ເປີດແລ້ວ!!! ທຶນການສຶກສາ ຈາກລັດຖະບານອິນເດຍ

Call for Application: ASEAN-India Research Training Fellowship 2019, India 

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry)

ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທໍາມະຊາດ ແລະ ວິສະວະກໍາສາດ ໄລຍະ 2 – 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ. 

ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່:

https://aistic.gov.in/ASEAN/aistdfFellowship

ກຳນົດປິດຮັບສະໝັກ/ສົ່ງ Proposal ວັນທີ 31 ທັນວາ 2019.
ເງື່ອນໄຂຜູ້ສະໝັກ: 

  • ຜູ້ສະໝັກຕ້ອງອາຍຸບໍ່ເກີນ 45 ປີ. 
  • ຈົບການສຶກສາໃນລະດັບ ປ. ໂທ ຫຼື ປ. ເອກ ໃນສາຂາທີ່ກ່ຽວຂ້ອງ (ວິທະຍາສາດທຳມະຊາດ ຫຼື ວິສະວະກຳສາດ). 
  • ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ. 

  • ໝາຍເຫດ:
  • – ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າປີ້ຍົນໄປ-ກັບ, ຄ່າໃຊ້ຈ່າຍໃນການເຮັດວິໄຈ/ຄົ້ນຄວ້າ, ເງິນແຮ ແລະ ເບ້ຍລ້ຽງຈຳນວນໜຶ່ງ.

ແຫຼ່ງຂໍ້ມູນ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...