Saturday, January 17, 2026
Kbank Laos โอน รับ จ่าย

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ອັດລົງດ້ວຍຜົນສຳເລັດຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາເປັນເວລາ 20 ວັນ ເລີ່ມແຕ່ວັນທີ 7 ພະຈິກ 2019 ມາເຖິງ ວັນທີ 6 ທັນວາ 2019 ໄດ້ອັດລົງດ້ວຍ ຜົນສຳເລັດຈົບງາມພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດປະທານປະເທດ, ພ້ອມນີ້ກໍມີຜູ້ນຳພັກ-ລັດ, ອາດີດການນໍາຂັ້ນສູງ, ສະມາຊິກສະພາແຫ່ງຊາດ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຂຶ້ນຜ່ານບົດສູດທອນພົດກ່າວອັດກອງປະຊຸມວ່າ:

ກອງປະຊຸມຄັ້ງນີ້ໄດ້ພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ ແລະມະຕິ 10 ສະບັບ ດ້ວຍຄະແນນສຽງສ່ວນຫຼາຍໄດ້ເປັນພື້ນຖານທາງດ້ານນິຕິກໍາທີ່ສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມການຄໍ້າປະກັນການປົກປ້ອງສິດອິດສະຫຼະພາບ ແລະສິດປະຊາທິປະໄຕ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະກົດໝາຍກໍຄືການປະຕິບັດພັນທະພື້ນຖານຂອງພົນລະເມືອງຕໍ່ລັດ.

ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບັນຫາສໍາຄັນຂອງປະເທດຊາດເຊັ່ນ: ໄດ້ພິຈາລະນາ ແລະຮັບຮອງເອົາການສະເໜີແຕ່ງຕັ້ງບຸກຄະລາກອນຂອງຄະນະລັດ ຖະບານຈໍານວນ 2 ຕໍາແໜ່ງ ຄື:

ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ແລະລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະການທ່ອງທ່ຽວຜູ້ໃໝ່ ໄດ້ພິຈາລະນາ ແລະ ປະກອບຄວາມເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານແຫ່ງລັດປະຈໍາປີ 2019 ແລະ ທິດ ທາງປະຈໍາ ປີ 2020 ກອງປະຊຸມຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານໃນການຊີ້ນໍາໆພາບັນດາກະຊວງອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະປຸກລະດົມໃຫ້ຜູ້ປະກອບການທັງພາຍໃນ ແລະຕ່າງປະເທດກໍຄືປະຊາຊົນລາວບັນດາເຜົ່າພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍ ແລະສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານແຫ່ງລັດປີ 2019

ໄດ້ຮັບຜົນສໍາເລັດໃນຫຼາຍດ້ານເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍເສດຖະກິດມີການຂະຫຍາຍຕົວ ແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆຄຽງຄູ່ກັນນັ້ນກອງປະຊຸມຍັງ ໄດ້ປະກອບຄວາມເຫັນຢ່າງກົງໄປກົງມາຕໍ່ບັນດາຂໍ້ຄົງຄ້າງສິ່ງທ້າທາຍແລະອຸດຕັນໃນການຄຸ້ມຄອງບໍລິຫານລັດທາງດ້ານເສດຖະກິດ-ສັງຄົມ ພ້ອມທັງສະເໜີຫຼາຍມາດຕະການ ແລະວິທີການແກ້ໄຂຕົວຈິງເພື່ອສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດປີ 2020 ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ພາບະກອບ

ກອງປະຊຸມໄດ້ປະຕິບັດພາລະບົດບາດຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະນິຕິກໍາໃຕ້ກົດໝາຍ ຂອງລັດຖະບານອົງການປົກຄອງທ້ອງຖິ່ນ ແລະບັນດາມະຕິຂອງສະພາແຫ່ງຊາດເປັນຕົ້ນ:

