Friday, November 14, 2025
Kbank Laos โอน รับ จ่าย

ໄຟຟ້າຫົງສາ ມອບທຶນການສຶກສາໃນລະດັບປະລິນຍາຕີ ປະຈໍາປີ 2019 ຈໍານວນ 5 ທຶນ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ມອບທຶນການສຶກສາໃນລະດັບປະລິນຍາຕີ ປະຈໍາປີ 2019 ຈໍານວນ 5 ທຶນ ລວມມູນຄ່າທັງໝົດ 202,600,000 ກີບ ໃຫ້ແກ່ນັກຮຽນໃນເຂດ ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ມອບໂດຍ ທ່ານ ນາງ ວິສາກອນ ອື້ອາລີກຸນ Director – Corporate Services ຝ່າຍ Corporate Services (CS) ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ນັກຮຽນທີ່ໄດ້ຮັບທຶນສຶກສາຕໍ່ໃນມະຫາວິທະຍາໄລແຫ່ງຊາດລາວ ທີ່ ນະຄອນຫຼວງວຽງຈັນ ມີຈໍານວນ 2 ຄົນ ຄື:

ທ້າວ ສົມບັດ ປອງປັນຍາ ນັກຮຽນຈາກ ເມືອງຫົງສາ, ນາງ ສາຍພິມ ສຸທິໂວຫານ ນັກຮຽນຈາກ ເມືອງເງິນ ນັກຮຽນທີ່ໄດ້ຮັບທຶນສຶກສາຕໍ່ໃນມະຫາວິທະຍາໄລສຸພານຸວົງ ທີ່ ນະຄອນຫຼວງພະບາງ ຈໍານວນ 3 ຄົນຄື:

ນາງ ວັນໄຊ ຊັບໝັ້ນ ນັກຮຽນຈາກ ເມືອງຫົງສາ, ທ້າວ ເຊງຊື່ ເຮີ ນັກຮຽນຈາກ ເມືອງຫົງສາ, ທ້າວ ເນງ ເຮີ ນັກຮຽນຈາກ ເມືອງຫົງສາ, ບໍລິສັດຂໍສະແດງຄວາມຍິນດີມາຍັງນ້ອງນັກຮຽນທັງ 5 ຄົນນີ້ ສາມາດເສັງຕິດ ແລະ ເຂົ້າສຶກສາຕໍ່ພາຍໃນມະຫາວິທະຍາໄລທີ່ມີສື່ສຽງໃນດ້ານການຮຽນການສອນ ແຫ່ງ ສປປ ລາວ.

ທັງ 2 ແຫ່ງ ແລະ ຫວັງເປັນຢ່າງຍິ່ງວ່ານ້ອງໆນັກຮຽນທຸກຄົນ ຈະໃຊ້ຄວາມຮູ້ຄວາມສາມາດໃນການສຶກສາຮໍ່າຮຽນມາໃນແຕ່ສະສາຂາວິຊາໄດ້ຢ່າງເຕັມທີ່ ແລະ ມີຄວາມປະພຶດດີ ສົມກັບເປັນນັກສຶກສາທີ່ໄດ້ຮັບທຶນຈາກ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຕະຫຼອດເຖິງການເປັນແບບຢ່າງທີ່ດີໃຫ້ກັບນ້ອງໆນັກຮຽນຮຸ່ນຕໍ່ໆໄປຂອງໂຮງຮຽນ ແລະ ເປັນຄວາມພູມໃຈຂອງຄອບຄົວ ແລະ ຊຸມຊົນ.

ແຫຼ່ງຂໍ້ມູນ: Medialaos xayaboury

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.