Wednesday, July 9, 2025
Kbank Laos โอน รับ จ่าย

ສຳມະນາການອອກແບບສິ່ງແວດລ້ອມກັບວິຖີຊີວິດ ຮ່ວມກັບມະຫາວິທະຍາໄລທາມະ ປະເທດຍີ່ປຸ່ນ

ຄະນະວິຊາສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະພາກວິຊາການຈັດສັນອອກແບບສິ່ງແວດລ້ອມ ມະຫາວິທະຍາໄລທາມະ ປະເທດຍີ່ປຸ່ນ (Department of Environmental Design, Tama Art University) ໄດ້ດໍາເນີນການຈັດການສຳມະນາ ພາຍໃຕ້ຫົວຂໍ້ “Environment Design for Traditional Life of Laos” ເຊິ່ງຄັ້ງນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ III ແລ້ວ, ເຊິ່ງມີນັກສຶກສາເຂົ້າຮ່ວມທັງໝົດ 20 ຄົນ ໃນນີ້ເປັນນັກສຶກສາລະດັບປະລິນຍາໂທ 13 ຄົນ ແລະນັກສຶກສາລະດັບປະລິນຍາຕີ 7 ຄົນ ຈາກສອງພາກສ່ວນ.

ຈຸດປະສົງຂອງການຈັດງານດັ່ງກ່າວ ແມ່ນເພື່ອແລກປ່ຽນຄວາມຮູ້ທາງດ້ານວິຊາການກ່ຽວກັບການອອກແບບທີ່ມີຜົນຕໍ່ກັບການພັດທະນາສະພາບແວດລ້ອມທີ່ຢູ່ອາໄສຂອງຄົນໃນທ້ອງຖິ່ນ ໂດຍສະເພາະແມ່ນການສຶກສາເຖິງຮີດຄອງປະເພນີ ແລະວິຖີການດໍາລົງຊີວິດ, ນອກຈາກນີ້ແລ້ວຍັງແມ່ນການຮັດແໜ້ນ ສາຍພົວພັນລະຫວ່າງສອງສະຖາບັນອີກດ້ວຍ.

ການຈັດງານດັ່ງກ່າວນີ້ ແມ່ນໄດ້ແບ່ງອອກເປັນ 3 ພາກສ່ວນຫຼັກຄື:

ພາກສ່ວນການເກັບກໍາຂໍ້ມູນຄື: ແມ່ນມີການລົງເກັບກໍາຂໍ້ມູນໃນພື້ນທີ່ຕ່າງໆທັງໃນນະຄອນຫຼວງວຽງຈັນ ແລະພິເສດແມ່ນທີ່ບ້ານຫາດສວນ, ເມືອງທຸລະຄົມ, ແຂວງວຽງຈັນ ເຊິ່ງໄດ້ມີການພັກໂຮມສະເຕທີ່ບ້ານດັ່ງກ່າວເພື່ອສຶກສາເຖິງຮູບແບບຂອງການດໍາລົງຊີວິດໃນທ້ອງຖິ່ນ,

ພາກສ່ວນທີສອງ ແມ່ນການສັງລວມ, ວິເຄາະຂໍ້ມູນເພື່ອໃຊ້ການອອກແບບ ແລະສ່ວນສຸດທ້າຍແມ່ນການນໍາສະເໜີຜົນຂອງການດໍາເນີນງານດັ່ງກ່າວ ປະກອບດ້ວຍ 4 ຫົວຂໍ້ຫຼັກຄື:

1. ການອອກແບບກ່ຽວພື້ນທີ່ ແລະລະບົບຂົນສົ່ງເພື່ອການທ່ອງທ່ຽວ, 2. ການອອກແບບປະຍຸກເຮືອແພເພື່ອສົ່ງເສີມວັດທະນະທໍາ, 3. ການວາງແຜນ ແລະອອກແບບພື້ນທີ່ແຄມນໍ້າງື່ມ ແລະ 4. ການອອກແບບປັບປຸງເຮືອນທ້ອງຖິ່ນລາວ.

ຜ່ານການດໍາເນີນວຽກງານດັ່ງກ່າວ ເຮັດໃຫ້ນັກສຶກສາຈາກທັງສອງສະຖາບັນແມ່ນໄດ້ມີໂອກາດແລກປ່ຽນຄວາມຄິດເຫັນ, ມີການສ້າງສັນແນວຄວາມຄິດທີ່ແປກໃໝ່ ເຊິ່ງເປັນຈຸດເລີ່ມຕົ້ນທີ່ດີຂອງການດໍາເນີນວຽກງານໃນອະນາຄົດ.

ແຫຼ່ງຂໍ້ມູນ: ເວບໄຊ ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.