ການຈັດເກັບລາຍຮັບການເຊົ່າ ແລະສໍາປະທານທີ່ດິນການຄຸ້ມຄອງຄົນເຂົ້າ-ອອກເມືອງການສ້າງ ວິຊາຊີບການພັດທະນາສີມືແຮງ ງານທີ່ມີຄຸນນະພາບ ແລະການສ້າງວຽກເຮັດງານທໍາຂອງປະຊາຊົນ ແລະວຽກງານອື່ນໆຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາກອງປະຊຸມຍັງໄດ້ປະກອບຄວາມເຫັນຕໍ່ກັບຈຸດອ່ອນຂໍ້ຄົງຄ້າງສາເຫດ ແລະ ສະເໜີມາດຕະການແກ້ໄຂຕົວຈິງເຊັ່ນ:

ຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍການປັບປຸງ ແລະແກ້ໄຂບັນດາຂອດອຸດຕັນການຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພະນັກງານຂອງຂະແໜງການທີ່ກ່ຽວຂ້ອງການເສີມຂະ ຫຍາຍຄວາມເປັນເຈົ້າ ແລະການມີສ່ວນຮ່ວມຂອງປະຊາຊົນໃນການປະຕິບັດພັນທະເສຍອາກອນຕໍ່ລັດ ແລະອື່ນໆ

ນອກຈາກນັ້ນກອງປະຊຸມຍັງໄດ້ດໍາເນີນການຕິດຕາມກວດກາກັບທີ່ໃນກອງປະຊຸມດ້ວຍການຮັບຟັງການລາຍງານການຕອບຄໍາຊັກຖາມແລະການຊີ້ແຈງອະທິບາຍເພີ່ມເຕີມຂອງທ່ານນາຍົກລັດຖະມົນຕີຮອງນາຍົກລັດຖະ ມົນຕີ ແລະລັດຖະມົນຕີກ່ຽວຂ້ອງຈໍານວນໜຶ່ງຕໍ່ບັນຫາທີ່ພົວພັນເຖິງການຜະລິດການບໍລິການການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກການແກ້ໄຂຜົນກະທົບຈາກໄພພິບັດບັນດາປາກົດການຫຍໍ້ທໍ້ຢູ່ໃນກົງຈັກລັດ ກໍຄືຢູ່ໃນສັງຄົມແລະອື່ນໆ

ກອງປະຊຸມສະເໜີມາຍັງລັດຖະບານຈົ່ງໄດ້ເອົາໃຈ ໃສ່ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງອຸດຕັນທີ່ເປັນບັນຫາຊໍາເຮື້ອໃນກົງຈັກຂອງຕົນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າພ້ອມນັ້ນກອງປະຊຸມຍັງສະເໜີມາຍັງບັນດາທ່ານລັດຖະມົນຕີກະຊວງຈົ່ງໄດ້ຮີບຮ້ອນສ້າງແຜນປະຕິບັດງານໃນແຕ່ລະດ້ານຂອງອົງການຕົນ ແລະເອົາໃຈໃສ່ຊີ້ນໍາຊຸກຍູ້ການຈັດຕັ້ງປະຕິບັດວຽກງານທີ່ນອນໃນຄວາມຮັບຜິດຊອບຂອງອົງການຕົນແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີຜົນສັກສິດຢ່າງເປັນຮູບປະທໍາ.

ກອງປະຊຸມຍັງໄດ້ຮັບຟັງ ແລະ ປະກອບຄວາມເຫັນຕໍ່ວຽກງານຂອງອົງການກວດສອບແຫ່ງລັດຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2018 ແລະຜົນການກວດກຕາມຜົນ ການກວດສອບການຈັດຕັ້ງປະຕິບັດໂຄງ ການລົງທຶນຂອງລັດ ປະຈໍາປີ 2014-2017 ຂອງອົງການກວດກາລັດຖະບານກອງປະຊຸມສະແດງຄວາມຍ້ອງຍໍໍ ຊົມເຊີຍຕໍ່ສອງອົງການດັ່ງກ່າວທີ່ມີຄວາມພະຍາຍາມກວດສອບ ແລະ ກວດກາ ແລະ ສາມາດລາຍງານຜົນຂອງການກວດສອບ ແລະການກວດກາດັ່ງກ່າວຕໍ່ກອງປະຊຸມພ້ອມທັງສະໜອງຂໍ້ມູນທີ່ສໍາຄັນໃຫ້ແກ່ສະມາຊິກສະພາແຫ່ງຊາດເພື່ອເປັນບ່ອນອີງໃຫ້ແກ່ການພິຈາລະນາ ແລະຮັບຮອງເອົາແຜນງົບປະ ມານແຫ່ງລັດ ປະຈໍາປີ 2020

