ມຊ ສະຫລອງຄົບຮອບ 23 ປີ ດ້ວຍການສົ່ງເສີມການຄົ້ນຄວ້າເພື່ອການພັດທະນາແບບຍືນຍົງ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສາກົນພາຍໃຕ້ຫົວຂໍ້:

ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາແບບຍືນຍົງ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອ ສະເຫລີມສະຫລອງການສ້າງຕັ້ງ ມຊ ຄົບຮອບ 23 ປີ, ເພື່ອສ້າງເວທີໃຫ້ບັນດານັກສຶກສາ, ຄູ-ອາຈານ ແລະ ນັກຄົ້ນຄວ້າຂອງ ມຊ ໄດ້ມີໂອກາດເຜີຍແຜ່, ແລກປ່ຽນຜົນງານ ແລະ ຜະລິດຕະພັນຂອງນັກຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ,

ເພື່ອສ້າງຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຍືນຍົງ, ເພື່ອສ້າງເຄືອຂ່າຍລະຫວ່າງນັກຄົ້ນຄວ້າພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າຮ່ວມກັນໃນອະນາຄົດ ແລະ ເພື່ອສ້າງວັດທະນະທຳໃຫ້ຄົນລາວຫັນມາໃຫ້ຄວາມສຳຄັນ ແລະ ຮັກການຄົ້ນຄວ້າ, ເຮັດການຄົ້ນຄວ້າ ແລະ ຫັນມານຳໃຊ້ຜົນການຄົ້ນຄວ້າໃຫ້ຫລາຍຂຶ້ນ.

ກອງປະຊຸມດັ່ງກ່າວ ຈະດຳເນີນເປັນເວລາສອງວັນ (5-6 ພະຈິກ 2019) ເຊິ່ງຈະໄດ້ບັນລະຍາຍບັນດາຫົວຂໍ້ສຳຄັນຕ່າງໆເຊັ່ນ:

ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຍືນຍົງໃນ ສປປ ລາວ, ການຄົ້ນຄວ້າສູ່ນະວັດຕະກຳ ເພື່ອພັດທະນາແບບຍືນຍົງ, ພ້ອມດຽວກັນນັ້ນ ກໍມີງານວາງສະແດງຜົນງານການຄົ້ນຄວ້າວິທະຍາດສາດ ປະຈຳປີ 2019 ນໍາອີກ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.