Friday, July 11, 2025
Kbank Laos โอน รับ จ่าย

ປະຊາຊົນ 3 ບ້ານ ເມືອງໄຊພູທອງ ປະກອບທຶນກໍ່ສ້າງເສັ້ນທາງຍາວ 11 ກິໂລແມັດ

ພິທີເປີດນຳໃຊ້ເສັ້ນທາງດິນແດງຍາວ 11 ກິໂລແມັດ ລະ ຫວ່າງ ບ້ານສົມສະອາດ – ຄໍາແຮ້ງ – ນາໂດນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ໂດຍການໃຫ້ກຽດເຂົ້າຮ່ວມຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ຂອງ ທ່ານ ຄໍາວິໃສ ຜຸຍຍະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໄຊພູທອງ; ມີ ຍາທ່ານ ມະຫາສົມບູນ ເຈົ້າຄະນະ ອພສ ແຂວງ, ຍາທ່ານ ທອງດໍາ ຈັນທະວົງ ເຈົ້າຄະນະ ອພສ ເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ອໍານາດການປົກຄອງ, ຜູ້ຮັບເໝົາກໍ່ສ້າງ, ນັັກທຸລະກິດເຂົ້າຮ່ວມ.

ໃນພິທີ ທ່ານ ພູຄໍາ ຈັນທິລາດ ວິຊາການຫ້ອງການໂຍທາເມືອງ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານສົມສະອາດ – ບ້ານຄໍາແຮ້ງ – ນາໂດນ ໄດ້ເລີ່ມກໍ່ສ້າງມາແຕ່ 21 ກໍລະກົດ 2019 ມາຮອດປັດຈຸບັນສໍາເລັດແລ້ວ 100% ມີຄວາມຍາວທັງໝົດ 11 ກິໂລແມັດ, ກວ້າງ 6 ແມັດ ແລະ ນັບແຕ່ໃຈກາງທາງອອກໄປເບື້ອງລະ 5 ແມັດ ລວມທັງໝົດ 10 ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 194 ລ້ານກວ່າກີບ ງົບປະມານດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນຂອງພໍ່ແມ່ປະຊາຊົນໃນກຸ່ມບ້ານທີ 2 ແລະ ກຸ່ມບ້ານທີ 5 ບ້ານຄໍາແຮ້ງ ແລະ ນາໂດນ ເຫັນວ່າປະຊາຊົນມີຄວາມຕື່ນຕົວສູງທີ່ເຂົ້າແຜນການພັດທະນາຂອງຂັ້ນເທິງວາງອອກ ໂດຍແມ່ນ ທ່ານ ວາດສະໜາ ແລະ ທ່ານ ບຸນເລີດ ເປັນຜູ້ຮັບເໝົາກໍ່ສ້າງ.

ໂອກາດນີ້, ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ກໍໄດ້ມີຄໍາເຫັນກ່າວວ່າ: ການເປີດນໍາໃຊ້ເສັ້ນທາງຢ່າງເປັນທາງການເສັ້ນທາງດັ່ງກ່າວແມ່ນມີຄວາມສໍາຄັນຫຼາຍ ເພາະເປັນເສັ້ນທາງເຊື່ອມຈອດກັນລະຫວ່າງບ້ານຕໍ່ບ້ານ ເພື່ອອໍານວຍຄວາມສະດວກໃນການໄປ – ມາຫາສູ່ ແລະ ຂົນສົ່ງແລກປ່ຽນສິນຄ້າຂອງປະຊາຊົນ, ຊຸກຍູ້ການຜະລິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງເມືອງໄຊພູທອງ ໂດຍສະເພາະກໍແມ່ນປະຊາຊົນບັນດາເຜົ່າທີ່ດໍາລົງຊີວິດຢູ່ຕາມແລວທາງດັ່ງກ່າວ. ພ້ອມນັ້ນ, ທ່ານຍັງໄດ້ມອບເສັ້ນທາງດັ່ງກ່າວໃຫ້ອໍານາດການປົກຄອງບ້ານເປັນຜູ້ຄຸ້ມຄອງປົກປັກຮັກສາຕໍ່ໄປ.

ແຫຼ່ງຂໍ້ມູນ: ຂ່າວ – ຮູບ: ພັນທະມິດ ວົງສຸທິ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.