ກອງປະຊຸມສະເໜີມາຍັງລັດຖະບານ ໂດຍສະ ເພາະແມ່ນລັດຖະມົນຕີ ເຈົ້າແຂວງເຈົ້າ ຄອງນະຄອນຈົ່ງໄດ້ເອົາໃຈໃສ່ຊີ້ນໍາ ແລະ ຊຸກຍູ້ຫົວໜ່ວຍງົບປະມານທີ່ຖືກກວດສອບຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນກໍຄືບັນດາວິສາຫະກິດຂອງລັດຈົ່ງໄດ້ເອົາໃຈໃສ່ແກ້ໄຂຜົນການກວດສອບຕາມກົດ ໝາຍ ແລະ ຕາມມະຕິກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້ໃຫ້ເປັນຮູບປະທໍາເພື່ອແນໃສ່ສະກັດກັ້ນປາກົດການຫຍໍ້ທໍ້ໃນການລະເມີດວິໄນແຜນການ-ວິໄນ ການເງິນ ແລະກົດໝາຍໃນການຄຸ້ມຄອງລັດທາງດ້ານງົບປະມານໃຫ້ລຸດລົງ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານ ປີ 2019 ແລະທິດທາງປີ 2020 ຂອງອົງການໄອຍະການປະຊາຊົນສູງສຸດສານປະຊາຊົນສູງສຸດ ແລະສະພາແຫ່ງຊາດຊຶ່ງບົດລາຍງານໄດ້ຍົກໃຫ້ເຫັນຜົນສໍາເລັດໃນການເຄື່ອນໄຫວວຽກງານຂອງແຕ່ລະອົງການໃນໜຶ່ງປີຜ່ານມາ ແລະວຽກງານຈຸດສຸມໃນປີ 2020 ກອງປະຊຸມຕີລາຄາສູງຕໍ່ບົດປະກອບຄວາມເຫັນຂອງສູນກາງແນວລາວສ້າງຊາດຊຶ່ງຕາງໜ້າອົງການຈັດຕັ້ງມະຫາຊົນສະຫະພັນນັກຮົບເກົ່າຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດກໍຄືການບໍລິຫານລັດໃນໄລຍະໜຶ່ງປີຜ່ານມາເວົ້າລວມພ້ອມທັງສະເໜີຄວາມເຫັນທີ່ມີຄຸນປະໂຫຍດຕໍ່ກອງປະຊຸມ.

ພິເສດໃນກອງປະຊຸມຄັ້ງນີ້ເປັນຄັ້ງທໍາອິດທີ່ໄດ້ດໍາເນີນການປະເມີນຜົນດ້ວຍການໃຫ້ຄະແນນຕໍ່ການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາແຫ່ງຊາດເລືອກຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງຈໍານວນທັງໝົດ 69 ທ່ານ ໃນນັ້ນແມ່ຍິງ 14 ທ່ານ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂໍ້ 5 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດຜ່ານການປະເມີນຜົນຕົວຈິງໃນຄັ້ງນີ້ບຸກຄະລາກອນດັ່ງກ່າວຍັງໄດ້ຮັບຄວາມໄວ້ວາງໃຈຈາກຕົວແທນຂອງປະຊາຊົນເປັນສ່ວນຫຼາຍ.

ກອງປະຊຸມຮຽກຮ້ອງມາຍັງລັດຖະບານອົງການລັດທຸກຂັ້ນຈົ່ງໄດ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍບັນດາກົດໝາຍມະຕິກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້ເອົາໃຈໃສ່ໂຄ ສະນາເຜີຍແຜ່ປຸກລະດົມປະຊາຊົນຍົກສູງສະຕິ ແລະເປັນເຈົ້າການປະຕິບັດບັນດາກົດໝາຍບັນດາມະຕິຂອງສະພາແຫ່ງຊາດພ້ອມທັງຄົ້ນຄວ້າ ແລະພິຈາລະນາຄວາມຄິດເຫັນຂອງບັນດາທ່ານສະມາຊິກສະພາກໍຄືຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ໄດ້ສະເໜີມາເພື່ອມີວິທີການມາດຕະການແກ້ໄຂແທດຕົວຈິງ ແລະ ຖືກຕ້ອງຕາມກົດ ໝາຍພ້ອມດຽວກັນນັ້ນກໍໃຫ້ເອົາໃຈໃສ່ເພີ່ມທະວີກົນໄກການປະສານສົມທົບລະຫວ່າງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ວຽກງານທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2020 ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ແຫຼ່ງຂໍ້ມູນ: ພາບ ແລະ ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ຖືກຈັດອັນດັບໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກອີກຄັ້ງ ສໍາລັບປີ 2026

