ໂຮງໝໍມິດຕະພາບຫຼັງໃໝ່ ມາດຕະຖານເອີຣົບ ອຸປະກອນທັນສະໄໝທີ່ສຸດ ໃນນະຄອນຫຼວງວຽງຈັນ

ໂຮງໝໍ ມິດຕະພາບຫຼັງໃໝ່ ມາດຕະຖານ ເອີຣົບ ຊັ້ນ1 ມີລະບົບ ປອດເຊື້ອມາດຕະຖານສູງ,ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ.

ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ,

ລວມມູນຄ່າການກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກ 112.880.000 ເອີໂຣ ໂດຍແມ່ນທຶນກູ້ຢືມດອກເບ້ຍຕໍ່າຈາກລັດຖະບານປະເທດໂອຕຣິດ.

ໂຄງການດັ່ງກ່າວແມ່ນດຳເນີນໃນຮູບແບບບໍລິສັດເປັນຜູ້ຮັບຜິດຊອບທັງໝົດໃນການອອກແບບກໍ່ສ້າງຕິດຕັ້ງລະບົບຕ່າງໆລວມທັງອຸປະກອນການແພດ ແລະ ເຄື່ອງກົນຈັກລະບົບສະໜັບສະໜູນການແພດຄົບຕາມມາດຕະຖານເຝີກອົບຮົມບຸກຄະລາກອນ ແລະ ຊ່ວຍເຫຼືອ ເຝິກການບຳລຸງຮັກສາໃນໄລຍະ 24 ເດືອນ ຫຼັງຈາກການມອບຮັບ.

ອາຄານໂຮງໝໍເປັນໂຮງໝໍທົ່ວໄປ ປະກອບມີຕຶກນອນ ກວດເຂດນອກ ຫ້ອງຜ່າຕັດສູນ ລວມເສັ້ນເລືອດຫົວໃຈ, ສູນສ່ອງກະເພາະລຳໃສ້, ຜ່າຕັດຜົ້ງທ້ອງຜ່ານທໍ່, ພະແນກສຸກເສີນ ຊຶ່ງມີຕຽງຕິດຕາມອຸປະກອນເຊີດຊູທີ່ທັນສະໄໝຄົບຊຸດ ມີຫ້ອງຜ່າຕັດກຽມຕະຫຼອດເວລາ ແລະ ມີອາຄານຕຶກນອນພິເສດ.

ແຫຼ່ງຂໍ້ມູນຈາກ: ມວນຊົນລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...