ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2019

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2019 ໄດ້ໄຂຂຶ້ນຢູ່ທີ່ສະໂມສອນ ຄະນະກວດກາສູນກາງພັກ (ຫຼັກ6) ໃນວັນທີ 8 ມັງກອນ 2020.

ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີບັນດາສະຫາຍຮອງປະທານ, ຄະນະພັກ-ຄະນະກວດກາສູນກາງພັກ, ຄະນະພັກ, ຄະນະປະຈຳ, ບັນດາປະທານ-ຮອງປະທານ ຄະນະກວດກາກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ເຂົ້າຮ່ວມ.

ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານ ຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນ- ຕ້ານການສໍ້ລາດບັງຫຼວງໃນປີ 2019, ທິດທາງແຜນການວຽກງານກວດກາ ປີ 2020.

ເຊິ່ງໄລຍະ 1 ປີຜ່ານມາ ຄະນະພັກ, ອົງການກວດກາພັກອົງການກວດກາລັດແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງ ປະຕິ ບັດວຽກງານຕິດຕາມ, ກວດກາຕາມພາລະບົດບາດ ແລະ ໜ້າທີ່ຂອບເຂດສິດຂອງຕົນ,

ໂດຍສະເພາະແມ່ນຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ແລະ ແຜນການວຽກງານກວດກາປະຈໍາປີ 2020, ເຊິ່ງໄດ້ເປັນການປະກອບສ່ວນເຮັດໃຫ້ບັນດາອົງການຈັດຕັ້ງຂັ້ນ ຕ່າງໆທັງສູນກາງ ແລະ ທ້ອງຖິ່ນມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສະ ກັດກັ້ນ-ຕ້ານການສໍ້ລາດບັງຫຼວງໃນທຸກຮູບແບບ.

ຈາກນັ້ນ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນ ຕ່າງໆກ່ຽວກັບວຽກງານກວດກາເປັນຕົ້ນແມ່ນ:

ບົດລາຍງານ ກ່ຽວກັບການປັບປຸງກົງຈັກ ການຈັດຕັ້ງ-ພະນັກງານ,ບົດລາຍງານວຽກງານຕິດຕາມ-ກວດກາພັກ, ບົດລາຍງານກ່ຽວກັບການກວດກາຕາມຜົນການກວດສອບ ແລະ ຕິດຕາມ-ກວດກາ ການລົງທຶນຂອງລັດເລີ່ມແຕ່ຫົວທີ.

ນອກນີ້ ຜູ້ແທນກອງປະຊຸມແຕ່ລະພາກສ່ວນຈະໄດ້ຜັດປ່ຽນ ກັນປະກອບຄຳຄິດຄຳເຫັນຕາມ ການເຈາະຈິ້ມຂອງປະທານກອງປະຊຸມ.

ເຊິ່ງກອງປະຊຸມດັ່ງ ກ່າວຈະໄດ້ດຳເນີນໄປເປັນເວລາ 3 ວັນ ຄື: 8-10 ມັງກອນ 2020 ຈຶ່ງຈະອັດລົງ.

ໂດຍ: ແສງເດືອນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...