Wednesday, July 9, 2025
Kbank Laos โอน รับ จ่าย

ອັດຕາເງິນກີບເຟີ້ສູງສຸດ! ໃນເດືອນທັນວາ 2019

ອັດຕາເງິນເຟີ້ ສູງຂຶ້ນຢ່າງຕໍ່ເນື່ອງ ຮອດເດືອນທັນວາ 2019 ອັດຕາເງິນເຟີ້ ສູງຂຶ້ນເຖິງ 6.28% ສູງຂຶ້ນ ຈາກເດືອນ ພະຈິກ 2019 ທີ່ 5.34% ແລະ ເດືອນມັງກອນ 2019 ທີ່ 1.5%. ຮັກສາການ ປະທານສະຖາບັນ ຄົ້ນຄວ້າ ເສດຖະກິດແຫ່ງຊາດລາວ ຫຼື Lao National Economic Research Institute, ທ່ານ ປອ Leeber Leebouapa ກ່າວວ່າ “ຖ້າຫາກອັດຕາເງິນເຟີ້ ປະຈຸບັນ ສູງກວ່າອັດຕາ ຍອດຜະລິດຕະພັນລວມພາຍໃນ ຫຼື GDP ທີ່ລາວເຮັດໄດ້ ໃນອັດຕາ 6.5% ໃນປີ 2019, ກໍ່ໝາຍຄວາມວ່າ ບໍ່ມີຜົນຫຍັງ ຕໍ່ອັດຕາການຈະເລີນເຕີບໂຕ ຂອງປະເທດ”. 

ຂໍ້ມູນຈາກທະນາຄານແຫ່ງສປປ ລາວ ຊີ້ໃຫ້ຮູ້ວ່າ ອັດຕາເງິນເຟີ້ ສະເລ່ຍ ຂອງ ສປປ ລາວແມ່ນ 3.32% ຫຼື ປະມານເຄິ່ງໜຶ່ງ ຂອງຍອດຜະລິດຕະພັນລວມ ພາຍໃນ ປີ 2019. 

ໃນທ້າຍປີ 2019 ລາຄາຊີ້ນໝູ ເພີ່ມຂຶ້ນ 4.33% ໂດຍສາເຫດ ການເພີ່ມຂຶ້ນ ລາຄາດັ່ງກ່າວ ແມ່ນຍ້ອນ ພໍ່ຄ້າຄົນກາງ ຂຶ້ນລາຄາ. 

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນທາມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.