ກະຊວງສຶກສາທິການ ແລະ ກີລາ ກຽມສ້າງບຸກຄະລາກອນ 6 ວິຊາຊີບຮອງຮັບທາງລົດໄຟ ລາວ – ຈີນ

ເພື່ອຮອງຮັບ ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ ໃນທ້າຍປີ 2021, ຂະແໜງການສຶກສາໄດ້ເລັງເຫັນ 6 ສາຂາອາຊີບໃໝ່ທີ່ຈະເກີດຂຶ້ນ ແລະ ລັດຖະບານຕ້ອງສຸມໃສ່ສ້າງບຸກຄະລາກອນໃຫ້ມີຄຸນນະພາບ ແລະ ພຽງພໍ.

ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໃຫ້ສຳພາດວ່າ: ວຽກງານອາຊີວະສຶກສາ ເປັນວຽກງານໜຶ່ງໃນການສ້າງກຳລັງແຮງງານໃຫ້ແກ່ສັງຄົມ ເພື່ອການພັດທະນາປະເທດຊາດໂດຍກົງ. ອາຊີວະສຶກສາເປັນການສ້າງນາຍຊ່າງກຳມະກອນທີ່ມີສີມື, ສ້າງຂຶ້ນມາແລ້ວອາດຈະໄປປະກອບອາຊີບດ້ວຍຕົນເອງ ຫຼື ໄປເປັນນາຍຊ່າງກຳມະກອນຢູ່ຕາມສະຖານທີ່ການຜະລິດຕ່າງໆ.

ເພື່ອຮອງຮັບທາງລົດໄຟ ລາວ – ຈີນ ພວກເຮົາຈະໃຫ້ວິທະຍາໄລເຕັກນິກຕ່າງໆສ້າງແຮງງານ ເພາະການບໍລິການທາງລົດໄຟມີຫຼາຍວິຊາຊີບທີ່ຈະປິ່ນອ້ອມ ແລະ ເປັນອາຊີບໃໝ່ທີ່ລາວເຮົາບໍ່ມີໃນປັດຈຸບັນນີ້.

ປັດຈຸບັນນີ້, ພວກເຮົາໄດ້ກະກຽມສ້າງວິທະຍາໄລວິຊາຊີບໃໝ່ທີ່ຈະເປີດສອນສະເພາະ 6 ສາຂາອາຊີບໃໝ່ ເຊັ່ນ: ສາຂາຄວບຄຸມສັນຍານ, ການບໍລິການຢູ່ພາຍໃນຫ້ອງໂດຍສານ, ການບໍລິການຂົນສົ່ງລົດໄຟ, ອາຊີບທີ່ຕິດພັນກັບວຽກເຫຼັກ, ບໍລິການສະຖານີ, ການສື່ສານ.

ນອກຈາກນີ້, ກໍຍັງມີອີກຫຼາຍໆສາຂາວິຊາຊີບ, ສາເຫດທີ່ຈະເປີດສອນສາຂາເຫຼົ່ານີ້ຂຶ້ນມາ ເພາະວ່າທາງລົດໄຟຜ່ານບ້ານເຮົາມີຄວາມຍາວເຖິງ 417 ກິໂລແມັດ ເຊິ່ງວິສະວະກອນທາງດ້ານການລົດໄຟ ຄິດສະເລ່ຍ 1 ກິໂລແມັດ ຕ້ອງໃຊ້ບຸກຄະລາກອນ 15 ຄົນ ໃນທຸກລະດັບ ໝາຍຄວາມວ່າເສັ້ນທາງລົດໄຟຜ່ານລາວມີຄວາມຕ້ອງການບຸກຄະລາກອນເຖິງ 6 ພັນກວ່າຄົນ.

ສະນັ້ນ, ພວກເຮົາໄດ້ເລັ່ງສະເໜີຕໍ່ລັດຖະບານ ເພື່ອສ້າງວິທະຍາໄລທາງລົດໄຟຢູ່ຫຼັກ 16 ໃນໄວໆນີ້, ສ່ວນສະຖານທີ່ ແລະ ແບບອາຄານ ແມ່ນໄດ້ກຽມສຳເລັດແລ້ວ ຍັງລໍຖ້າແຕ່ການລົງມືກໍ່ສ້າງ ໂດຍທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ. ພ້ອມກັນນັ້ນ, ໃນສາຍອາຊີວະສຶກສາໃນອາຊີບເກົ່າທີ່ບໍ່ຕ້ອງການແລ້ວຕ້ອງປິດຫຼັກສູດໄວ້ກ່ອນ ເພາະວ່າເຮົາຕ້ອງຊອກຫາອາຊີບໃໝ່ທີ່ຈະເກີດຂຶ້ນ ເພື່ອຕອບໂຈດຕາມຄວາມຕ້ອງການໃຫ້ສັງຄົມຍຸກປັດຈຸບັນ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...