Friday, November 7, 2025
Kbank Laos โอน รับ จ่าย

ລາວສະເໜີ 6 ສາຂາຊ່າງ ເຂົ້າແຂ່ງຂັນສີມືແຮງງານປີນີ້ທີ່ສິງກະໂປ

ການແຂ່ງຂັນສີມືແຮງງານເປັນການສົ່ງເສີມຜູ້ຮຽນວິຊາຊີບໃຫ້ມີຄວາມຊຳນານງານຫຼາຍຂຶ້ນ ໂດຍອາໄສບົດຮຽນປະສົບການເຫຼົ່ານັ້ນມາຕໍ່ຍອດຊີວິດທຸລະກິດໃນພາຍພາກໜ້າ ເຊິ່ງຫຼາຍປີຜ່ານມາເຫັນວ່າລາວເຮົາສາມາດຍາດຜົນງານມາໄດ້ຢ່າງໜ້າເພິ່ງພໍໃຈ ບາງຄັ້ງເຖິງບໍ່ໄດ້ອັນດັບໜຶ່ງແຕ່ກໍ່ເຮັດໃຫ້ຜູ້ເຂົ້າຮ່ວມແຂ່ງຂັນຮູ້ວ່າຕົນຕ້ອງພັດທະນາຕື່ມໃນຈຸດໃດ.

ເພື່ອເປັນການກະກຽມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 13, ໃນເດືອນ ກໍລະກົດ ປີ 2020ນີ້, ຄະນະຜູ້ແທນລາວ ເຊິ່ງນຳໂດຍ ທາ່ນ ສຸລິສັກ ສຸພັນທອງ ຮອງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ(ຮສສ) ເປັນຫົວໜ້າຄະນະ , ໄດ້ເດີນທາງເຂົ້າຮວ່ມ ກອງປະຊຸມຄັ້ງທີ 1 ຂອງຄະນະກຳມະການເຕັກນິກຮັບຜິດຊອບຈັດການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 13 (13th ASEAN Skills Competition)

ໃນລະຫວ່າງວັນທີ 9 – 12 ທັນວາ 2019, ທີ່ປະເທດສິງກະໂປ; ເປັນກຽດເຂົ້າຮ່ວມກ່າວເປີດໂດຍ ທ່ານ ອ໋ອງ ແຕ ຈິນ(Mr. Ong Tze Ch’in), ປະທານສະພາບໍລິຫານການແຂ່ງຂັນສີມື ແຮງງານ ແຫ່ງ ປະເທດສິງກະໂປ, ໂດຍມີບັນດາຄະນະຜູ້ແທນຂັ້ນສູງ, ຄະນະຄູຝຶກ ແລະ ແຂກຖືກເຊີນ ຈາກ ບັນດາປະເທດສະມາຊິກອາຊຽນ ຫຼາຍກວ່າ 150 ທ່ານ ເຂົ້າຮວ່ມ.

ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບຟັງການລາຍງານ, ພ້ອມທັງ ປຶກສາຫາລື, ທົບທວນຄືນຄວາມພ້ອມ ແລະ ສາມາດກຳນົດເອົາລະບຽບ ແລະ ກົດກະຕິກາການແຂ່ງຂັນ, ແລະ ຮັບຮອງເອົາ 20 ສາຂາຊ່າງເຂົ້າໃນການແຂ່ງຂັນ ລວມມີ ຂະແໜງ IT 5 ສາຂາຊ່າງ, ຂະແໜງ ວິສະວະກຳ 8 ສາຂາຊ່າງ, ຂະແໜງ ບໍລິການ 4 ສາຂາຊ່າງ, ຂະແໜງ ສິລະປະ ແລະ ປະຍຸກ 2 ສາຂາ, ຂະແໜງ ການຂົນສົ່ງ 1 ສາຂາ, ແລະ 2 ສາຂາຊ່າງທີ່ເປັນການສາທິດ ຄື: ສາຂາຊ່າງຄວບຄຸມລະບົບເຕັກນິກໃນອຸດສາຫະກຳ ແລະ ສາຂາຊ່າງຄວບຄຸມລະບົບການຂົນສົ່ງ.

