພາຍໃຕ້ເຄື່ອງໝາຍການ ຄ້າ “ກຣີນແກັສ” ພັດທະນາໂດຍບໍລິສັດ ກຣີນ ນີວເອັນເນີຈີ ຈຳກັດ, ຊຶ່ງເປັນການລົງທຶນຮ່ວມຂອງສອງບໍລິສັດທີ່ມີ ປະສົບການກໍຄືບໍລິສັດກຣິດຕິພົງ ກຣຸບ ຈຳກັດ ແລະບໍລິສັດຮົງກົງປາຍຈົວລົງ ທຶນ ຈຳກັດ, ດ້ວຍທຶນທັງໝົດ 38 ຕື້ກີບ (30 ລ້ານຢວນ), ກວມເອົາເນື້ອ ທີ່ 18 ພັນຕາແມັດ, ໄດ້ຕິດຕັ້ງຖັງບັນຈຸອາຍແກັສໃຫຍ່ຂະໜາດ 200 ແມັດກ້ອນ ແລະສາມາດອັດຮ່າຍແກັສໄດ້ 100 ໂຕນ ຕໍ່ວັນ ແລະໃນອະນາຄົດຈະຂະຫຍາຍເພີ່ມເປັນ 400 ແມັດກ້ອນ, ໂຮງງານດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກ 2018 ແລະໄດ້ສຳເລັດໃນເດືອນສິງຫາ 2019, ປະຈຸບັນພ້ອມເປີດ.

ທ່ານ ມ່າ ຊືຢູ ກ່າວວ່າ:

ໂຮງງານອັດຮ່າຍແກັສພາຍໃຕ້ເຄື່ອງໝາຍການ ຄ້າ “ກຣີນແກັສ” ພັດທະນາໂດຍບໍລິສັດ ກຣີນ ນີວເອັນເນີຈີ ຈຳກັດ, ຊຶ່ງເປັນການລົງທຶນຮ່ວມຂອງສອງບໍລິສັດທີ່ມີ ປະສົບການກໍຄືບໍລິສັດກຣິດຕິພົງ ກຣຸບ ຈຳກັດ ແລະບໍລິສັດຮົງກົງປາຍຈົວລົງ ທຶນ ຈຳກັດ, ດ້ວຍທຶນທັງໝົດ 38 ຕື້ກີບ (30 ລ້ານຢວນ), ກວມເອົາເນື້ອ ທີ່ 18 ພັນຕາແມັດ, ໄດ້ຕິດຕັ້ງຖັງບັນຈຸອາຍແກັສໃຫຍ່ຂະໜາດ 200 ແມັດກ້ອນ ແລະສາມາດອັດຮ່າຍແກັສໄດ້ 100 ໂຕນ ຕໍ່ວັນ ແລະໃນອະນາຄົດຈະຂະຫຍາຍເພີ່ມເປັນ 400 ແມັດກ້ອນ, ໂຮງງານດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກ 2018 ແລະໄດ້ສຳເລັດໃນເດືອນສິງຫາ 2019,

ປະຈຸບັນພ້ອມເປີດໃຫ້ບໍລິການຢ່າງເປັນທາງການແລ້ວ, ແຕ່ດ້ວຍໂຮງງານມີລະບົບທີ່ໄດ້ມາດຕະຖານເປັນຕົ້ນມີທີມງານທີ່ມີຄວາມສາມາດ, ມີລະບົບການໂຫຼດແກັສ ແລະ ລະບົບອັດຮ່າຍແກັສທີ່ທັນສະໄໝ,ຕິດຕັ້ງລະບົບປ້ອງກັນອັກຄີໄພທີ່ໄດ້ມາດຕະຖານສາກົນ,

ດັ່ງນັ້ນຈຶ່ງເຮັດໃຫ້ໂຮງງານອັດຮ່າຍແກັສຫຸງຕົ້ມແຫ່ງນີ້ກາຍເປັນໂຮງງານທີ່ໃຫຍ່ທີ່ສຸດ ແລະໄດ້ມາດຕະຖານທີ່ສຸດ ໃນລາວ, ທີ່ສະໜອງບໍລິການອາຍແກັສ ທີ່ດີທີ່ສຸດ, ບໍລິການວ່ອງໄວ ແລະເປັນມື ອາຊີບໃຫ້ແກ່ບັນດາປະ ຊາຊົນ, ຫ້າງຮ້ານ ແລະພາກອຸດສາຫະກຳຕ່າງໆ, ໂດຍຜ່ານກິດຈະກຳຂອງບໍລິສັດແມ່ນພັດທະນາໂຮງງານອັດຮ່າຍແກັສຫຸງຕົ້ມ, ການນຳເຂົ້າ ແລະຈຳໜ່າຍອາຍແກັສຫຸງຕົ້ມ, ຖັງແກັສ, ເຕົາແກັສ, ອຸປະ ກອນເຕົາແກັສແບບຄົບວົງຈອນ ແລະອື່ນໆ. ກອນເຕົາແກັສແບບຄົບວົງຈອນ ແລະອື່ນໆ.

