Sunday, January 19, 2025

ໄພແຫ້ງແລ້ງສົ່ງຜົນຕໍ່ການຜະລິດໄຟຟ້າຂອງລາວໄດ້ ຫຼຸດແຜນເຖິງ 30%

ໃນປີ 2019 ສປປ ລາວ ປະເຊີນກັບໄພທຳມະຊາດຢ່າງໜັກໜ່ວງບໍ່ວ່າຈະເປັນໄພນ້ຳຖ້ວມ ແລະໄພແຫ້ງແລ້ງຍ້ອນຝົນຖີ້ມຊ້ວງແຕ່ຫົວປີອັນສົ່ງຜົນໃຫ້ແກ່ຜົນຜະ ລິດໃນດ້ານຕ່າງໆບໍ່ເປັນ ຕາມແຜນການສະເພາະການຜະລິດໄຟ ຟ້າຮອດເວລານີ້ຜະລິດພຽງແຕ່ 70% ຂອງແຜນການວາງໄວ້ຫຼຸດລົງຈາກໄລຍະດຽວກັນຂອງປີກ່ອນ 5,17% ຂະນະທີ່ໝົດປີລັດຄາດວ່າຈະບັນລຸຕົວເລກລື່ນແຜນການຢ່າງແນ່ນອນເນື່ອງຈາກເຂື່ອນໃໝ່ຫຼາຍໂຄງການ ສຳເລັດກໍ່ສ້າງ ແລະເຂື່ອນເກົ່າກໍສ້ອມແປງແລ້ວມາຜະລິດເປັນປົກກະຕິ.

ຕາມຂໍ້ມູນຈາກລັດຖະບານທີ່ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດບໍ່ດົນມານີ້ລະບຸວ່າ: ການຜະລິດກະແສ ໄຟຟ້າປະຕິບັດໄດ້ທັງໝົດ 23.641 ລ້ານ ກີໂລວັດໂມງມູນຄ່າ 11,61 ຕື້ກີບເທົ່າກັບ 70% ຂອງແຜນການທີ່ວາງໄວ້ (ມະຕິສະພາ 33.875 ລ້ານກີໂລວັດໂມງ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 5,17 % ເນື່ອງຈາກໃນຊ້ວງຕົ້ນປີ 2019 ຝົນຂາດເຮັດໃຫ້ປະລິມານນ້ຳໄຫຼເຂົ້າອ່າງ ມີປະລິມານນ້ອຍເມື່ອທຽບໃສ່ຊ້ວງດຽວກັນຂອງປີຜ່ານມາໂດຍສະເພາະແມ່ນເຂື່ອນນ້ຳເທີນ 2 ປະກອບກັບໂຄງການໄຟຟ້າຄວາມຮ້ອນຫົງສາກໍໄດ້ຢຸດການຜະລິດຊົ່ວຄາວເພື່ອສ້ອມແປງຕາມກຳນົດການກວດສອບ ແລະ ສ້ອມແປງຊຶ່ງໄດ້ເປັນສ່ວນໜຶ່ງເຮັດໃຫ້ການຜະລິດໄຟຟ້າຫຼຸດລົງ.

ແນວໃດກໍດີຕາມການຄາດຄະເນຂອງລັດຖະບານໝົດປີ 2019 ນີ້ ຈະຜະລິດກະແສໄຟຟ້າໃຫ້ໄດ້ 34.652 ລ້ານກີໂລວັດໂມງຖືວ່າລື່ນແຜນທີ່ວາງໄວ້(ມະຕິສະ ພາ33.875 ລ້ານກີໂລວັດໂມງ) ເນື່ອງຈາກເຂື່ອນຈຳນວນໜຶ່ງກໍ່ສ້າງສຳເລັດແລະເລີ່ມເຂົ້າສູ່ຂະບວນການຜະລິດສຳລັບບາງເຂື່ອນກໍສຳເລັດການສ້ອມແປງ ແລະຈະຄືນມານຳໃຊ້ໄດ້ເປັນປົກກະຕິສ່ວນໃນປີ 2020 ລັດຖະບານໄດ້ຕັ້ງ 6 ເປົ້າໝາຍຈະຜະລິດ ໄຟຟ້າໃຫ້ໄດ້ 44.148 ລ້ານກິໂລວັດໂມງ ເປັນມູນຄ່າ 22,8 ຕື້ໂດລາ.

ປະຈຸບັນໃນທົ່ວປະເທດມີແຫຼ່ງຜະ ລິດໄຟຟ້າ 69 ແຫ່ງ, ມີກຳລັງຕິດຕັ້ງ 7.525,69 ເມກາວັດ ປະກອບມີ: 25 ແຫ່ງຂອງ IPP ມີກຳລັງຕິດຕັ້ງ 6.425,76 ເມກາວັດ, ໃນນັ້ນແມ່ນສະໜອງໃຫ້ໄຟຟ້າຈຳນວນ 1.959,79 ເມກາວັດສ່ວນທີ່ເຫຼືອຈຳນວນ 4.466 ເມກາວັດ ແມ່ນສົ່ງອອກຕ່າງປະເທດ ໂດຍກົງ, ມີ 23 ແຫ່ ງເປັນຂອງ SPP ມີກຳລັງຕິດຕັ້ງ179,40 ເມກາວັດ, ສະໜອງໄຟຟ້າໃຫ້ໄຟຟ້າລາວ, 16 ແຫ່ງ ເປັນຂອງບໍລິສັດຜະລິດໄຟຟ້າລາວມະຫາຊົນມີກຳລັງຕິດຕັ້ງ 731 ເມກາວັດ, ສະໜອງໃຫ້ໄຟຟ້າລາວ ແລະ 5 ແຫ່ງເປັນ ຂອງໄຟຟ້າລາວມີກຳລັງຕິດຕັ້ງ 189,50 ເມກາວັດ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: