Saturday, February 8, 2025

ຫຼວງພະບາງ ເປີດເຮືອນລ້ຽງເດັກກໍ່າພ້າຢ່າງເປັນທາງການແລ້ວ!!!

ຫຼວງພະບາງ ເປີດເຮືອນລ້ຽງເດັກກໍ່າພ້າຢ່າງເປັນທາງການ ເພື່ອເປັນການປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ ແລະ ເດັກນ້ອຍກໍ່າພ້າ-ກໍ່າພອຍທີ່ດ້ອຍໂອກາດໄດ້ຮັບສິດທິ ແລະ ໄດ້ຮັບການພັດທະນາຢ່າງເທົ່າທຽມກັນ ທັງເປັນການຊ່ວຍເຫຼືອເດັກທີ່ຂາດທີ່ຢູ່ອາໄສ ຂາດຜູ້ດູແລ

ເມື່ອວັນທີ 23 ມັງກອນ 2020 ທີ່ ໂຮງຮຽນ ມສ ເດັກກໍ່ພ້າ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດພິທີເປີດເຮືອນລ້ຽງເດັກຂອງໂຮງຮຽນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,

ທ່ານ ນາງ ວຽງແກ້ວ ພົມມະຈັກ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ,ທ່ານ ສະແຕນລີ ບຣາວ ຜູ້ໃຫ້ທຶນຊ່ວຍເຫຼືອ ເຂົ້າຮ່ວມມີ ທ່ານ ຫົວໜ້າ-ຮອງຫົວໜ້າຂະແໜງ ຈາກພະແນກສຶກສາທິການ ແລະ ກິລາແຂວງ,ຕາງໜ້າຈາກພະແນກການ, ຫ້ອງການ,ຜູ້ອຳນວຍການໂຮງຮຽນ ແລະ ພະນັກງານຄູອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ຈັນທອນ ເພັງພະຈັນ ຜູ້ອຳນວຍການໂຮງຮຽນ ມສ ເດັກກໍ່າພ້າ ກ່າວໃຫ້ຮູ້ວ່າ:

ເຮືອນລ້ຽງເດັກແຫ່ງນີ້ຕັ້ງຢູ່ບ້ານ ມ້າ ນະຄອນຫຼວງພະບາງ ໂດຍຂື້ນກັບການຄຸ້ມຄອງຂອງໂຮງຮຽນ ມສ ເດັກກໍ່າພ້າ ເຊີ່ງມີຜູ້ອຳນວຍການ 1 ທ່ານ, ຄູຮັບຜິດຊອບ 2 ຄົນ ແລະ ຜູ້ໃຫ້ທຶນການຊ່ວຍເຫຼືອເປັນຜູ້ຕິດຕາມການເຄື່ອນໄຫວຈັດຕັ້ງຕ່າງໆໃນຫ້ອງລ້ຽງເດັກເປັນປະຈຳ, ເຮືອນລ້ຽງເດັກປະກອບມີ 2 ຫ້ອງຄື: ຫ້ອງລ້ຽງເດັກ 1 ຫ້ອງ,ຫ້ອງອະນຸບານ 1 ຫ້ອງ,ມີພະນັກງານ ແລະ ຄູລ້ຽງເດັກທັງໝົດ 6 ຄົນໃນນັ້ນມີຄູລ້ຽງເດັກ 3 ຄົນ,ຄູອະນຸບານ 1 ຄົນ, ມີເດັກນ້ອຍອາຍຸ 3 ເດືອນຫາ 4 ປີທັງໝົດ 9 ຄົນ,ຍິງ 3 ຄົນ.

ສຳລັບເດັກນ້ອຍທັງໝົດນີ້ແມ່ນເປັນເດັກກໍ່າພ້າ,ກໍ່າພອຍ ແລະ ມາຈາກຄອບຄົວທຸກຈົນ ແລະ ເດັກແຕ່ລະຄົນທີ່ຮັບມາລ້ຽງໂດຍທ່ານ ສະແຕນລີ ບຣາວເປັນຜູ້ໃຫ້ທຶນການຊ່ວຍເຫຼືອ ແລະ ຊອກແຫຼ່ງທຶນຈາກພາກສ່ວນຕ່າງໆເພື່ອເຂົ້າມາຊ່ວຍເຫຼືອເຊີ່ງໄດ້ໃຫ້ອັດຕາກິນແກ່ເດັກນ້ອຍແມ່ນ 360.000 ກີບຕໍ່ຄົນຕໍ່ເດືອນ,ແຕ່ລະມື້ເດັກຈະໄດ້ຮັບອາຈານຫຼັກ 3 ຄາບ,ອາຫານຫ່ວາງ 2 ຄາບ(ໝາກໄມ້ ແລະ ນົມເສີມ)ເດັກທັງໝົດແມ່ນກິນນອນຢູ່ເຮືອນລ້ຽງເດັກໂດຍມີຄູຮັບຜິດຊອບປະຈຳຢູ່.

ໂອກາດນີ້, ທ່ານ ນາງ ບົວທອງ ຕັນແສນສີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ກ່າວເປີດເຮືອນລ້ຽງເດັກດັ່ງກ່າວ ໂດຍທ່ານໄດ້ເນັ້ນຫຼາຍບັນຫາຕໍ່ຄູອາຈານ ແລະ ຜູ້ໃຫ້ທຶນການຊ່ວຍເຫຼືອເປັນຕົ້ນ ຂໍໃຫ້ຜູ້ໃຫ້ທຶນຊ່ວຍສືບຕໍ່ຊອກຫາແຫຼ່ງທຶນໃນການສະໜັບສະໜູນຊ່ວຍເຫຼືອເດັກເຫຼົ່ານີ້ໃຫ້ໄດ້ຮັບໂອກາດທີ່ດີ ມີການພັດທະນາໃນທຸກໆດ້ານ,ຄູອາຈານຈົ່ງເອົາໃຈໃສ່ລ້ຽງດູເດັກໃຫ້ຖືກຕ້ອງຕາມຫຼັກການ ແລະ ລະບຽບການຂອງໂຮງຮຽນກໍ່ຄືລະບຽບຂອງພະແນກສຶກສາທິການ ແລະ ກິລາແຂວງວາງໄວ້.

ພ້ອມກັນນັ້ນກໍ່ຕ້ອງໄດ້ພ້ອມກັນປັບປຸງພັດທະນາສະພາບແວດລ້ອມທັງໃນ ແລະ ນອກໂຮງຮຽນໃຫ້ມີຄວາມສະອາດສວຍງາມ,ໃຫ້ການຄຸ້ມຄອງດູແລໃກ້ສິດຕິດແທດກັບເດັກ ແລະ ສາມາດເປັນເພື່ອທີ່ດີກັບເດັກໄດ້ ເພື່ອຮັບປະກັນໃຫ້ເດັກໄດ້ຮັບໂອກາດ,ສິດທິ ແລະ ໄດ້ຮັບການພັດທະນາໃນທຸກໆດ້ານຢ່າງເທົ່າທຽມກັນ.

ນອກຈາກນີ້ ທາງຜູ້ໃຫ້ທຶນຍັງໄດ້ນຳເອົາເຄື່ອງນຸ່ງ ແລະ ອຸປະກອນການສຶກສາຈຳນວນໜື່ງມອບໃຫ້ແກ່ເດັກອີກດ້ວຍ.

ແຫຼ່ງຂໍ້ມູນ: ແຈັກກີ້ ສກຂ ຫຼວງພະບາງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: