Friday, March 21, 2025

ມາຮູ້ຈັກ! ​"ຂັບງື່ມ" ສຽງທີ່ກໍາເນີດມາຈາກການໄຫວ້ວອນຜີ ຂອງຊາວແຂວງວຽງຈັນ

ພາບປະກອບ

ປະຊາຊົນພົນລະເມືອງລາວເຮົາ ນັບເປັນພັນກວ່າປີກ່ອນນີ້ ພາກັນຖືຜີໃນຫລາຍຮູບແບບເພື່ອເປັນທີ່ເພິ່ງທາງໃຈ ເນື່ອງຈາກແຕ່ກ່ອນລະດັບທາງດ້ານວິທະຍາສາດຂອງຄົນເຮົາຍັງບໍ່ທັນສູງ ແລະບໍ່ຮູ້ຈັກວິເຄາະເຖິງປະກົດການທາງທໍາມະຊາດ, ຈາກນັ້ນຈຶ່ງພາກັນງຶດງໍ້ອັດສະຈັນປະກົດການຕ່າງໆ, ທັງຄິດວ່າຜີສາງ ຫລື ເທວະດາຟ້າແຖນເປັນຜູ້ກໍ່ຂຶ້ນເພື່ອສ້າງກໍາທຳເວນໃຫ້ຄົນເຮົາ,

ພາບປະກອບ

ສິ່ງເຫລົ່ານັ້ນຈຶ່ງເປັນສາເຫດພາໃຫ້ຄົນເຮົາໄດ້ພາກັນຖືສາສະໜາຜີ ແລະ ຕໍ່ມາຈຶ່ງພາກັນຖືສາສະໜາພາມ(ຮິນດູ)ແລະ ຖັດຈາກນັ້ນມາຈຶ່ງພາກັນຖືສາສະໜາພຸດ (ໃນປີ ຄສ 1353).

 ໃນພິທີກໍາຕ່າງໆກ່ຽວກັບການຖືຜີນັ້ນ, ລ້ວນແລ້ວແຕ່ໄດ້ເອີ່ຍຄໍາວິງວອນຮ້ອງ​ຂໍໂດຍໄດ້ສະແດງອອກເປັນສຽງ ຫລື ສໍານຽງເກາະກ່າຍກັນ ເຊິ່ງມາໃນທໍານອງຮ້ອຍກອງ ຫລື ຮ້ອຍແກ້ວເພື່ອເປັນການຂໍຂະມາລາໂທດຫລື ຂໍຄວາມຊ່ວຍເຫລື​ອຈາກຟ້າແຖນເຊັ່ນ: ການເຢົາຜີເພື່ອໄຖ່ຖອນເອົາຜູ້ເຈັບປ່ວຍໃຫ້​ເ​ຊົາດີ, ເຂົ້າໃຈວ່າຜີສາງເປັນຜູ້ລົງໂທດຈຶ່ງເຮັດໃຫ້ປ່ວຍໂຊ.

  ພຶດຕິກໍາທີ່ເຮັດກັບຜີດັ່ງກ່າວນີ້ລ້ວນແລ້ວແຕ່ອ່ອນນ້ອມ, ພຽບພ້ອມໄປດ້ວຍກິລິຍາທີ່ດີງາມ.
ພາບປະກອບ

ຍ້ອນຄວາມວິ​ງວອນທີ່ສະທ້ອນອອກມາພ້ອມກັບບຸກຄະລິກກະພາບອັນອ່ອນນ້ອມນັ້ນເອງເປັນເງື່ອນໄຂ ​ແລະ ພື້ນຖານທາງດ້ານສິລະປະວັນນະຄະດີ, ໂດຍສະເພາະແມ່ນສຽງ ຫລື ສໍານຽງໄດ້ກາຍມາ​ເປັນ​ຈຸດ​ເລີ່​ມຕົ້ນສູ່ການຕັ້ງສັນຊາດທະຍານ ແລ້ວກ້າວໄປສູ່ການປະດິດຄິດຄົ້ນຂຶ້ນມາອີກຫລາຍຮູບແບບຂອງສໍານຽງ

ສຽງຂັບລໍາໃຫ້ອຸດົມສົມບູນຂຶ້ນໃນປັດຈຸບັນ.

ສະນັ້ນ, ຂັບງື່ມ ຫລື ສຳນຽງສຽງຂັບງື່ມກໍໄດ້ຖືເອົາການກໍາເນີດມາຈາກການໄຫວ້ວອນຜີດັ່ງດຽວກັນກັບຂັບລໍາອື່ນໆພາຍໃນປະເທດຂອງພວກເຮົາ.

