Friday, March 21, 2025

ສອງອ້າຍນ້ອງລາວ-ຫວຽດນາມ ລົງນາມເອກະສານການຮ່ວມມື 8 ສະບັບ ໃນກອງປະຊຸມທະວິພາຄີສອງປະເທດ

ທີ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດ ນາມ, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມ ຄັ້ງທີ 42 ປະຈຳປີ 2020 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ. ໃນກອງປະຊຸມ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 41 ກໍຄື ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈໍາປີ 2019 ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມື ໃນປີ 2020 ພ້ອມນັ້ນຍັງໄດ້ລົງນາມ 8 ເອກະສານການຮ່ວມມືລະຫວ່າງສອງປະເທດຕື່ມອີກ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ໃນປີ2019 ຜ່ານມາ, ໄດ້ບັນລຸຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ; ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ.

ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວ ລວມມູນຄ່າມີເຖິງ 4,2 ຕື້ ໂດລາສະຫະລັດ, ຈັດຢູ່ໃນອັນດັບ 3 ໃນຈໍານວນການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ ແລະ ມູນຄ່າການຄ້າສອງຝ່າຍປີ 2019 ບັນລຸໄດ້ 1,2 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 12,4%; ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ ກໍໄດ້ຮັບເປີດກວ້າງດ້ວຍຫຼາຍຮູບການ, ປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຮ່ຳຮຽນ ຢູ່ ສສ. ຫວຽດນາມ ມີຫຼາຍກວ່າ 16.600 ຄົນ.

ສຳລັບທິດທາງແຜນການຮ່ວມມື ໃນປີ 2020, ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງສອງກົມການເມືອງ ແລະ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ລະຫວ່າງສອງລັດຖະບານ ໃຫ້ປະກົດຜົນເປັນຈິງ, ໃນນັ້ນ ເອົາໃຈໃສ່ສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,

ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມື ແລະ ການຈັດຕັ້ງຜັນຂະຫຍາຍເນື້ອໃນຖະແຫຼງການຮ່ວມ ແລະ ບັນດາຂໍ້ຕົກລົງຕ່າງໆໃຫ້ເປັນຮູບປະທຳຍິ່ງຂຶ້ນ ໂດຍສະເພາະແມ່ນການຜັນຂະຫຍາຍການບົດບັນທຶກຄວາມເຂົ້້າໃຈ ກ່ຽວກັບ ການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ, ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ ດັ່ງນີ້ເປັນຕົ້ນ.

ຄຽງຄູ່ກັນນີ້ ສອງຝ່າຍ ກໍ່ຈະພ້ອມກັນ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືດ້ານ ການຄ້າ,ການລົງທຶນ, ການສຶກສາ ກໍ່ຄື ການພັດທະນາຊັບພະຍາກອນມະນຸດສອງປະເທດ ແລະການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

ໃນໂອກາດກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຖະແຫຼງຂ່າວຮ່ວມຜົນສຳເລັດ ແລະ ຮ່ວມເປັນສັກຂີພະຍານໃນການລົງນາມເອກະສານຮ່ວມມືເຖິງ 8 ສະບັບ ໃນນັ້ນມີຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງລັດຖະບານ ສປປລາວ ແລະສສ.ຫວຽດນາມ, ບົດບັນທຶກກອງປະຊູມຄະນະກຳມະການຮ່ວມມືດັ່ງກ່າວ, ສົນທິສັນຍາສອງຝ່າຍວ່າດ້ວຍການໂອນຕົວຜູ້ຖືກຕັດສິນລົງໂທດ ແລະ ສັນຍາກ່ຽວກັບການຊື້-ຂາຍໄຟຟ້າ ຂອງ 5 ໂຄງການ.

ສອງຝ່າຍໄດ້ຕີລາຄາສູງຜົນຂອງກອງປະຊຸມຄັ້ງນີ້ ເຊິ່ງຈະປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ແລະນັບມື້ນັບກ້າວສູ່ລວງເລິກຫລາຍຂຶ້ນ ເຊິ່ງເປັນຂີດໝາຍອັນໃໝ່ ໃນປີ 2020.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫງວຽນ ຝູ໋ຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ນາງ ຫງວຽນ ທິກິມເງິນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ອີກ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່