Thursday, November 13, 2025
Kbank Laos โอน รับ จ่าย

5 ປີຜ່ານມາ ເມືອງໄຊ ແຂວງອຸດົມໄຊ ມີລາຍຮັບເຖິງ 45 ຕື້ 613 ລ້ານກີບ

ທ່ານ ສົມນຶກ ສິດທິລາດ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງໄຊ ລາຍງານຕໍ່ກອງປະຊຸມອົງຄະນະພັກເມືອງໄຊ ຄັ້ງທີ 13 ນີ້ວ່າ:

ການຈັດເກັບລາຍຮັບເຂົ້າງົບປະມານຢູ່ເມືອງໄຊ ແຂວງ ອຸດົມໄຊ ຕະຫຼອດໄລຍະ5 ປີທີ່ຜ່ານມາ ມີລາຍຮັບເຖິງ 45ຕື້ 613 ລ້ານກີບ ເຊິ່ງໄດ້ຊຸກຢູ່ແຕ່ລະຂະແໜງການໃຫ້ມີຄວາມຮັບຜິດຊອບໃນການປະຕິບັດການຈັດເກັບລາຍຮັບພາຍໃນເມືອງໃຫ້ໄດ້ຕາມແຜນທີ່ຕັ້ງໄວ້.

ອັນທີ່ພົ້ນເດັ່ນແມ່ນໄດ້ເອົາໃຈໃສ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນເມືອງ ແລະ ຊຸກຍູ້ປຸກລະດົມທຸກພາກສ່ວນຫົວໜ່ວຍທຸລະກິດຖອກງົບປະມານໃຫ້ລັດຕາມກຳນົດໃນລະບຽບການຈົນສາມາດຂຸດຄົ້ນລາຍຮັບພາຍໃນ ໄດ້ທັງໝົດ 45 ຕື້ 613 ລ້ານກີບ,

ໃນນີ້: ຮັບຫຼາຍກວ່າໝູ່ແມ່ນສ່ວຍສາອາກອນ 37 ຕື້ 928 ລ້ານກີບ, ຖັດມາແມ່ນຮັບຈາກທີ່ດິນ 4ຕື້ 247 ລ້ານກີບ ແລະ ຮັບຈາກຊັບສິນຂອງລັດ 3 ຕື້ 437 ລ້ານກີບນອກຈາກນີ້ເມືອງໄຊ ຍັງໄດ້ລາຍຮັບຈາກທີ່ແຂວງດຸນໃຫ້ປະຕິບັດໄດ້ 173 ຕື້ 437 ລ້ານກີບ, ລວມຍອດລາຍຮັບທັງໝົດໄດ້ 221 ຕື້ 693 ລ້ານກີບ.

ເພື່ອເຮັດໃຫ້ການປະຕິບັດລາຍຮັບສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ 5 ປີຄື 2020-2024 ຂອງເມືອງໄຊວາງອອກຄືຈະຕ້ອງສູ້ຊົນສ້າງລາຍຮັບງົບປະມານພາຍໃນໃຫ້ໄດ້ 60ຕື້ 770 ລ້ານກີບ,

ໃນນີ້: ລາຍຮັບຈາກສ່ວຍສາອາກອນໃຫ້ໄດ້ 51ຕື້ກວ່າກີບ, ລາຍຮັບຈາກທີ່ດິນໃຫ້ໄດ້ 5 ຕື້ກວ່າກີບແລະລາຍຮັບຈາກຊັບສິນຂອງລັດໃຫ້ໄດ້ 4 ຕື້ກວ່າກີບ.

ທ່ານ ສົມນຶກ ສິດທິລາດ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງໄຊກ່າວໃນທີ່ປະຊຸມຕື່ມວ່າ:

ເພື່ອຜັນຂະຫຍາຍຕາມບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ XIII ຂອງອົງຄະນະພັກເມືອງໄຊ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ນັ້ນຕ້ອງ ເອົາໃຈໃສ່ພັດທະນາລະບົບການເງິນໃຫ້ມີຄວາມເຂັ້ມແຂງ, ມີຖານການເຕີບໂຕທີ່ໝັ້ນຄົງ, ເປັນເຈົ້າຕົນເອງ, ສະໜອງຕາມຄວາມຮຽກຮ້ອງຕ້ອງ ການດ້ານງົບປະມານທີ່ຈຳເປັນໃນການພັດທະນາ ແລະ ການບໍລິຫານ.

ແນໃສ່ປະຕິບັດນະໂຍບາຍເສດຖະກິດມະຫາພາກໃຫ້ມີປະສິດທິຜົນ ແລະ ມີສະຖຽນລະພາບເພີ່ມທະວີການຂຸດ ຄົ້ນລາຍຮັບພາຍໃນຢ່າງແຂງແຮງ, ຕາມຄວາມອາດສາມາດ, ນໍາໃຊ້ລາຍຮັບຢ່າງປະຢັດ ແລະຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງ, ສູ້ຊົນຫຼຸດຜ່ອນການຂາດດຸນງົບປະມານເທື່ອລະກ້າວ

ແຫຼ່ງຂໍ້ມູນ: ສຸລະສັກ ແສງຫຼ້າ ຂ່າວປະຈຳວັນ Daily News Oudomxay

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.