ພາບປະກອບ
 ແຂວງວຽຈັນ ເປັນແຂວງທີ່ໃຫຍ່ມີອານາເຂດກວ້າງໄກ, ມີພົນລະເມືອງອາໄສຢູ່ຢ່າງໜາແໜ້ນທີ່ປະກອບດ້ວຍຫລາຍຊົນເຜົ່າ ແລະ ມີຄວາມສາມັກຄີກັນຢ່າງເປັນປຶກແຜ່ນ. ​ເປັນ​ແຂວງທີ່ມີຕົວເມືອງເກົ່າແກ່ຫລາຍຕົວເມືອງ, ມີປະຫວັດສາດຍາວນານທີ່ຍັງປະກົດຕົວເປັນຮູບເປັນຮອຍເຖິງປັດຈຸບັນນີ້ເຊັ່ນ:​ເມືອງເກົ່າປາກແຈ້ງ, ເມືອງວຽງຄໍາ…ຍ້ອນແຂວງວຽງຈັນເປັນເຂດແຄວ້ນແດນອານາ​ເຂດເກົ່າແກ່ ປະຊາຊົນພົນລະເມືອງຈຶ່ງຕິດພັນຢູ່ກັບການເຊື່ອຖືສາສະໜາພຸຸດມາຫລາຍເຊັ່ນຄົນ ລະ ເປັນປັດ​ໄຈເຮັດໃຫ້ແຂວງດັ່ງກ່າວມີມູນມໍລະດົກດ້ານວັດທະນະທໍາຫລາຍອັນທີ່ໄດ້ປະກົດຕົວຈົນເຖິງທຸກວັນນີ້ເຊັ່ນ:​ມີຮີດຄອງປະເພນີອັນດີງາມ, ມີການພົວພັນຊ່ວຍເຫລືອເຊິ່ງກັນ ແລະກັນ, ມີມາລະຍາດສັງຄົມທີ່ດີ, 

ພ້ອມດຽວກັນນັ້ນ, ເຂົາເຈົ້າຍັງໄດ້ຜູກພັນຢູ່ກັບຮີດ 12 ຢ່າງບໍ່ໄດ້ລົດລະ ເພາະຮີດ 12 ນີ້ ເປັນມໍລະດົກອັນໜຶ່ງທີ່ສໍາຄັນທາງດ້ານວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ. ສັນຍາລັກພິເສດທາງດ້ານວັດທະນະທໍາ ຫລື ບຸກຄະລິກຂອງປະຊາຊົນຊາວແຂວງວຽງຈັນນີ້, ເຂົາເຈົ້າເປັນຄົນຍິ້ມຫວານຂານມ່ວນ, ບໍ່ອວດອົ່ງທະນົງຕົວ, ແຕ່ມີມາລະຍາດທາງສັງຄົມຢ່າງໜ້າຮັກໄຄ່. ສິ່ງດັ່ງກ່າວນັ້ນ, ໄດ້ສະທ້ອນອອກມາທາງດ້ານກາຍະອິນຊີຄື: ກາຍ, ວາຈາ ແລະ ໃຈທີ່ຮຽບຮ້ອຍຢູ່ສະເໝີ, ສັນຍາລັກນີ້ຕົກທອດມາແຕ່ບູຮານນະການຈຶ່ງໄດ້ປູກຈິດສໍານຶກບັນຫາເຫລົ່ານີ້ໄວ້ໃຫ້ລູກໃຫ້ຫລານສືບທອດກັນມາ.

ລັກສະນະພິເສດທາງດ້ານວັດທະນະທໍາ ທີ່ເປັນອາຫານດ້ານຈິດໃຈທີ່ບໍ່ເຄີຍເຫືອດແຫ້ງໄປຈາກຊາວແຂວງວຽງຈັນນັ້ນກໍຄື: “ຂັບງື່ມ” ​ເຊິ່ງເປັນພື້ນຖານດ້ານສິລະປະວັນນະຄະດີທີ່ມີຄ່ານິຍົມຕະຫລອດມາ ແລະ ເປັນອາຫານດ້ານຈິດໃຈທີ່ໃຫ້ຄວາມບັນເທີງມາຫລາຍເຊັ່ນຄົນແລ້ວ. ແຂວງ​ນີ້ ຈຶ່ງມີໝໍ​ລຳ​ຂັບ​ງື່ມທີ່​ເປັນ​ຕົ້ນ​ຕຳ​ລັບ​ຫລາຍ​ຄະນະ ທີ່​ໄດ້ຮັບ​ເຊີນ​ເຂົ້າ​ຮ່ວມ​ໃນງານປະເພນີ ທີ່ມີການຄົບງັນຕ່າງໆ​ພາຍ​ໃນ​ແຂວງ ​ແລະ ​ແຂວງ​ອື່ນໆ. 

ຖ້າຫາກຂາດຂັບງື່ມໄປ, ກໍເໝືອນກັບວ່າ ງານນັ້ນກໍຈະງຽບເຫງົາບໍ່ມີບັນຍາກາດ ຂາດຄວາມມ່ວນຊື່ນລື່ນເລິງ. 

ສະນັ້ນ, ຂັບງື່ມຈຶ່ງເປັນພື້ນຖານແຫ່ງຄວາມບັນເທີງທີ່​ຕ້ອງຕາຕ້ອງໃຈ ແລະ ໂດດເດັ່ນກວ່າລໍາອື່ນໆໃນແຂວງວຽງຈັນ.  

ແຫຼ່ງຂໍ້ມູນ:  ຊາຍພະເນຈອນ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່