Saturday, July 18, 2026
Kbank Laos โอน รับ จ่าย
-->

ມີບັນຫາເດືອດຮ້ອນ ໂທແຈ້ງສາຍດ່ວນລັດຖະບານໄດ້ເລີຍ ເບີ 1516

ສາຍດ່ວນ 1516 ແມ່ນເບີໂທເພື່ອເປີດໂອກາດ ໃຫ້ປະຊາຊົນລາວທຸກຊັ້ນຄົນໃນສັງຄົມ ສາມາດໂທມາສະເໜີ ແລະ ລາຍງານ ທຸກບັນຫາທີ່ເກີດຂຶ້ນ ທີ່ສ້າງຄວາມເດືອດຮ້ອນໃຫ້ກັບຕົນເອງ ແລະ ສັງຄົມ ຫຼື ໂທແຈ້ງກ່ຽວກັບວຽກງານການບໍລິຫານວຽກງານຂອງລັດຖະບານ.

ແລ້ວລັດຖະບານ ຈະຮັບເອົາລາຍງານນັ້ນ  ເພື່ອໄປແກ້ໄຂ ແລະ ຕອບຂໍ້ສະເໜີຂອງທຸກໆຄົນທີ່ລາຍງານເຂົ້າມາ.

ສາຍດ່ວນ 1516 ຂອງລັດຖະບານ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 14 ພະຈິກ 2016 ອີງຕາມການແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1774/ຫສນຍ.ກປພ ລົງວັນທີ 11-11-2016 ໂດຍອີງຕາມທິດຊີ້ນໍາຂອງທ່ານນາຍົກຄັ້ງວັນທີ 5 ກໍລະກົດ 2016.

ແລະໃນປີ 2018 ມີປະຊາຊົນໄດ້ໂທເຂົ້າມາ ແລະ ໄດ້ຮັບຄຳສະເໜີຂອງປະຊາຊົນ ແລະ ທຸກພາກສ່ວນຢູ່ໃນສັງຄົມ ມີທັງໝົດ ຈຳນວນ 2.700 ຄຳຖາມ,

Vientiane (Viang chan, Wiang Chan) is the capital and largest city of Laos (Lao People’s Democratic Republic), situated on the Mekong River near the border with Thailand.

ໃນນັ້ນ ຄຳຖາມ ຂໍຄຳປຶກສາຈຳນວນ 2.250 ຄຳຖາມ, ບັນຫາທີ່ພົ້ນເດັ່ນກວ່າໝູ່ ແລະ ໂທເຂົ້າມາຫຼາຍແມ່ນ 1. ບັນຫາທີ່ດິນຈຳນວນ 735 ຄຳຖາມ. 2. ບັນຫາການປະຕິບັດຄຳຕັດສິນຂອງສານ ຈຳນວນ 458 ຄຳຖາມ. 3 ບັນຫາຢາເສບຕິດຈຳນວນ 375 ຄຳຖາມ. 4. ບັນຫາເງິນເດືອນຈຳນວນ 380 ຄຳຖາມ. 5. ການສໍ້ລາດບັງຫລວງ ຈຳນວນ 200 ຄຳຖາມ. 6. ບັນຫາການລັກລອບຕັດໄມ້ ແລະ ຂົນສົ່ງໄມ້ ຈຳນວນ 266 ຄຳຖາມ. 7. ບັນຫາເສັ້ນທາງຈຳນວນ 186 ຄຳ ຖາມ. 8. ບັນຫາໂຕເລກລັດ ຖະກອນຈຳນວນ 100 ຄຳຖາມ.

ແຫຼ່ງຂໍ້ມູນ: ວາລະສານທາເກັດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.