4 ໂຄງການພັດທະນາຕົວເມືອງຫຼວງນ້ຳທາມີຄວາມຄືບໜ້າ

ທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວໆ ຫຼວງນໍ້າທາ ລົງກວດກາຄວາມຄືບໜ້າໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ 2 ຢູ່ເມືອງຫຼວງນໍ້າທາໂດຍມີ ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີບໍລິສັດທີ່ປຶກສາໂຄງການ, ບໍລິສັດຮັບເໝົາກໍ່ສ້າງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທະນູສີນ ຫົວໜ້າທີມທີປຶກສາໂຄງການໄດ້ລາຍງານຄວາມຄືບໜ້າໃຫ້ຮູ້ວ່າ: ໃນ 4 ໂຄງການກໍ່ສ້າງໂຄງການທຳອິດປະກອບມີໜ້າວຽກປັບປຸງສວນສາທາລະນະ, ຕະຫຼາດກາງຄືນ ແລະສະໜາມກີລາໃນຮົ່ມໂດຍແມ່ນບໍລິສັດຮ່ວງຊະນະໄຊກໍ່ ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງມູນຄ່າກໍ່ສ້າງ 1,5 ລ້ານໂດລາ, ໄລຍະການກໍ່ ສ້າງ 18 ເດືອນ ປະຈຸບັນສໍາເລັດ 27,40% ຄາດວ່າຈະສໍາເລັດໂຄງການໃນເດືອນກັນຍາ 2020.

ໂຄງການກໍ່ສ້າງຂົວຂ້າມນໍ້າທາ ແລະ ທາງເຂົ້າຂົວແມ່ນບໍລິສັດຈຳປາຄຳກໍ່ສ້າງ-ສ້ອມແປງຂົວທາງ ແລະເຄຫາສະຖານຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 2,3 ລ້ານໂດລາ ໄລຍະການກໍ່ສ້າງ 18 ເດືອນຄວາມຄືບໜ້າສຳເລັດ 49,83% ຄາດວ່າຈະສໍາເລັດໂຄງການເດືອນມີນາ 2020.

ໂຄງການປັບປຸງບ້ານພາຍໃນເມືອງເສັ້ນທາງ ແລະຮ່ອງລະບາຍນໍ້າແຄມ ທາງເມືອງຫຼວງນໍ້າທາ ບໍລິສັດຄຳຟອງກຼຸບ ຮັບເໝົາກໍ່ສ້າງໃນມູນຄ່າ 7,4 ລ້ານໂດລາ, ໄລ ຍະການກໍ່ສ້າງ 18 ເດືອນ ປະຈຸບັນສໍາເລັດ 6,28% ຈະໃຫ້ສໍາເລັດເດືອນກັນຍາ2020.

ໂຄງການທີ 4 ແມ່ນໂຄງການກໍ່ສ້າງສະໜາມຂີ້ເຫຍື້ອແຂວງຫຼວງນໍ້າທາແມ່ນບໍລິສັດວີເອັດພີກໍ່ສ້າງຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງໄລຍະເວລາກໍ່ສ້າງ 18 ເດືອນ ປະຈຸບັນສຳເລັດ 46,25% ແລະກະກໍ່ສ້າງສຳເລັດເດືອນເມສາ 2020 ໂດຍທັງ 4 ໂຄງການໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ອຸ້ມ ສົມນໍວັນ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...