ເຈົ້າໜ້າທີ່ ປກສ ເມືອງພູຄູນ ຢຶດ ແລະ ທຳລາຍເງິນປອມ ຫຼາຍກວ່າ 40 ລ້ານກວ່າກີບ

ກອງບັນຊາການປ້ອງກັນຄວາມສະຫງົບເມືອງພູຄູນ ໄດ້ຈັດພິທີ ທຳລາຍພັນທະບັດ ( ເງິນປອມ ) ຂື້ນ ໂດຍການເຂົ້າຮ່ວມຂອງທ່ານ ປທ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນ, ມີຫົວໜ້າພ້ອມດ້ວຍຄະນະ ແລະ ຫ້ອງການທີກ່ຽວຂ້ອງຂອງເມືອງ ຕະຫຼອດຮອດເຈົ້າໜ້າທີພາຍໃນກອງບັນຊາການຂອງເມືອງເຂົ້າຮ່ວມ.

ທ່ານ ພັຕ ແກ້ວວິໄລ ວິທະຍາ ເຈົ້າໜ້າທີສັນຕິບານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງໄດ້ລາຍງານໃຫ້ຮູ້ວ່າ:

ເງິນປອມທີເຈົ້າໜ້າທີຢຶດ ແລະ ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກການລົງເຄືອນໄຫວຕິດຕາມກວດກາພົບເຫັນເງິນ ທີກຸ່ມຄົນບໍ່ດີນຳມາ ວານຕໍ່ໜ້າຕະຫຼາດບ້ານສາມແຍກພູຄູນ ໃນວັນສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ເພື່ອສ້າງສະຖານະການຄວາມບໍ່ສະຫງົບ.

ໃນປີຫຼາຍປີຜ່ານມາ ໃນນັ້ນມີເງິນປອມ ສະກຸນເງິນກີບ ປະເພດໃບ 50,000 ຈຳນວນ 32 ລ້ານກວ່າກີບ, ປະເພດໃບ 20,000 ຈຳນວນ 8 ລ້ານກວ່າກີບ, ປະເພດໃບ 10,000 ຈຳນວນ 1ລ້ານກວ່າກີບ ແລະ ສະກຸນເງີນໂດລາສະຫະລັດ ປະເພດ100ໂດລາ ຈຳນວນ 9,000ໂດລາ ລວມເປັນເງິນທີປອມແປງທັງໝົດ 42,090,000 ກີບ.

ໂອກາດທີທ່ານຮອງເຈົ້າເມືອງໄດ້ເຂົ້າຮ່ວມພິທີ ໃນຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍຜົນງານຂອງເຈົ້າໜ້າທີໄດ້ເອົາໃຈໃສ່ປະຕິບັດໜ້າທີ ໃນການເຄືອນໄຫວຕິດຕາມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນີ້ກໍ່ໄດ້ເນັ້ນໃຫ້ເຈົ້າໜ້າວິຊາສະເພາະ ສືບຕໍໃຊ້ພະຍາຍາມ ດ້ວຍຄວາມຮັບຜິດຊອບ, ຮັດກຸມ ໃນການປະຕິບັດໜ້າທີ່ ເພາະກຸ່ມຄົນບໍ່ດີຍັງຈະສືບຕໍເຄືອນໄຫວສ້າງຄວາມບໍສະຫງົບດ້ວຍຫຼາຍຮູບແບບ ຈາກນັ້ນຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຈູດທຳລາຍເງິນດັ່ງກ່າວ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ: ວັນທຽນ ຄຳທະສິດ. ຂ່າວສານເມືອງພູຄູນ ເມືອງພູຄູນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...