Tuesday, March 18, 2025

ລາວສົ່ງອອກສິນຄ້າອຸດສາຫະກຳນ້ອຍສຸດທຽບໃສ່ພາກພື້ນ ຕັດຫຍິບຈ້າງງານສູງກວ່າໝູ່

ຜົນການເກັບກຳຂໍ້ມູນຢ້ອນຫຼັງຂອງຂະແໜງອຸດສາຫະກຳ ແລະການຄ້າ ກ່ຽວກັບການສົ່ງອອກສິນຄ້າອຸດສາຫະກຳໃນປະເທດເຮົາເຫັນວ່າຍັງຢູ່ຕົວເລກທ້າຍຕາຕະລາງ ຖ້າທຽບໃສ່ບັນດາປະເທດອ້ອມຂ້າງ ແຕ່ສິ່ງທີ່ໜ້າພາກພູມໃຈບັນດາໂຮງຈັກໂຮງງານສ່ວນໃຫຍ່ມີເຈົ້າຂອງເປັນຄົນລາວ ໃນນັ້ນເຫັນວ່າຂະແໜງອຸດສາກຳຕັດຫຍິບເປັນຂົງເຂດທີ່ມີການຈ້າງງານ ກໍ່ຄືໃຫ້ເງິນເດືອນສູງກວ່າໝູ່ຮອງລົງມາຄືຂົງເຂດອາຫານ.

ອີງຕາມ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ທີ່ໄດ້ເກັບກຳ ສະຖິຕິໂຮງງານສໍາເລັດໃນທ້າຍປີ 2016 ດັ່ງນີ້:

ໃນ 18 ແຂວງທົ່ວປະເທດ ມີຈໍານວນ 13.148 ໂຮງງານ ແລະ ລວມເປັນເງິນລົງທຶນແມ່ນປະມານ 18,549 ຕື້ ໃນນັ້ນ, ການຜະລິດສະບຽງອາຫານ ມີຈໍານວນ 7,571 ໂຮງງານ, ການຜະລິດຜະລິດຕະພັນແຮ່ທາດອື່ນໆ ທີ່ບໍ່ແມ່ນໂລຫະ ມີຈໍານວນ 1.315 ໂຮງງານ ແລະ ການຜະລິດເຄື່ອງດື່ມ ມີຈໍານວນ 813 ໂຮງງານ.

ນອກຈາກນັ້ນຈໍານວນໂຮງງານທັງໝົດທີ່ກ່າວມານັ້ນ ແມ່ນມີ ໂຮງງານທີ່ລົງທຶນໂດຍຈາກຕ່າງປະເທດ 354, ໂຮງງານຮ່ວມມທຶນມີ 2.115 ແລະ ໂຮງງານທີ່ຄົນລາວເປັນເຈົ້າຂອງແມ່ນ 10.679. ເພີ່ມຕື່ມແມ່ນຈໍານວນທຶນໃນການ ສົ່ງອອກສິນຄ້າອຸດສາຫະກໍາ ຈາກ ສປປ ລາວ ແລະ ບັນດາປະເທດອາຊີອື່ນໆ.

ຈາກທີ່ເຫັນໃນແຜນວາດ ການສົມທຽບການສົ່ງອອກສິນຄ້າອຸດສາຫະກໍາກັບອາຊຽນ ແມ່ນປະເທດລາວຍັງມີການສົ່ງອອກທີ່ນ້ອຍສຸດຖ້າປຽບທຽບກັບບັນດາປະເທດໃນພາກພື້ນອາຊີ ທີ່ມີຊາຍແດນຕິດຈອດກັນ ແລະ ເປັນປະເທດບ້ານໃກ້ເຮືອນຄຽງ ເຊັ່ນ ປະເທດໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ແລະ ຟີລິບປີນ.

