ອັດຕາເງິນເຟີ້ ແລະ ການນໍາເຂົ້າ ແມ່ນປັດໄຈຫຼັກ ທີ່ພາໃຫ້ລາຄາຊີ້ນໝູໃນຕະຫຼາດແພງ

ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໄລ­ຍະ​ຜ່ານ​ມາ ແມ່ນ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ ເລກ​ທີ 0499/ອຄ. ນວ.ຄພນ ກ່ຽວ​ກັບ​ການ​ກຳ­ນົດ​ລາ­ຄາ​ການ​ຂາຍ­ຍົກ-ຂາຍ­ຍ່ອຍ​ຊີ້ນ​ໝູ ເຫັນ​ວ່າ​ສາ­ມາດ​ຄຸ້ມ​ຄອງ​ລາ­ຄາ​ທີ່​ກຳ­ນົດ ໂດຍ​ສະ­ເພາະ ແມ່ນ​ໄລ­ຍະ​ເດືອນ​ກຸມ­ພາ ຫາ ເດືອນ​ທັນ­ວາ 2019

ລາ­ຄາ​ຊີ້ນ​ໝູ ປະ­ເພດ 1 ຢູ່​ລະ­ຫວ່າງ 35.000 ກີບ ຫາ 36.000 ກີບ​ຕໍ່​ກິ​ໂລ ຊີ້ນ​ໝູ​ປະ­ເພດ 2 ຢູ່​ລະ­ຫວ່າງ 33.000 ກີບ ຫາ 34.000 ກີບ​ຕໍ່​ກິ​ໂລ ມາ​ຮອດ​ກາງ​ເດືອນ​ທັນ­ວາ 2019 ສະ­ພາບ​ລາ­ຄາ​ຊີ້ນ​ໝູ​ມີ​ການ​ປັບ​ປ່ຽນ​ລາ­ຄາ​ເພີ່ມ​ຂຶ້ນ.

ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ​ນີ້ ທ່ານ ເບີ​ລິນ ເພັດ​ຈັນ­ທະ​ຣາດ ຫົວ­ໜ້າ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ໄດ້​ຊີ້​ແຈງ​ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ (ສປ ນວ) ຊຸດ​ທີ I ກ່ຽວ​ກັບ​ຄາ​ລາ​ຊີ້ນ​ໝູ​ທີ່​ມີ​ການ​ຂຶ້ນ​ລາ­ຄາ ເຊິ່ງ​ສາ­ເຫດ​ຂອງ​ການ​ປັບ​ຂຶ້ນ​ລາ­ຄາ ຍ້ອນ​ວ່າ​ສະ­ພາບ​ໝູ​ຂາດ­ແຄນ ໃນ​ຂອດ​ນາຍ­ຮ້ອຍ​ທີ່​ເກັບ​ຊື້​ໝູ​ຈາກ​ຕ່າງ​ແຂວງ ຟາມ​ຂະ­ໜາດ​ນ້ອຍ ແລະ ລ້ຽງ​ແບບ​ຄອບ­ຄົວ​ເຮືອນ

ໂດຍ​ສະ­ເພາະ ຟາມ​ຢູ່ ນວ ແມ່ນ​ຫຼຸດ​ລົງ​ຈາກ 187 ຟາມ ຍັງ​ເຫຼືອ 137 ຟາມ ຫຼຸດ​ລົງ 74 ຟາມ ແລະ ຍ້ອນ​ສາ­ເຫດ​ຕົ້ນ­ຕໍ​ທຶນ​ການ​ຜະ­ລິດ​ເພີ່ມ​ຂຶ້ນ ເນື່ອງ​ຈາກ​ໄລ­ຍະ​ທີ່​ພະ­ຍາດ​ໝູ​ອາ​ຟຣິ​ກາ​ລະ­ບາດ ທຸ­ລະ​ກິດ​ລ້ຽງ​ໝູ​ຕ້ອງ​ໄດ້​ແບກ​ຫາບ​ຕົ້ນ​ທຶນ ການ​ປ້ອງ​ກັນ​ໂຣກ​ລະ­ບາດ​ພະ­ຍາດ​ສັດ ແລະ ບວກ​ກັບ​ອັດ­ຕາ​ແລກ­ປ່ຽນ ຫຼື ອັດ­ຕາ​ເງິນ​ເຟີ້​ມີ​ການ​ເໜັງ​ຕີງ​ປັບ​ຂຶ້ນ

