Monday, May 19, 2025
Kbank Laos โอน รับ จ่าย

ສິນເຊື່ອແຂວງຜົ້ງສາລີ ຈະປ່ອຍສິນເຊື່ອໃຫ້ໄດ້ 292 ຕື້ກີບ

ອີງຕາມຂໍ້ມູນຈາກແຂວງຜົ້ງສາລີ ໃຫ້ຮູ້ວ່າ:

ບັນດາທະນາຄານທຸລະກິດສາຂາແຂວງຜົ້ງສາລີ ເຊັ່ນ: ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານນະໂຍບາຍ, ສະຖາບັນການເງິນຈຸລະພາກ ໄດ້ ວາງເປົ້າໝາຍການປ່ອຍສິນເຊື່ອເຂົ້າໃນຂະແໜງກະສິກໍາ, ອຸດສາ ຫະກໍາ, ການກໍ່ສ້າງ ແລະ ການບໍລິການໃນປີ 2019 ນີ້ ໃຫ້ໄດ້ຈໍານວນ 399,26 ຕື້ກີບ,

ທັງນີ້ກໍ່ເພື່ອເປັນການຊ່ວຍຍົກລະດັບການພັດທະນາເສດຖະກິດ ແລະ ສະ ໜອງເງິນໃຫ້ກັບຫົວໜ່ວຍທຸລະກິດພາຍໃນ ແຂວງທຸກປະເພດທັງຂະໜາດ ນ້ອຍ ແລະກາງລວມເຖິງປະຊາຊົນບັນດາເຜົ່າໃນຂອບເຂດເງື່ອນໄຂດ້ວຍອັດຕາດອກເບ້ຍທີ່ສົມເຫດ ສົມຜົນ ເຮັດໃຫ້ທຸລະກິດດັ່ງກ່າວ ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍ ຂຶ້ນ, ສ່ວນການລະດົມເງິນຝາກ ຄາດວ່າໃນປີ 2019 ນີ້ ຈະສູ້ຊົນລະດົມເງິນຝາກໃຫ້ໄດ້ 540,70 ຕື້ກີບ ທັງນີ້ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບທະນາຄານ ແລະຄວາມໄວ້ວາງໃຈໃຫ້ແກ່ລູກຄ້າ ແນໃສ່ສະໜອງສິນເຊື່ອເພື່ອການພັດທະນາ ແລະສາ ມາດເຂົ້າເຖິງປະຊາຊົນໄດ້ເປັນຢ່າງດີ.

ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນຜ່ານມາບັນດາທະນາຄານດັ່ງກ່າວສາມາດລະດົມເງິນຝາກໄດ້ທັງໝົດ 594,93 ຕື້ກີບ ເທົ່າກັບ94,64% ຂອງແຜນການ, ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 7,72% ແລະປ່ອຍສິນ ເຊື່ອໄດ້ 284,69 ຕື້ກີບ ເທົ່າກັບ 75,90% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 3,25%

ໃນນີ້ທະນາຄານພັດທະນາລາວສາມາດລະດົມເງິນຝາກໄດ້178,23 ຕື້ກີບ ເທົ່າກັບ 90,98% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 0,81% ແລະປ່ອຍເງິນກູ້ໄດ້ 166,17ຕື້ກີບເທົ່າກັບ 92,36% ຂອງແຜນການ,ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 3,76%;

ພາບປະກອບ

ທະນາຄານສົ່ງເສີມກະສິກໍາສາມາດລະດົມເງິນຝາກໄດ້ 107,67 ຕື້ກີບ ເທົ່າກັບ 97% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,04% ແລະປ່ອຍສິນເຊື່ອໄດ້64,47 ຕື້ກີບ ເທົ່າກັບ 80,58% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 2,45%.

ທະນາຄານການຄ້າຕ່າງປະເທດລາວລະດົມເງິນຝາກໄດ້ 281,61 ຕື້ກີບ ເທົ່າກັບ 98,77% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 17,83% ແລະປ່ອຍເງິນກູ້ໄດ້ 30,61 ຕື້ກີບ ເທົ່າກັບ 73,76% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 16,80%;

ທະນາຄານນະໂຍບາຍສາມາດປ່ອຍສິນເຊື່ອໄດ້ 1,70 ຕື້ກີບ, ເທົ່າກັບ 3,96% ຂອງແຜນການທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 79,05%;

ສະຖາບັນການເງິນຈຸລະພາກລະດົມເງິນຝາກໄດ້ 27,42 ຕື້ກີບ, ເທົ່າກັບ 74,82% ຂອງແຜນການທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 17,66% ແລະປ່ອຍເງິນກູ້ໄດ້ 21,73 ຕື້ກີບ ເທົ່າກັບ 70,84% ຂອງແຜນການທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 5,86%.

ນອກຈາກນີ້ໃນທິດທາງ 3 ເດືອນທ້າຍປີບັນດາທະນາຄານສາຂາແຂວງຜົ້ງສາລີຈະສູ້ຊົນລະດົມເງິນຝາກໃຫ້ໄດ້ 508,05 ຕື້ກີບແລະປ່ອຍສິນເຊື່ອໃຫ້ໄດ້ 292,55 ຕື້ກີບ ທັງນີ້ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ແລະປະຊາຊົນບັນດາເຜົ່າພາຍໃນແຂວງທີ່ມີຄວາມຕ້ອງການທຶນຮອນເຂົ້າໃນການຜະລິດ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້