ແຕ່ຢ່າງໃດກໍຕາມມູນຄ່າການສົ່ງອອກຂອງລາວແມ່ນມີການເຕີບໂຕຂື້ນໄປແຕ່ລະປີກໍ່ຄືມູນຄ່າການສົ່ງອອກອຸດສາຫະກໍາ ໃນປີ 2010 ແມ່ນປະມານ 1.425 ລ້ານໂດລາສະຫະລັດ ແລະ ໃນປີ 2016 ມີມູນຄ່າມີປະມານ 2.277 ລ້ານໂດລາສະຫະລັດ

ສິນຄ້າອຸດສາຫະກໍາສົ່ງອອກຫລັກ ແມ່ນມີ 35 ປະເພດລາຍການ ລວມມູນຄ່າການສົ່ງອອກໃນປີ 2016 ແມ່ນມີປະມານ 4.236 ລ້ານໂດລາສະຫະລັດ ລາຍການທີ່ໄດ້ສົ່ງອອກສູງສຸດແມ່ນ ໄຟຟ້າ, ແກັສ ແລະ ການສະໜອງອາຍນໍ້າ ມີມູນຄ່າປະມານ 1.033 ລ້ານໂດລາສະຫະລັດ, ການຂຸດຄົ້ນແຮ່ທາດອື່ນໆ ມີມູນຄ່າປະມານ 731 ລ້ານໂດລາສະຫະລັດ ແລະ ການຜະລິດສະບຽງອາຫານ 483 ລ້ານໂດລາສະຫະລັດ

ພ້ອມດຽວກັນນີ້, ການຜະລິດຂອງອຸດສາຫະກໍາປຸງແຕ່ງ ກໍ່ມີທ່າອ່ຽງຂະຫຍາຍໂຕຂື້ນໄປແຕ່ລະບາດກ້າວ. ອີງຕາມຂໍ້ມູນການສໍາຫລວດອຸດສາຫະກໍາປຸງແຕ່ງ ມູນຄ່າການຜະລິດຂອງ ໂຮງງານອຸດສາຫະກໍາ (Gross Output) ປະມານ 26.000 ຕື້ກີບ ແລະ ສາມາດສ້າງມູນຄ່າເພີ່ມ (Value Added – VA) ປະມານ 15.000 ຕື້ກີບ ໃນນັ້ນກວມເອົາມູນຄ່າເພີ່ມຫລາຍສຸດຈາກ ການຜະລິດເຄື່ອງດື່ມ ປະມານ 3.281 ຕື້ກີບ ແລະ ການຜະລິດຜະລິດຕະພັນແຮ່ທາດອື່ນໆ ທີ່ບໍ່ແມ່ນໂລຫະ ແມ່ນມີ ປະມານ 3.135 ຕື້ກີບ.

ການວ່າແຈ້ງແຮງງານທັງໝົດມີ 118.585 ຄົນ (72.676 ຊາຍ) ແລະ ແຮງງານຝ່າຍຜະລິດມີ 77.288 ຄົນ (42.519 ຊາຍ). ໃນນັ້ນ, ອຸດສາຫະກໍານຸ່ງຫົ່ມ ທີ່ເປັນໂຮງຈັກໂຮງງານ ແມ່ນມີອັດຕາຈ້າງງານສູງສຸດທີ່ 26.054 ຄົນ ຄິດໄລ່ເປັນມູນຄ່າເງິນເດືອນແມ່ນ ປະມານ 316 ຕື້ກີບ ແລະ ສະຫວັດດີການອື່ນໆ ປະມານ 15 ຕື້ກີບ.

ຮອງມາແມ່ນການຜະລິດສະບຽງອາຫານທີ່ມີຫລາກຫລາຍປະເພດອາຫານຍ່ອຍ ແມ່ນມີ 34.488 ຄົນ ຄິດໄລ່ເປັນມູນຄ່າເງິນເດືອນແມ່ນປະມານ 148 ຕື້ກີບ ແລະ ສະຫວັດດີການອື່ນໆ ປະມານ 2 ຕື້ກີບ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.