ໂດຍ​ຕິດ​ພັນ​ກັບ​ຕົ້ນ​ທຶນ​ການ​ນຳ​ເຂົ້າ​ສ່ວນ​ປະ­ສົມ​ມາ​ຜະ­ລິດ​ຫົວ­ອາ­ຫານ​ສັດ​ທີ່​ຕ້ອງ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ ຄວາມ​ຕ້ອງ­ການ​ບໍ­ລິ­ໂພກ​ຊີ້ນ​ໝູ ໃນ ນວ ປະ­ມານ 60 ໂຕນ​ຕໍ່​ວັນ ຫຼື ປະ­ມານ 700-750 ໂຕ​ຕໍ່​ວັນ ຖ້າ​ວັນ​ເທ​ສະ­ການ​ບຸນ​ປະ­ເພ­ນີ​ຕ່າງໆ​ການ​ບໍ­ລິ­ໂພກ​ຊີ້ນ​ໝູ​ເພີ່ມ​ຂຶ້ນ ປະ­ມານ 68 ໂຕນ​ຕໍ່​ວັນ ຫຼື 800-900 ໂຕ​ຕໍ່​ວັນ ສ່ວນ​ການ​ສະ­ໜອງ​ໝູ​ຂອງ​ບັນ­ດາ​ຟາມ ແມ່ນ​ຍັງ​ສາ­ມາດ​ສະ­ໜອງ​ໄດ້​ປົກ­ກະ­ຕິ 400-450 ໂຕ​ຕໍ່​ວັນ ເຫຼືອ​ນັ້ນ​ແມ່ນ​ຟາມ​ນ້ອຍ ຫຼື ລ້ຽງ​ໃນ​ຄົວ​ເຮືອນ.

ສຳ­ລັບ​ລາ­ຄາ​ຊີ້ນ​ໝູ​ທີ່​ລັດ​ກຳ­ນົດ ແມ່ນ 36.000 ກີບ/ກິ​ໂລ ຖ້າ​ທຽບ­ໃສ່​ລາ­ຄາ​ຊີ້ນ​ໝູ​ຢູ່​ປະ­ເທດ​ໄທ ລາ­ຄາ​ແມ່ນ 48.000 ກີບ/ກິ​ໂລ ເຫັນ​ວ່າ​ສູງ​ກວ່າ 33,33% ແລະ ສົມ​ທຽບ­ໃສ່​ລາ­ຄາ​ຊີ້ນ​ໝູ​ຢູ່​ປະ­ເທດ​ຫວຽດ­ນາມ 60.000 ກີບ/ກິ​ໂລ ເຫັນ​ວ່າ​ສູງ​ກວ່າ 66,67%.

ຖ້າ​ສົມ​ທຽບ​ລາ­ຄາ​ຊີ້ນ​ໝູ​ໃນ​ປັດ­ຈຸ­ບັນ ແມ່ນ 40.000 ກີບ/ກິ​ໂລ ຖ້າ​ທຽບ­ໃສ່​ລາ­ຄາ​ຊີ້ນ​ໝູ​ຢູ່​ປະ­ເທດ​ໄທ ລາ­ຄາ 48.000 ກີບ/ກິ​ໂລ ເຫັນ​ວ່າ​ສູງ​ກວ່າ 20% ແລະ ສົມ​ທຽບ­ໃສ່​ລາ­ຄາ​ຊີ້ນ​ໝູ​ຢູ່​ປະ­ເທດ​ຫວຽດ­ນາມ ລາ­ຄາ 60.000 ກີບ/ກິ​ໂລ ເຫັນ​ວ່າ​ສູງ​ກວ່າ 50% ສາ­ເຫດ​ທີ່​ພາ­ໃຫ້​ລາ­ຄາ​ເໜັງ​ຕີງ​ນັ້ນ ແມ່ນ​ເກີດ​ມາ​ຈາກ 2 ປັດ​ໄຈ ຄື: ປັດ​ໄຈ​ພາຍ​ໃນ ແມ່ນ​ອັດ­ຕາ​ເງິນ​ເຟີ້​ໃນ​ເດືອນ​ພະ­ຈິກ 2019

ອັດ­ຕາ​ແລກ­ປ່ຽນ​ມີ​ການ​ປັບ​ຂຶ້ນ-ລົງ ການ​ສະ­ໜອງ​ເງິນ­ຕາ​ຕ່າງ­ປະ­ເທດ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ລາ­ຄາ​ນ້ຳ­ມັນ​ພາຍ​ໃນ​ປະ­ເທດ ປີ 2019 ມີ​ການ​ປັບ​ຂຶ້ນ-ລົງ ຈຳ­ນວນ 13 ຄັ້ງ ລາ­ຄາ​ໄຟ­ຟ້າ​ນຳ​ເຂົ້າ​ໃນ​ການ​ຜະ­ລິດ​ຍັງ​ສູງ ສ່ວນ​ປັດ​ໄຈ​ພາຍ​ອອກ ແມ່ນ​ຍັງ​ມີ​ການ​ນຳ​ເຂົ້າ​ຫົວ­ອາ­ຫານ ແລະ ສ່ວນ​ປະ­ສົມ​ຫົວ­ອາ­ຫານ ຢາ​ປ້ອງ​ກັນ​ພະ­ຍາດ​ຈາກ​ຕ່າງ­ປະ­ເທດ ລາ­ຄາ​ໝູ​ປະ­ເທດ​ອ້ອມ​ຂ້າງ​ມີ​ການ​ປັບ​ຂຶ້ນ​ລາ­ຄາ ແລະ ບັນ­ຫາ​ໂລກ­ລະ­ບາດ​ພະ­ຍາດ​ສັດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: