ບໍລິສັດ ຢູນິເທວ ມອບເງິນໃຫ້ກະຊວງປ້ອງກັນປະເທດ 1 ລ້ານໂດລາສະຫະລັດ ອຸປະຖຳສອງວັນປະຫວັດສາດຂອງຊາດ

ຢູ່ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ, ບໍລິສັດສະຕາໂທລະຄົມໄດ້ນຳເອົາເງິນຈຳນວນ 1.000.000 ໂດລາສະຫະລັດ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອເປັນການປະກອບສ່ວນ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ແລະ ວັນຊາດທີ 2 ທັນວາຄົບຮອບ 44 ປີ (2/ 12/1975-2/12/2019 ).

ໃນໂອກາດນີ້ຕາງໜ້າໃຫ້ບໍລິສັດສະຕາໂທລະຄົມກ່າວມອບໂດຍ ທ່ານ ລືວແມ໋ງຮ່າ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ແລະ ກ່າວຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ໃນໂອກາດນີ້ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທາງບໍລິສັດສະຕາໂທລະຄົມ ທີ່ເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວຽກງານດັ່ງກ່າວເພາະ ເງິນຈຳນວນດັ່ງກ່າວແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາກອງທັບໃຫ້ມີຄວາມຈະເລີນກ້າວໜ້າ ແລະ ທັນສະໄໝ ແລະ ຫວັງຢ່າງຍິ່ງວ່າ ໃນໂອກາດໜ້າຈະໄດ້ຮັບການອຸປະຖຳຈາກບໍລິສັດຂອງພວກທ່ານອີກຕໍ່ໄປ.

ໃນການມອບ-ຮັບເງິນອຸປະຖຳຈາກບໍລິສັດສະຕາໂທລະຄົມໃນຄັ້ງນີ້ ຍັງມີບັນດາຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...