ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ຄອນທອງ ມະນີວອນ ຫົວໜ້າພະແນກແຜນການ-ການລົງທຶນ ແຂວງຫົວພັນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຫົວພັນຊຸດທີ I ວ່າ:

ໃນການຈັດຕັ້ງປະຕິບັດການລົງທຶນຂອງລັດຢູ່ພາຍໃນແຂວງຫົວພັນໃນປີ 2019 ຜ່ານມາແຂວງຫົວພັນໄດ້ຮັບທຶນອະນຸມັດຈາກສະພາທັງໝົດ 473 ໂຄງການມູນຄ່າ 188,12 ຕື້ກີບຈຳນວນໂຄງການດັ່ງກ່າວສ່ວນຫຼາຍແມ່ນໂຄງການສືບຕໍ່, ໂຄງການໄພພິບັດ ແລະໂຄງການຊຳລະໜີ້ສິນ,

ໃນນີ້ສາມາດສັ່ງຈ່າຍ ແລະຊຳລະໃຫ້ບໍລິສັດແລ້ວເປັນມູນຄ່າ 188,11 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກພາກສ່ວນຂັ້ນຕ່າງໆຂອງແຂວງ, ເມືອງທີ່ໄດ້ຮັບເປັນເຈົ້າຂອງໂຄງການພ້ອມກັນເອົາໃຈໃສ່ຊຸກຍູ້ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດໄດ້ມີຜົນສຳເລັດທຽບໃສ່ແຜນການປີປະຕິບັດໄດ້ 99,94%.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສ່ວນການລົງທຶນຂອງພາກເອກະຊົນທັງພາຍໃນ ແລະຕ່າງປະເທດມີນັກລົງທຶນເຂົ້າມາລົງທຶນໃນກິດຈະການເຊົ່າ ແລະສຳປະທານມີ 10 ໂຄງການ ມູນຄ່າ 72,14 ລ້ານໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ພຽງແຕ່ 48,09% ເນື່ອງຈາກວ່າການລົງທຶນສ່ວນຫຼາຍແມ່ນຢູ່ໃນໄລຍະສຶກສາສຳຫຼວດເປັນຈຳນວນຫຼາຍໂດຍສະເພາະແມ່ນຂະແໜງພະລັງງານ ແລະບໍ່ແຮ່, ການລົງທຶນເຂົ້າໃນພາກການບໍລິການ ແລະປູກຝັງ-ລ້ຽງສັດຍັງມີໜ້ອຍ.

ສຳລັບທຶນຊ່ວຍເຫຼືອລ້າເພື່ອການພັດທະນາໃນປີຜ່ານມາມີທັງໝົດ 61 ໂຄງການ ເປັນມູນຄ່າ 327,32 ຕື້ກີບ ທຽບໃສ່ແຜນການປີປະຕິບັດ 96,25%.

ຜົນສຳເລັດຂອງການປະຕິບັດບັນດາໂຄງການຕ່າງໆໄດ້ເຮັດໃຫ້ພື້ນຖານໂຄງລ່າງຂອງແຂວງຫົວພັນໄດ້ຮັບການພັດທະນາເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາ ຊົນນັບມື້ດີຂຶ້ນ ແລະຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ງຸດ ວິໄລຄຳ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Hits: 22

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້