ສຳລັບ ສປປ ລາວ, ແມ່ນໄດ້ສະເໜີເອົາ 6 ສາຂາຊ່າງ ທີ່ຈະສົ່ງເຂົ້າຮ່ວມແຂ່ງຂັນ ຄື:

(1) ສາຂາ ຊ່າງຕິດຕັ້ງໄຟຟ້າ, (2) ສາຂາຊ່າງປຸງແຕ່ງອາຫານ, (3) ສາຂາຊ່າງອອກແບບ ແລະ ຕັດຫຍິບເຄື່ອງນຸ່ງ, (4) ສາຂາຊ່າງອອກແບບກຣາບຟິກ, (5) ສາຂາຊ່າງອອກແບບໜ້າເວັບໄຊ້ ແລະ (6) ສາຂາຊ່າງຫຸ່ນຍົນເຄື່ອນທີ່.

ໃນການແຂ່ງຂັນສີມືແຮງງານຄັ້ງທີ 13 ນີ້, ປະເທດສິງກະໂປ ບໍ່ໄດ້ກຳນົດ ເອົາ ສາຂາຊ່າງຈອດ, ສາຂາຊ່າງກໍ່ ແລະ ສາຂາຊ່າງໄມ້ເຄື່ອງເຮືອນ ເຂົ້າໃນການແຂ່ງຂັນ ເນື່ອງຈາກວ່າ ເງື່ອນໄຂ ແລະ ສະພາບແວດລ້ອມ ພາຍໃນປະເທດ ບໍ່ເອື້ອຍອຳນວຍຄວາມສະດວກ.

ສຳລັບໃນການກະກຽມຄວາມພ້ອມ ສປປ ລາວ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ,ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີແຜນການຮ່ວມມືກັບພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຈະຈັດຕັ້ງການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ໃນຕົ້ນປີ 2020 ນີ້, ເພື່ອຄັດເລືອກເອົານັກແຂ່ງຂັນສີມືແຮງງານ ແລະ ຄູຝຶກເຂົ້າຮວ່ມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 ທີ່ປະເທດສິງກະໂປ.

ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 ໃນການກະກຽມຄວາມພ້ອມໃນການທີຈະເຂົ້າຮ່ວມນັ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີແຜນການຮ່ວມມືກັບພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຈະຈັດຕັ້ງການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ໃນຕົ້ນປີ 2020 ນີ້ ເພື່ອ ຄັດເລືອກເອົານັກແຂ່ງຂັນສີມືແຮງງານ ແລະ ຄູຝຶກ ທິມຊາດລາວເຂົ້າຮ່ວການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 ທີ່ປະເທດສິງກະໂປ.

ການແຂ່ງຂັນສີມືແຮງງານອາຊຽນມີຂຶ້ນ ທຸກໆ 2 ປີ, ເຊິ່ງໄດ້ເລີ່ມມາແຕ່ ປີ 1996 ມາເຖີງປະຈຸບັນ ການແຂ່ງຂັນສີມືແຮງງານອາຊຽນຖືກຈັດຕັ້ງແລ້ວ ຈຳນວນ 12 ຄັ້ງ.

ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມ ການແຂ່ງຂັນສີມືແຮງງານອາຊຽນ ຈໍານວນ ທັງໝົດ 10 ຄັ້ງ, (ສັງເກດການ 1 ຄັ້ງ) ແລະ ສາມາດຍາດໄດ້ຫຼຽນເງີນ ເຊີງເປັນຫຼຽນປະຫວັດສາດ ໃນສາຂາອາຊີບຕິດຕັ້ງໄຟຟ້າໃນອາຄານ ໃນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 10 ໃນປີ 2014 ທີ່ ສສ. ຫວຽດນາມເປັນເຈົ້າພາບ ແລະ ສາມາດຍາດໄດ້ໃບຢັ້ງຢືນສີມືດີເດັ່ນ ຈຳນວນ 20 ຄົນ, ທັງສາມາດນຳໄປຜັນຂະຫຍາຍ ແລະ ຖ່າຍທອດເປັນບົດຮຽນ ເຂົ້າໃນການພັດທະນາສີມືແຮງງານລາວ ໃຫ້ດີຫຍິ່ງໆຂຶ້ນ ເປັນກ້າວໆ. /

ແຫຼ່ງຂໍ້ມູນ: ( ຂ່າວສານ ຮສສ: ຂໍ້ມູນກົມພັດທະນາ )

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.