ກຸ່ມນັກສຶກສາຈາກ ຄະນະສະຖາປັດຕະຍະກຳສາດ ຄວ້າລາງວັນອອກແບບຈາກປະເທດມາເລເຊຍ

ນັກສຶກສາຄະນະວິຊາສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດ ຈຳນວນ 1 ທີມ (ມີນັກສຶກສາ 12 ຄົົນ), ໄດ້ສົ່ງຜົນງານເຂົ້າແຂ່ງຂັນໃນງານວາງສະແດງຜົນງານການອອກແບບໃນລະດັບສາກົນທີ່ຈັດຂຶ້ນທີ່ປະເທດມາເລເຊຍພາຍໃຕ້ຊື່ງານ RESPEXໃນວັນທີ 14-16 ຕຸລາ 2019 ທີ່ຜ່ານມາ, 

ໃນງານດັ່ງກ່າວນີ້ແມ່ນມີ 5 ປະເທດສົ່ງຜົນງານເຂົ້າຮ່ວມເຊິ່ງມີ ມະເລເຊຍ, ອິນໂດເນເຊຍ, ສິງກະໂປ, ສ. ເກົາ ຫຼີ, ແລະລາວ ເຊິ່ງມີຜູ້ສົ່ງຜົນງານເຂົ້າທັງໝົດ 121 ຜົນງານທີ່ມີຄວາມຫຼາກຫຼາຍດ້ານການອອກແບບ.

ນັກສຶກສາ ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ແມ່ນໄດ້ສົ່ງຜົນງານເຂົ້າປະກວດພາຍໃຕ້ຫົົວຂໍ້ Urban Shelter Development ເຊິ່ງເປັນແນວຄວາມຄິດໃນການສ້າງສັນພື້ນທີ່ ເພື່ອຊີວິດສັັງຄົົມເມືອງ, ເປັນການດັັດປັບ ແລະ ນຳໃຊ້ການອອກແບບເພື່ອແກ້ໄຂບັນຫາສັງຄົມທີ່ຕ້ອງໄດ້ພົບພໍ້ໃນສັງຄົມເມືອງ. ຜ່ານການຕັດສິນຂອງຄະນະກຳມະການທີ່ມາຈາກ 5 ພາກສ່ວນເຫັນວ່າຜົນງານກຸ່ມນັກສຶກສາລາວມີຄວາມໂດດເດັ່ນດ້ານແນວຄິດສ້າງສັນ ແລະ ການພັດທະນາ, ດັ່ງນັ້ນ ຈຶ່ງເຫັນດີເປັນເອກະພາບຕັດສິນໃຫ້ກຸ່ມນັກສຶກສາລາວ ໄດ້ລາງວັນດີເດັ່ນທາງດ້ານ ແນວຄິດສ້າງສັນ ແລະການພັັດທະນາ.

ເນື່ອງຈາກວ່ານັກສຶກສາລາວບໍ່ໄດ້ໄປຮັບລາງວັນໂດຍກົງ ດັ່ງນັ້ນ, ທາງ RESPEX ຈຶ່ງຈັດສົ່ງຂັນລາງວັນມາທາງຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ແລະໄດ້ຮັບກຽດຈາກ ທ່ານ ຮສ. ບຸນຖະໄຫວ ແກ້ວປັນຍາ ຮັກສາການຄະນະບໍດີຄະນະວິຊາສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ ເປັນຕົວແທນມອບຂັນລາງວັນໃຫ້ກັບນັກສຶກສາໃນວັນທີ 18 ພະຈິກ 2019 ທີ່ຄະນະວິຊາສະຖາປັດຕະຍະກໍາສາດ ທີ່ຜ່ານມາ.

ແຫຼ່ງຂໍ້ມູນ: ເວບໄຊມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...