Monday, May 19, 2025
Kbank Laos โอน รับ จ่าย

ເທດສະການອາຫານລາວ ປີ 2020 ຈະຈັດຂຶ້ນວັນທີ 28-31 ມັງກອນ ທີ່ຈະມາເຖິງນີ້!!!

ງານເທດສະການອາຫານລາວ ປະຈຳ ປີ 2020 ຈະຈັດຂຶ້ນໃນລະຫວ່າງ ວັນທີ 28-31 ມັງກອນ ທີ່ຈະມາເຖິງນີ້ ຢູ່ເດີນສວນເຈົ້າອານຸວົງ (ແຄມຂອງ) ເມືອງຈັນທະບູລີ ນະຄອນຫລວງວຽງຈັນ,

ເຊິ່ງບັນດາທ່ານ ທີ່ເຂົ້າມາທ່ຽວງານ ຈະໄດ້ມີໂອກາດຊີມລົດຊາດອາຫານ ທີ່ເປັນເອກະລັກພື້ນເມືອງລາວ ຈາກ 17 ແຂວງ ແລະ ນະຄອນຫລວງ, ພ້ອມທັງຈະໄດ້ທ່ຽວຊົມ ແລະ ຊື້ສິນຄ້າ ນາໆຊະນິດ ຈາກພາຍໃນ ແລະ ຕ່າງປະເທດ ຢ່າງຫລາກຫລາຍ.


ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມ ນັກທຸລະກິດແມ່ຍິງລາວ ກ່າວໃນງານຖະແຫລງຂ່າວ ກ່ຽວກັບການຈັດງານ ດັ່ງກ່າວ, ໃນວັນທີ 24 ທັນວາ 2019 ນີ້ວ່າ:

ການຈັດງານຄັ້ງນີ້, ເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍທຸລະກິດຂອງແມ່ຍິງ, ຜູ້ປະກອບການແມ່ຍິງກ່ຽວກັບ ການຜະລິດ, ການປູກຝັງ, ລ້ຽງສັດ, ປຸງແຕ່ງ, ທຸລະກິດຮ້ານອາຫານ, ການໂຮງແຮມ, ຜູ້ເຮັດການຜະລິດ ຫັດຖະກຳຝ້າຍໄໝ, ຈັກສານ ແລະ ອື່ນໆ ຈາກທ້ອງຖິ່ນ ນັບທັງນະຄອນຫລວງວຽງຈັນ ໃຫ້ໄດ້ມີໂອກາດ ມາວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ, ເພື່ອສ້າງໂອກາດ ໃຫ້ຜູ້ປະກອບການແມ່ຍິງ ທັງຫລາຍມີໂອກາດ ໄດ້ແລກປ່ຽນບົດຮຽນ, ປະສົບການໃນການພັດທະນາ ຜະລິດຕະພັນຂອງຕົນ ໃຫ້ສາມາດຕອບສະໜອງ ໄດ້ຕາມຄວາມຕ້ອງ ການຂອງຕະຫລາດ ໃນຍຸກປັດຈຸບັນ, 

ເພື່ອປຸກລະ ດົມຄວາມຄິດແບບໃໝ່ ໃນການຜະລິດເປັນສິນຄ້າ ຂອງຜູ້ປະກອບການ ແມ່ຍິງໃຫ້ສ້າງເຄືອຂ່າຍ ການຄ້າຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ ທັງສາມາດສົ່ງຂາຍອອກສູ່ ຕະຫລາດສາກົນໄດ້, ທັງເປັນການໂຄສະນາເຜີຍແຜ່ ອາຫານພື້ນເມືອງແບບລາວໆ ຈາກຜະລິດຕະພັນປອດສານພິດ ທີ່ດີຕໍ່ສຸຂະ ພາບ. ງານໃນຄັ້ງນີ້, ມີຮ້ານວາງສະແດງທັງໝົດ 190 ຮ້ານ

ໃນນັ້ນປະກອບມີວາງສະແດງ ແລະ ຂາຍສິນຄ້າປະເພດຕ່າງໆ ເຊັ່ນ: ຮ້ານອາຫານ, ເຄື່ອງຫັດຖະກຳ, ກະສິກຳ ຈາກພາຍໃນ ແລະ ປະເທດໃກ້ຄຽງ ນອກຈາກນັ້ນຍັງມີ ສິນຄ້າຈາກປະເທດອາຊຽນ-ສະຖານທູດຕ່າງໆ ຈາກ 6 ປະເທດ ປະຈຳ ສປປ ລາວ ເຂົ້າຮ່ວມ ເຊັ່ນ:

ສະຖານທູດກຳປູເຈຍ, ສະຖານທູດສິງກະໂປ, ສະຖານທູດໄທ, ສະຖານທູດຟິລິບປິນ, ສະຖານທູດມຽນມາ ແລະ ສະຖານທູດ ມາເລເຊຍ. 

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້