ສຳລັບ ໄວໜຸ່ມ-ນັກຮຽນ-ນັກສຶກສາ 10 ວິທີໃນການປ້ອງກັນສິ່ງເສບຕິດ

ພັຕ ສີຕານ ສີວິໄລ ແນະນໍາວ່າ:

ເພື່ອຫຼີກລ່ຽງບັນຫາດັ່ງກ່າວ ໄວໜຸ່ມ-ນັກຮຽນ-ນັກສຶກສາ ທັງຫຼາຍຄວນຮູ້ 10 ວິທີໃນການປ້ອງກັນເປັນຕົ້ນແມ່ນ:

1. ຄວນຫຼີກລ່ຽງສະຖານທີ່ໆມີຄວາມສ່ຽງເຊັ່ນ: ຮ້ານບັນເທີງ, ຮ້ານເກມ, ສະໜຸກເກີ ແລະ ບ່ອນທີ່ເຫັນວ່າບໍ່ເໝາະສົມມີຄວາມສ່ຽງ.

2. ໃຊ້ເວລາວ່າງໃຫ້ເປັນປະໂຫຍດເຊັ່ນ: ຫຼິ້ນກິລາ, ຊອກຮູ້ຮໍ່າຮຽນ.

3. ບໍ່ທົດລອງເສບສິ່ງເສບຕິດທຸກປະເພດ.

4. ບໍ່ເອົາຢາເສບຕິດເປັນທີ່ເພິ່ງໃນເວລາເຫງົາ, ການຫຼຸດນໍ້າໜັກ ແລະ ອື່ນໆ.

5. ເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດທຸກຄັ້ງ.

6. ເຂົ້າຮ່ວມຂະບວນການ ຫຼື ກິດຈະກໍາຕ້ານຢາເສບຕິດທຸກຮູບແບບ.

7. ປຶກສາແພດໝໍ ຫຼື ຜູ້ໃຫ້ຄໍາປຶກສາກ່ຽວກັບພຶດຕິກໍາຂອງຜູ້ຊົມໃຊ້ຢາເສບຕິດ ເພື່ອຫຼີກລ່ຽງບໍ່ເຂົ້າໃກ້.

8. ໃຊ້ເຄື່ອງກວດຫາສານເສບຕິດເມື່ອສົງໃສວ່າມີສານເສບຕິດຢູ່ໃນອາຫານ ຫຼືເຄື່ອງດື່ມ.

9. ແຈ້ງເບາະແສໃຫ້ເຈົ້າໜ້າທີ່ເມື່ອພົບເຫັນມີການມົ້ວສຸມ, ຊື້-ຂາຍ, ຈໍາໜ່າຍ ແລະ ຜະລິດຢາເສບຕິດ ແລະ

10. ປະຕິບັດໃຫ້ໄດ້ຕາມ 4 ບໍ່ຄື: ບໍ່ເສບ, ບໍ່ຊື້, ບໍ່ຂາຍ, ບໍ່ຜະລິດຢາເສບຕິດທຸກປະເພດ.

ແຫຼ່ງຂໍ້ມູນ: ໜັງສືພິມປ້ອງກັນຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...