ກຽມຄວາມພ້ອມ!!! ກະຊວງໂຍທາ ສົ່ງພະນັກງານກວ່າ 40 ຄົນ ໄປຍົກລະດັບເຕັກນິກພື້ນຖານທາງລົດໄຟ

ເພື່ອກະກຽມຄວາມພ້ອມ ໃນການເປີດນຳໃຊ້ທາງລົດໄຟລາວ-ຈີນ ເຊິ່ງຄາດວ່າຈະສ້າງສຳເລັດພາຍໃນທ້າຍປີ 2021 ລັດຖະບານລາວ ກໍ່ຄື ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີກາສົ່ງພະນັກງານລວມທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 45 ຄົນ ໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານເຕັກນິກທາງລົດໄຟ ເພື່ອຮອງຮັບ.

ອີງຕາມຂ່າວສານປະເທດລາວ ໃຫ້ຮູ້ວ່າ: ພະນັກງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງກັບໂຄງການທາງລົດໄຟ ລາວ-ຈີນ ຢູ່ສູນກາງ ແລະ ທ້ອງຖິ່ນ ຈຳນວນ 45 ທ່ານ ພວມໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບເຕັກນິກທາງລົດໄຟ ເພື່ອຮອງຮັບໃຫ້ແກ່ໂຄງການທາງລົດໄຟ ລາວ-ຈີນ, ເຊິ່ງຄາດວ່າຈະສໍາເລັດໃນປີ 2021 ນີ້.

ເຊິ່ງກອງປະຊຸມຝຶກອົບຮົມເຕັກນິກທາງລົດໄຟ ສຳລັບປະເທດລາວ ປະຈຳປີ 2019, ເຊິ່ງຈັດໂດຍມະຫາວິທະຍາໄລ ຄົມມະນາຄົມ ປັກກິ່ງ ແລະ ສະໜັບສະໜູນໂດຍ ກະຊວງການຄ້າ ສປ ຈີນ ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 8-28 ພະຈິກ 2019 ເຊິ່ງໄດ້ຮັບການບັນລະຍາຍ ແລະ ແລກປ່ຽນບົດຮຽນຈາກຊ່ຽວຊານ ແລະ ຄູ-ອາຈານ ທີ່ມີປະສົບການ ຈາກ ສປ ຈີນ.

ແຫຼ່ງຂໍ້ມູນ: ກະຊວງໂຍທາທິການ ແລະ ຂົນສົ່ງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: