ການນໍາເຂົ້າ-ສົ່ງອອກ ຈໍາໜ່າຍ, ຜະລິດ ແລະ ປະກອບຍານພາຫະນະທາງບົກ ໃນລາວ ຈະຖືກຄຸ້ມຄອງຮັດກຸມຂຶ້ນ

ພາບປະກອບ

ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ ໃນການຕິດຕາມ ກວດກາ ການດໍາເນີນທຸລະກິດຍານພາຫະນະທາງບົກຢູ່ ສປປ ລາວ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ດໍາເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ອອກດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ, ລົງວັນທີ 27 ທັນວາ 2019 ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວ ແລະ ດໍາເນີນກິດຈະກໍາຕ່າງໆ ທີ່ຕິດພັນກັບ ຍານພາຫະນະທາງບົກ.

ພາບປະກອບ

ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ, ລົງວັນທີ 27 ທັນວາ 2019 ມີຈຸດປະສົງເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການດໍາເນີນທຸລະກິດຍານພາຫະນະທາງບົກ ຢູ່ ສປປ ລາວ ໃຫ້ເປັນລະບົບ ສາມາດຄອບຄຸມໄດ້ ໂດຍກໍານົດບັນດາຫຼັກການ ແລະ ມາດຕະການ ທີ່ຮັບປະກັບຜົນປະໂຫຍດ ຂອງພາກທຸລະກິດ, ພາກລັດ ແລະ ຜູ້ຊົມໃຊ້.

ການແຈ້ງຂື້ນທະບຽນວິສາຫະກິດຂອງທຸລະກິດການນໍາເຂົ້າ, ສົ່ງອອກ, ຜະລິດ,​ ແລະ ປະກອບພາຫະນະທາງບົກ ແມ່ນສໍາລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດໍາເນີນທຸລະກິດດັ່ງກ່າວ ຕ້ອງແຈ້ງຂື້ນທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ພາບປະກອບ

     ປະເພດທຸລະກິດຍານພາຫະນະທາງບົກ ແມ່ນມີ 3 ປະເພດ ຄື:

     1. ທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບການນໍາເຂົ້າຍານພາຫະນະທາງບົກ ເພື່ອຂາຍຍົກໃຫ້ຜູ້ດໍາເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ, ສົ່ງອອກຕໍ່, ເປັນຕົວແທນ ຫລື ຊື້ຍານພາຫະນະທາງບົກຈາກ ຜູ້ຜະລິດ, ປະກອບຍານພາຫະນະທາງບົກ ຢູ່ ສປປ ລາວ ເພື່ອຈໍາໜ່າຍ ຢູ່ ພາຍໃນ ຫລື ສົ່ງອອກໄປຕ່າງປະເທດ.

ການປະກອບເອກະສານ ຂໍອະນຸຍາດດໍາເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ແມ່ນຕ້ອງປະຕິບັດຕາມລະບຽບທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ດັ່ງນີ້:

1) ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ;

2) ເອກະສານການມອບສິດໃຫ້ເປັນຜູ້ນໍາເຂົ້າຍານພາຫະນະ ຈາກບໍລິສັດແມ່ ຫລື ສາຂາທີ່ໄດ້ຮັບມອບສິດຈາກບໍລິສັດແມ່;

3) ໃບທະບຽນວິສາຫະກິດ;

4) ໜັງສືແນະນໍາການຂໍອະນຸຍາດດໍາເນີນທຸລະກິດ ທີ່ອອກໂດຍ ພາກສ່ວນອອກໃບທະບຽນວິສາຫະກິດ.

ທຶນຈົດທະບຽນຂອງວິສາຫະກິດດັ່ງກ່າວມານີ້ ແມ່ນມີ ສີ່ຕື້ ກີບ ຂື້ນໄປ ສໍາລັບຍານພາຫະນະທາງບົກ ທີ່ມີສອງ ຫລື ສາມລໍ້ ແລະ ຫ້າສິບຕື້ ກີບ ຂື້ນໄປ ສໍາລັບຍານພາຫະນະທາງບົກ ທີ່ມີສີ່ລໍ້ຂື້ນໄປ.

     2. ທຸລະກິດການຈໍາໜ່າຍຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບ ການຂາຍຍົກ, ຂາຍຍ່ອຍຍານພາຫະນະທາງບົກໃໝ່ ແລະ/ຫລື ຍານພາຫະນະທາງບົກທີ່ໃຊ້ແລ້ວ ທີ່ສາມາດຂາຍ ຫລື ເປັນຕົວແທນຈໍາໜ່າຍຍານພາຫະນະທາງບົກ ຍີ່ຫໍ້ໃດໜຶ່ງ ຫລື ຫລາຍຍີ່ຫໍ້ ຊຶ່ງບໍ່ສາມາດນໍາເຂົ້າ ແລະ ສົ່ງອອກໄດ້.

        ການປະກອບເອກະສານ ຂໍອະນຸຍາດດໍາເນີນກິດຈະການການຈໍາໜ່າຍພາຫະນະທາງບົກ ແມ່ນຕ້ອງປະຕິບັດຕາມລະບຽບທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ດັ່ງນີ້:

1) ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ;

2) ໃບອະນຸຍາດປຸກສ້າງສະຖານທີ່ວ່າງຈໍາໜ່າຍຍານພາຫະນະທາງບົກ;

3) ໃບທະບຽນວິສາຫະກິດ;

4) ໜັງສືແນະນໍາການຂໍອະນຸຍາດດໍາເນີນທຸລະກິດ ທີ່ອອກໂດຍ ພາກສ່ວນອອກໃບທະບຽນວິສາຫະກິດ.

ພາບປະກອບ

     3. ທຸລະກິດການຜະລິດ ແລະ/ຫລື ການປະກອບຍານພະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບການຜະລິດ ຫລື ປະກອບ ຫລື ທັງຜະລິດ ແລະ ປະກອບຍານພາຫະນະທາງບົກ ໂດຍຜະລິດ, ນໍາເຂົ້າ ຫລື ຊື້ຊີ້ນສ່ວນ ຈາກຜູ້ຜະລິດຢູ່ພາຍໃນ ຈໍານວນຫນຶ່ງ ຫລື ທັງໝົດ ເພື່ອປະກອບເປັນຍານພາຫະນະທາງບົກສົມບູນ ແລ້ວຈໍາໜ່າຍຢູ່ພາຍໃນ ຫລື ສົ່ງອອກຕ່າງປະເທດ.

ຜູ້ຜະລິດ ແລະ/ຫລື ຜູ້ປະກອບຍານພາຫະນະທາງບົກ ຕ້ອງມີແຜນການເຄື່ອນໄຫວປະຈໍາປີ ໂດຍມີການຢັ້ງຢືນຈາກຂະແໜງການອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ລາຍລະອຽດເພີ່ມເຕີບຂອງ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.