Monday, March 24, 2025

ດ່ານພາສີ ສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ເກີນແຜນ 11,15%

ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແຂວງໄຊຍະບູລີ ແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານຫລັກແຫລ່ງພາຍໃນດ່ານ ໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນວຽກງານການເມືອງແນວຄິດ, ວຽກງານວິຊາສະເພາະ ພາຍໃນດ່ານສາກົນນໍ້າເຫືອງ ກໍ່ຄືບັນດາດ່ານປະເພນີທີ່ຂຶ້ນກັບແມ່ນມີຄວາມສະຫງົບໂດຍພື້ນຖານ, ວຽກງານວິຊາສະເພາະໄດ້ມີການປັບປຸງແກ້ໄຂຫລາຍດ້ານ, ການບໍລິການພາຍໃນດ່ານມີຄວາມສະດວກວ່ອງໄວ ແລະ ຮັບປະກັນດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າ ເຫັນວ່າມີບາງຊະນິດສິນຄ້າແມ່ນໄດ້ເພີ່ມຂຶ້ນ, ຊຶ່ງເປັນສາເຫດທີ່ພາໃຫ້ການເກັບລາຍຮັບໄດ້ລື່ນແຜນການ ຄື:

ໝົດປີ 2019 ສາມາດເກັບລາຍຮັບໄດ້ທັງໝົດ 342,93 ຕື້ກວ່າກີບ ເທົ່າກັບ 106,07% ຂອງແຜນການປີ ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 11,15%.

ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ແຂວງໄຊຍະບູລີ-ແຂວງເລີຍ ໄດ້ກ່າວວ່າ ໃນວັນທີ 15 ມັງກອນ 2020 ຈາກສະພາບທີ່ໄດ້ກ່າວມານັ້ນແມ່ນສ່ວນໜຶ່ງຊຶ່ງສະແດງໃຫ້ເຫັນວ່າບັນຫາທີ່ເກີດຂຶ້ນຈາກພາຍໃນ ແລະພາຍນອກທີ່ເປັນສາເຫດໃຫ້ແກ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍ່ຄືການຈັດເກັບລາຍຮັບ, ອີກດ້ານໜຶ່ງຍ້ອນມີການຊີ້ນໍາ-ນໍາພາຂອງຄະນະກົມພາສີ, ອໍານາດການປົກຄອງທ້ອງຖິ່ນ ແລະຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງພະນັກງານວິຊາການພາຍໃນດ່ານ ຈຶ່ງເຮັດໃຫ້ການເກັບລາຍຮັບບັນລຸເປົ້າໝາຍ ໃນນັ້ນມີ ລາຍຮັບພາກສ່ວນພາສີ 103,80 ຕື້ກວ່າກີບ, ລາຍຮັບພາກສ່ວນອາກອນ 239,13 ຕື້ກວ່າກີບ ແລະແຕ່ລະດ່ານປະເພນີ ທີ່ຂຶ້ນກັບ 67,47 ຕື້ກວ່າກີບ.

ວິໄຈລວມໝວດສິນຄ້າຕົ້ນຕໍຄື ຄ່າຊັກພິເສດ 27 ລ້ານກວ່າກີບ ເທົ່າກັບ 14,30% ທຽບໃສ່ໄລຍະດຽວກັນຫລຸດລົງ 85,05%. ນໍ້າມັນເຊື້ອໄຟ 274,34 ຕື້ກວ່າກີບ ເທົ່າກັບ 97,11% ເພີ່ມຂຶ້ນ 1,78%. ພາຫະນະ 946 ລ້ານກວ່າກີບ ເທົ່າກັບ 48,95% ຫລຸດລົງ 48,69%, ຊິ້ນສ່ວນອາໄຫລ່ຕ່າງໆ 265,46 ລ້ານກວ່າກີບ ເທົ່າກັບ 206,43% ເພີ່ມຂຶ້ນ 116,38%. ເຄື່ອງກໍ່ສ້າງ 4,58 ຕື້ກວ່າກີບ ເທົ່າກັບ 63,13% ຫລຸດລົງ 33,83%.

ອຸປະກອນໃຊ້ດ້ວຍໄຟຟ້າ 1,19 ຕື້ກວ່າກີບ ເພີ່ມຂຶ້ນ 60,59%. ເຄື່ອງອຸປະໂພກ-ບໍລິໂພກ 6,5 ຕື້ກວ່າກີບ ເທົ່າກັບ 121,35% ເພີ່ມຂຶ້ນ 27,15%. ຄ່າທໍານຽມພາຫະນະເຂົ້າ-ອອກ 2,22 ຕື້ກວ່າກີບ ເທົ່າກັບ 73,04% ຫລຸດລົງ 23,45%, ຄ່າທໍານຽມຄົນເຂົ້າ-ອອກ 848 ລ້ານກວ່າກີບ ເທົ່າກັບ 95,95% ເພີ່ມຂຶ້ນ 0,56%, ຄ່າທໍານຽມຄັງແຮນໍ້າມັນເຊື້ອໄຟ 52,42 ຕື້ກວ່າກີບ ເທົ່າກັບ 236,50% ເພີ່ມຂຶ້ນ 147,86% ແລະ ຄ່າປັບໄໝ-ຂາຍເຄື່ອງຮີບ 18 ລ້ານກວ່າກີບ ເທົ່າກັບ 67,58%ຫລຸດລົງ 29,01%.

ທ່ານ ສົມພິນ ອິນທະວົງ ຍັງໃຫ້ຮູ້ຕື່ມອີກວ່າ:

ເພື່ອເຮັດໃຫ້ການເກັບລາຍຮັບໃນປີ 2020 ນີ້ໃຫ້ບັນລຸແຜນການທີ່ວາງໄວ້ນັ້ນ, ຄະນະດ່ານສາກົນ, ດ່ານປະເພນີ ແລະ ຫົວໜ້າແຕ່ລະໜ່ວຍງານຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການຊີ້ນໍາ-ນໍາພາ ປະຕິບັດໜ້າວຽກຮອບດ້ານດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ກວດກາສິນຄ້າ, ພາຫະນະ, ຜູ້ໂດຍສານ ເຂົ້າ-ອອກດ່ານຢ່າງເຂັ້ມງວດ, ສືບຕໍ່ໂຄສະນາເຜີຍແຜ່ລະບຽບກົດໝາຍ, ນິຕິກໍາຕ່າງໆໃຫ້ກັບຜູ້ປະກອບການ ແລະສັງຄົມໃຫ້ເລິກເຊິ່ງກວ່າເກົ່າ.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ, ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.