Saturday, March 22, 2025

ສົ່ງມອບ ແລະ ເປີດນຳໃຊ້ເສັ້ນທາງຈາກເມືອງຫົງສາ-ບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ

ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີສົ່ງມອບ ແລະ ເປີດນຳໃຊ້ເສັ້ນທາງຈາກເມືອງຫົງສາ – ບ້ານຊຽງແມນ (ເມືອງຈອມເພັດ ແຂວງຫຼວງພະບາງ) ທີ່ແຂວງຫຼວງພະບາງ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ສປປ ລາວ,

ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ປອ. ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ທ່ານ ພີຣະເມດ ວຸດທິທອນເນຕິຣັກ ຜູ້ອຳນວຍການສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) (NEDA) ແລະ ຜູ້ແທນໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ເສັ້ນທາງດັ່ງກ່າວ, ເລີ່ມຕົ້ນຈາກບ້ານນາປຸ່ງ, ເມືອງຫົງສາ, ແຂວງໄຊຍະບູລີ ເຖິງບ້ານຊຽງແມນ, ເມືອງຈອມເພັດ, ແຂວງຫຼວງພະບາງ ໄລຍະທາງປະມານ 114 ກິໂລແມັດ.

ໂຄງການກໍ່ສ້າງເສັ້ນທາງມີມູນຄ່າການກໍ່ສ້າງ 1.977 ລ້ານບາດ ໂດຍເປັນການສະໜັບສະໜູນຈາກລັດຖະບານໄທ ແບ່ງເປັນເງິນຊ່ວຍເຫຼືອລ້າ 20 % ແລະ ເງິນກູ້ຢືມ 80 % ຊຶ່ງຈະຊ່ວຍໃຫ້ການສັນຈອນ ແລະ ຂົນສົ່ງສິນຄ້າມີຄວາມສະດວກຍິ່ງຂຶ້ນ ແລະ ສ້າງໂອກາດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການບໍລິການຕ່າງໆ ດ້ວຍ.

ແຫຼ່ງຂໍ້ມູນ: Royal Thai Embassy, Vientiane
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່