Monday, March 24, 2025

ປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ປະກາດເລື່ອນຊັ້ນ ພັນໂທ ຂຶ້ນພັນເອກ

ກະຊວງປ້ອງກັນປະເທດໄດ້ ຈັດຕັ້ງປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງໃນວັນທີ 20 ມັງກອນ 2020 ນີ້, ໂດຍໄດ້ປະກາດແຕ່ງຕັ້ງຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ 1 ສະຫາຍ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານຈາກພັນໂທ ຂຶ້ນ ພັນເອກ ຈຳນວນ 10 ສະຫາຍໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ພະນັກງານຫຼັກແຫຼ່ງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

ສະຫາຍພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າ ດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໃນນີ້ຕົກລົງແຕ່ງຕັ້ງ ສະຫາຍພົນຈັດ ຕະວາ ວໍລະສານ ວິລັດດາວົງ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ

ແລະໃນໂອກາດນີ້ ຍັງໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນນັ້ນໄດ້ຮັບການເລື່ອນຊັ້ນພັນໂທຂຶ້ນພັນເອກມີ ສະຫາຍ ພັນໂທ ບຸນເຮືອງ ຈັນທະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ,

ສະຫາຍ ພັນໂທ ບຸນດອມ ບຸບຜາລີວັນ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານອາກາດ, ສະຫາຍ ພັນໂທ ສຸບິນ ທໍ ຮອງຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນໂທ ຕາງຕາ ຕາດເວີນຄຳ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການກອງພົນທີ 4, ສະຫາຍ ພັນໂທ ບົວຈັນ ນວນແກ້ວ ຫົວໜ້າຄະນະວິຊາຄູການທະຫານວິທະຍາຄານປ້ອງກັນຊາດ ໄກສອນ ພົມ ວິຫານ, ສະຫາຍ ພັນໂທ ພົມມາ ມໍໄລພອນ ຮອງຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ສະຫາຍພັນໂທ ໄຊສະແຫວງ ພົມມະທາ ຮອງຫົວໜ້າກົມຮັກສາສຸຂະພາບສູນກາງຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນໂທ ສາຍສະໝອນ ກິລືໄຊ ຮອງປະທານສານທະຫານຂັ້ນສູງ, ສະຫາຍ ພັນໂທ ສູນທອນ ຄຳວົງສາ ຫົວໜ້າອົງການໄອຍະການທະຫານພາກໃຕ້ ແລະ ສະຫາຍ ພັນໂທ ພອນສີ ລໍໄພບຸນ ຮອງຫົວໜ້າກົມຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ.

ໂອກາດນີ້ ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກໍໄດ້ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້,

ພ້ອມທັງໄດ້ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ໜັກແໜ້ນ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມ ການປັບປຸງແບບແຜນວິທີ ເຮັດວຽກເປັນບັນຫາສໍາຄັນບົນພື້ນຖານຕ້ອງປະຕິບັດ ຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນເຮັດວຽກຕ້ອງມີຂັ້ນ ມີຕອນ ແລະ ມີຈຸດສຸມ, ພາຍຫຼັງໄດ້ຮັບຊັ້ນໃໝ່ກັບຄືນກົມກອງ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳ ເລັດຜົນສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບກ້າວຂຶ້ນເປັນກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ.

ແຫຼ່ງຂໍ້ມູນ: ນ. ນາລີ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.