Sunday, November 9, 2025
Kbank Laos โอน รับ จ่าย

ລວມຄຳຖາມ ທີ່ປະຊາຊົນລາວ ຝາກເຖິງລັດຖະບານ ແລ້ວທ່ານຢາກຝາກຫຍັງ?

ພາບປະກອບ

ໃນປີ 2018 ມີປະຊາຊົນໄດ້ໂທເຂົ້າມາຫາສາຍດ່ວນລັດຖະບານ 1516

ສາຍດ່ວນ 1516 ແມ່ນເບີໂທເພື່ອເປີດໂອກາດໃຫ້ປະຊາຊົນລາວທຸກຊັ້ນຄົນໃນສັງຄົມ ສາມາດໂທມາສະເໜີ ແລະ ລາຍງານທຸກບັນຫາທີ່ເກີດຂຶ້ນ ທີ່ສ້າງຄວາມເດືອດຮ້ອນໃຫ້ກັບຕົນເອງ ແລະ ສັງຄົມ ຫຼື ໂທແຈ້ງກ່ຽວກັບວຽກງານການບໍລິຫານວຽກງານຂອງລັດຖະບານ.

ແລະ ໄດ້ຮັບຄຳສະເໜີຂອງປະຊາຊົນ ແລະ ທຸກພາກສ່ວນຢູ່ໃນສັງຄົມ ມີທັງໝົດ ຈຳນວນ 2.700 ຄຳຖາມ.

ພາບປະກອບ

ໃນນັ້ນ ຄຳຖາມຂໍຄຳປຶກສາຈຳນວນ 2.250 ຄຳຖາມ

ບັນຫາທີ່ພົ້ນເດັ່ນກວ່າໝູ່ ແລະ ໂທເຂົ້າມາຫຼາຍແມ່ນ

1. ບັນຫາທີ່ດິນຈຳນວນ 735 ຄຳຖາມ.

2. ບັນຫາການປະຕິບັດຄຳຕັດສິນຂອງສານ ຈຳນວນ 458 ຄຳຖາມ.

3 ບັນຫາຢາເສບຕິດຈຳນວນ 375 ຄຳຖາມ.

4. ບັນຫາເງິນເດືອນຈຳນວນ 380 ຄຳຖາມ.

5. ການສໍ້ລາດບັງຫລວງ ຈຳນວນ 200 ຄຳຖາມ.

6. ບັນຫາການລັກລອບຕັດໄມ້ ແລະ ຂົນສົ່ງໄມ້ ຈຳນວນ 266 ຄຳຖາມ.

7. ບັນຫາເສັ້ນທາງຈຳນວນ 186 ຄຳຖາມ.

8. ບັນຫາໂຕເລກລັດ ຖະກອນຈຳນວນ 100 ຄຳຖາມ.

ແລ້ວທ່ານເດ? ຢາກຝາກຫຍັງເຖິງລັດຖະບານ ເພື່ອໃຫ້ເພິ່ນແກ້ໄຂ!!!

ຮຽບຮຽງຂໍ້ມູນຈາກ: ເວບໄຊວາລະສານທາເກັດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.