Thursday, November 6, 2025
Kbank Laos โอน รับ จ่าย

ນັກທຸລະກິດ ເຊື່ຶອໝັ້ນການທ່ອງທ່ຽວວັງວຽງ ຈະສືບຕໍ່ຂະຫຍາຍຕົວ

ນັກທຸລະກິດດ້ານໂຮງແຮມ- ເຮືອນພັກຂອງເມືອງວັງວຽງ ສະແດງຄວາມເຊື່ອໝັ້ນໃນທ່າແຮງດ້ານການທ່ອງ ທ່ຽວຢູ່ວັງວຽງ ຈະສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນໃນອະນາຄົດ, ຂະນະດຽວກັນກໍ່ຢາກໃຫ້ມີການປັບປຸງຜັງເມືອງ, ລະບົບລະບາຍນໍ້າເປື້ອນ ແລະອື່ນໆ ເພື່ອຄວາມຍືນຍົງຂອງການທ່ອງທ່ຽວ.

ຜູ້ຕາງໜ້າກຸ່ມທຸລະກິດໂຮງແຮມ-ເຮືອນພັກ ໃຫ້ສຳພາດເມືອງວັງວຽງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍທ່າແຮງທີ່ມີຢູ່ຂອງເຂດນີ້, ການທ່ອງທ່ຽວຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ຊຶ່ງຖ້າເສັ້ນທາງລົດໄຟລາວ-ຈີນ, ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງສຳເລັດ ແລະເປີດບໍລິການເວລາໃດໝັ້ນໃຈວ່ານັກທ່ອງທ່ຽວພາຍໃນ ແລະຕ່າງປະເທດຍິ່ງຈະເຂົ້າມາຫລາຍ.

ທ່ານ ສົມພັນ ສີສຸລາດ ປະທານກຸ່ມທຸລະກິດ ໂຮງແຮມ-ເຮືອນພັກ ເມືອງວັງວຽງ , ທັງເປັນເຈົ້າຂອງໂຮງແຮມ Silver Naga ໄດ້ໃຫ້ສຳພາດວ່າ:

ສະພາບການທ່ອງທ່ຽວຢູ່ວັງວຽງໂດຍລວມ ເຫັນວ່າຍັງຢູ່ໃນທ່າດີ, ເຖິງວ່າໃນປີ 2019 ຜ່ານມາ ຈຳນວນນັກທ່ອງທ່ຽວຈາກຕ່າງປະເທດ ຫລຸດລົງເລັກນ້ອຍຍ້ອນສະພາບລວ ຂອງພາກພື້ນກໍ່ຄືປະເທດອ້ອມຂ້າງ, ໃນອະນາ ຄົດ ກໍ່ເຊື່ອໝັ້ນວ່າການທ່ອງທ່ຽວຢູ່ວັງວຽງ ຈະຂະຫຍາຍຕົວຕໍ່ເນື່ອງໄປເລື້ອຍໆ ຍ້ອນທ່າແຮງທີ່ມີ ໂດຍສະເພາະທຳມະຊາດອັນສວຍງາມ.

ເຖິງຢ່າງໃດກໍ່ດີ ເພື່ອຮັກສາໄດ້ທ່າແຮງທີ່ມີ ແລະ ສາມາດ ນໍາໃຊ້ໃຫ້ຍືນຍົງ ກໍ່ຢາກໃຫ້ມີການວາງແຜນປັບປຸງຕື່ມດ້ານຜັງເມືອງ-ລະບົບທໍ່ລະບາຍນໍ້າເປື້ອນ , ຮັກສາສະພາບແວດລ້ອມທຳມະຊາດພູຜາ ແລະ ແມ່ນໍ້າໃຫ້ດີ ມີຄວາມສະອາດສວຍງາມຕະຫລອດໄປ, ກຳນົດຂອບເຂດການພັດທະນາຈະແຈ້ງ ເພື່ອບໍ່ໃຫ້ແຕະຕ້ອງແຫລ່ງຊັບພະຍາກອນທຳມະຊາດທີ່ມີຢູ່ ເສຍພາບພົດອັນສວຍງາມຂອງມັນໄປ.

ຈະເຮັດໄດ້ແນວນັ້ນ ກໍ່ຕ້ອງມີການປະສານສົມທົບຮ່ວມມືກັນທຸກພາກສ່ວນ ທັງພາກລັດ, ພາກທຸລະກິດ, ຕະ ຫລອດຮອດປະຊາຊົນຢ່າງໜັກແໜ້ນ ພ້ອມພັດທະນາ ແລະປະກອບທຸລະກິດ ຖືກຕ້ອງລະບຽບກົດໝາຍຢ່າງເອກະພາບ, ໃຫ້ມີຄວາມປອດໄພສູງ, ມີການບໍລິການທີ່ດີ , ມີຄວາມສະອາດ ແລະ ສະດວກສະບາຍ.

ທ່ານ ສົມພັນ ສີສຸລາດ ຍັງໃຫ້ຮູ້ວ່າ ປັດຈຸບັນ ໂຮງແຮມ-ເຮືອນພັກ-ຣີສອດຢູ່ວັງວຽງ ມີທັງໝົດ 170 ແຫ່ງ. ໃນນັ້ນເຮືອນພັກ ກວມສ່ວນຫລາຍ ປະມານ 130 ກວ່າແຫ່ງ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.