ທ່ານນາງ ຈັນທິດາ ອຸ່ນມີໄຊ ກ່າວວ່າ: ໂຮງງານອັດຮ່າຍແກັສເປັນກິດຈະການດ້ານພະລັງງານໂຄງການທຳອິດຂອງກຣິດຕິພົງທີ່ຮ່ວມທຶນກັບບໍລິສັດ ຮົງກົງ ປາຍຈົວ ລົງທຶນ ຈຳກັດ, ທີ່ມີປະສົບການ ໃນການດຳເນີນທຸລະກິດດ້ານອຸປະກອນພະລັງງານ, ການຂົນສົ່ງພະລັງງານ ແລະການບໍລິການດ້ານການສະໜອງພະລັງງານ, ພ້ອມນັ້ນຍັງຖືເປັນວິສາຫະກິດແຖວໜ້າດ້ານພະລັງງານ ແລະຍັງເປັນຕົວແທນຈຳໜ່າຍຊັ້ນຕົ້ນໃຫ້ແກ່ 3 ບໍລິສັດເຊື້ອໄຟຍັກໃຫຍ່ຂອງຈີນ,

ສະນັ້ນ ການຮ່ວມມືຄັ້ງນີ້ບໍລິສັດທ່ານນາງ ຈັນທິດາ ອຸ່ນມີໄຊ ກ່າວວ່າ:

ໂຮງງານອັດຮ່າຍແກັສເປັນກິດຈະການດ້ານພະລັງງານໂຄງການທຳອິດຂອງກຣິດຕິພົງທີ່ຮ່ວມທຶນກັບບໍລິສັດ ຮົງກົງ ປາຍຈົວ ລົງທຶນ ຈຳກັດ, ທີ່ມີປະສົບການ ໃນການດຳເນີນທຸລະກິດດ້ານອຸປະກອນພະລັງງານ, ການຂົນສົ່ງພະລັງງານ ແລະການບໍລິການດ້ານການສະໜອງພະລັງງານ, ພ້ອມນັ້ນຍັງຖືເປັນວິສາຫະກິດແຖວໜ້າດ້ານພະລັງງານ ແລະຍັງເປັນຕົວແທນຈຳໜ່າຍຊັ້ນຕົ້ນໃຫ້ແກ່ 3 ບໍລິສັດເຊື້ອໄຟຍັກໃຫຍ່ຂອງຈີນ,

ສະນັ້ນການຮ່ວມມືຄັ້ງນີ້ບໍລິສັດຮົງກົງ ກໍໄດ້ນຳເອົາອຸປະກອນ ແລະເຕັກນິກທີ່ທັນສະໄໝເຂົ້າມານຳໃຊ້ໃນລາວ, ພ້ອມນັ້ນກໍໄດ້ສົ່ງວິຊາການສະເພາະທີ່ມີປະສົບການດ້ານການຄຸ້ມຄອງໂຮງງານອັດຮ່າຍ ເຂົ້າມາບໍລິຫານ ແລະຝຶກອົບຮົມຖ່າຍທອດຄວາມຮູ້ໃຫ້ແກ່ພະນັກງານຄົນລາວ, ຊຶ່ງຖືເປັນສິ່ງທີ່ດີ ແລະເປັນການສ້າງວຽກເຮັດງານທຳໃຫ້ແກ່ຄົນທ້ອງຖິ່ນ, ສ້າງລາຍຮັບພາສີອາກອນໃຫ້ແກ່ພາກລັດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ນັບມື້ມີການຂະຫຍາຍຕົວ.

ສຳລັບກຸ່ມລູກຄ້າທີ່ຕ້ອງການເຂົ້າມາອັດແກັສ ຫຼືສົນໃຈເປັນຕົວແທນຈຳໜ່າຍແມ່ນສາມາດເຂົ້າໄປພົວພັນໄດ້ທີ່ໂຮງງານກຣີນແກັສ, ຊຶ່ງຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...