ຮຽກຮ້ອງມາຍັງທຸກຄົນ ຊ່ວຍຮັກສາຄວາມສະອາດງານບຸນພະທາດຫຼວງ

ເພື່ອ​ເຮັດ​ໃຫ້​ງານ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ​ວຽງ​ຈັນ ປະ­ຈຳ​ປີ 2019 ແລະ ສະ­ຫຼຸບ​ໂຄງ­ການ​ປະ­ຕິ­ສັງ­ຂອນ​ພະ​ທາດ­ຫຼວງ ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ວັນ​ທີ 5-11 ພະ­ຈິກ 2019 ໃຫ້​ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ສະ­ອາດ​ງາມ​ຕາ ປາ­ສະ­ຈາກ​ຂີ້​ເຫຍື້ອ​ຖິ້ມ​ຊະ­ຊາຍ.

ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ (ຄບຕ) ໄດ້​ມີ​ການ​ວາງ​ແຜນ​ຢ່າງ​ລະ­ອຽດ​ໃນ​ການ​ຮັກ­ສາ​ຄວາມ​ສະ­ອາດ ໂດຍ​ໄດ້​ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ຮ່ວມ​ກັບ​ຄະ­ນະ​ກຳ­ມະ­ການ​ຈັດ​ງານ ແລະ ຜູ້​ສຳ​ປະ­ທານ​ງານ​ບຸນ​ທີ່​ໄດ້​ເນັ້ນ​ໃຫ້​ຜູ້​ສຳ​ປະ­ທານ​ແຕ່​ລະ​ເຂດ​ເອົາ­ໃຈ­ໃສ່​ກັບ​ຊາວ​ຄ້າ­ຂາຍ​ແຕ່​ລະ​ຮ້ານ​ໃຫ້​ມີ​ຖັງ​ຖິ້ມ​ຂີ້​ເຫຍື້ອ​ຂອງ​ຕົນ ເພື່ອ​ສະ­ດວກ​ໃນ​ການ​ເກັບ​ມ້ຽນ.

ພ້ອມ​ທັງ​ເຮັດ​ສັນ­ຍາ​ຮ່ວມ​ກັບ​ຊາວ​ຄ້າ­ຂາຍ​ເປັນ​ອັນ​ລະ­ອຽດ ພ້ອມ​ທັງ​ປຸກ­ລະ­ດົມ​ໃຫ້​ຜູ້​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ກໍ​ໃຫ້​ມີ​ສ່ວນ​ຮ່ວມ​ນຳ​ກັນ​ໃນ​ການ​ຖິ້ມ​ຂີ້​ເຫຍື້ອ​ຕ້ອງ​ຖິ້ມ​ໃສ່​ຖັງ ຫຼື ຖົງ​ຂີ້​ເຫຍື້ອ​ທີ່​ວາງ​ໄວ້​ແຕ່​ລະ​ຈຸດ..

ທ່ານ ບຸນ​ຈັນ ແກ້ວ​ສີ​ທຳ​ມະ ຫົວ­ໜ້າ​ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ ໃຫ້​ສຳ­ພາດວ່າ:

ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ຢູ່​ສະ­ໜາມ​ຫຼວງ ແລະ ເດີ່ນ​ກົມ​ມະ​ລຽນ​ພະ​ທາດ­ຫຼວງ ກໍ​ຄື ເຂດ​ບໍ​ເວນ​ອ້ອມ​ຂ້າງ​ນັ້ນ ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ​ໄດ້​ຮັບ­ຜິດ­ຊອບ ໂດຍ​ແຕ່​ລະ​ວັນ​ຈະ​ມີ​ຖົງ​ສະ­ເພາະ​ຖິ້ມ​ຂີ້​ເຫຍື້ອ​ຢູ່ 160 ຈຸດ.

ມາ​ຮອດ​ປັດ­ຈຸ­ບັນ​ການ​ວາງ​ແຜນ​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ຢ່າງ​ຈະ­ແຈ້ງ​ໃຫ້​ແຕ່​ລະ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຢ່າງ​ລະ­ອຽດ ເພື່ອ​ຮັບ­ປະ­ກັນ​ໃຫ້​ງານ​ບຸນ​ມີ​ຄວາມ​ສະ­ອາດ​ຈົບ­ງາມ ພ້ອມ​ນັ້ນ ເພື່ອ​ເຮັດ​ໃຫ້​ງານ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ​ວຽງ​ຈັນ​ປີ​ນີ້​ຮັກ­ສາ​ໄດ້​ຄວາມ​ສະ­ອາດ​ຈົບ­ງາມ ນອກ­ຈາກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ອະ­ນາ­ໄມ​ເກັບ​ມ້ຽນ​ແລ້ວ​ກໍ​ຮຽກ­ຮ້ອງ​ມາ​ຍັງ​ຊາວ​ຄ້າ­ຂາຍ ແລະ ຜູ້​ປະ­ກອບ​ການ​ຕ່າງໆ.

ລວມ​ໄປ​ເຖິງ​ຜູ້​ທີ່​ມາ​ທ່ຽວ​ງານ​ບຸນ​ຕ້ອງ​ໄດ້​ພ້ອມ​ກັນ​ເປັນ​ເຈົ້າ​ການ​ເອົາ­ໃຈ­ໃສ່ ແລະ ມີ​ສະ­ຕິ​ຕື່ນ​ຕົວ​ສູງ ຈົ່ງ​ພ້ອມ​ກັນ​ຖິ້ມ​ຂີ້​ເຫຍື້ອ​ໃສ່​ບ່ອນ​ທີ່​ກຳ­ນົດ​ໄວ້ ເພື່ອ​ຮັບ­ປະ­ກັນ​ບໍ່​ໃຫ້​ຂີ້​ເຫຍື້ອ​ຖິ້ມ​ແບບ​ຊະ­ຊາຍ ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ງານ​ບຸນ​ພະ​ທາດ­ຫຼວງ​ປີ​ນີ້​ມີ​ຄວາມ​ສະ­ອາດ​ຈົບ­ງາມ ເວົ້າ​ລວມ​ແລ້ວ ຖ້າ​ທຸກ​ຄົນ​ຮ່ວມ​ກັນ​ໃນ​ການ​ຮັກ­ສາ​ໄດ້​ຄວາມ​ສະ­ອາດ​ກໍ​ຈະ​ປາ­ສະ­ຈາກ​ຂີ້​ເຫຍື້ອ ແລະ ຈະ​ເຮັດ​ໃຫ້​ງານ​ບຸນ​ມີ​ຄວາມ​ສະ­ອາດ​ຈົບ­ງາມ ພ້ອມ​ທັງ​ເປັນ​ການ​ປະ­ຕິ­ບັດ 6 ສ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ວາງ​ອອກ ໂດຍ​ສະ­ເພາະ ສ ສະ­ອາດ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...