ນະຄອນຫຼວງວຽງຈັນ, ວັນທີ 16 ມັງກອນ 2026 – ສາຍການບິນ Vietjet ໄດ້ຮັບການຍອມຮັບຈາກ AirlineRatings, ເວັບໄຊທ໌ຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນການບິນຊັ້ນນໍາຂອງໂລກ, ໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກປະຈຳປີ 2026. ການຍອມຮັບໃນຄັ້ງນີ້ໄດ້ຢືນຢັນຄືນເຖິງຜົນການດຳເນີນງານທີ່ດີສະເໝີຕົ້ນສະເໝີປາຍ ແລະ ຄວາມມຸ່ງໝັ້ນອັນແຮງກ້າຕໍ່ກັບຄວາມປອດໄພໃນເສັ້ນທາງບິນ ວຽງຈັນ-ຮາໂນ້ຍ/ໂຮ່ຈີມິນ ແລະ ທົ່ວເຄືອຂ່າຍອາຊີ-ປາຊີຟິກ. Vietjet ຍັງຮັກສາລະດັບຄວາມປອດໄພໄດ້ 7/7 ດາວ ຈາກ AirlineRatings ມາຢ່າງຕໍ່ເນື່ອງຕັ້ງແຕ່ປີ 2018.

ໂອກາດດຽວເທົ່ານັ້ນ: ສາຍການບິນ Vietjet ມອບສ່ວນຫຼຸດ 30% ສໍາລັບຕົວເຄື່ອງບິນຊັ້ນ Deluxe

ນະຄອນຫຼວງວຽງຈັນ, ວັນທີ 14 ມັງກອນ 2026 – ເພື່ອເປັນການເລີ່ມຕົ້ນປີໃໝ່, ສາຍການບິນ Vietjet ປະກາດເປີດຕົວໂປຣໂມຊັນສຸດພິເສດ ຫຼຸດລາຄາປີ້ຍົນປະເພດ Deluxe 30% ພາຍໃນມື້ດຽວເທົ່ານັ້ນ ຄືວັນທີ 15 ມັງກອນ 2026. ດ້ວຍຖ້ຽວບິນກົງລະຫວ່າງ ວຽງຈັນ ແລະ ຮ່າໂນ້ຍ/ນະຄອນໂຮ່ຈີມິນ, ໂປຣໂມຊັນນີ້ຖືເປັນໂອກາດທີ່ບໍ່ຄວນພາດໃນການວາງແຜນການເດີນທາງຕະຫຼອດປີ 2026 ໃນລາຄາທີ່ຄຸ້ມຄ່າທີ່ສຸດ.

Vietjet ເປີດຕົວ SkyBoss ຄືນໃໝ່, ນິຍາມໃໝ່ຂອງການເດີນທາງລະດັບພຣີມຽມ

(ນະຄອນຫຼວງວຽງຈັນ, ວັນທີ 6 ມັງກອນ 2026) – ສາຍການບິນ Vietjet ກັບມາເປີດຕົວບໍລິການຊັ້ນນຳ SkyBoss ອີກຄັ້ງ ດ້ວຍລາຄາປີ້ເລີ່ມຕົ້ນພຽງແຕ່ 147 ໂດລາສະຫະລັດ (ລວມພາສີ ແລະ ຄ່າທໍານຽມ), ເພື່ອຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນຂອງສາຍການບິນ ໃນການມອບປະສົບການການເດີນທາງທີ່ດີເລີດ ແລະ ພິຖີພິຖັນ ພາຍໃຕ້ແນວຄິດ "Wings for Leaders" (ປີກແຫ່ງຜູ້ນຳ).