Saturday, November 15, 2025
Kbank Laos โอน รับ จ่าย

ວິທີຂໍຂະມາ ພໍ່-ແມ່ ເລື່ອງສໍາຄັນທີ່ຜູ້ເປັນລູກຫຼານຄວນຮູ້!!!

ກ່ອນອື່ນຕ້ອງຂໍກ່າວວ່າ ການຂໍຂະມາ ພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ ເພື່ອຄວາມເປັນສິລິມົງຄຸນແກ່ຊີວິດນັ້ນ ແມ່ນສາມາດເຮັດໄດ້ທຸກເທດສະການ ບໍ່ແມ່ນແຕ່ສະເພາະ ມື້ປີໃຫມ່ເທົ່ານັ້ນ, ສໍາລັບການຂໍຂະມາຕໍ່ ພໍ່ແມ່ ນັ້ນ ເປັນສິ່ງທີ່ລູກຫລານ ທຸກຄົນຄວນເຮັດ, ເພາະໃນຫນຶ່ງປີ ທີ່ຜ່ານມາ ເຮົາບໍ່ອາດຈະຮູ້ໄດ້ວ່າ ມີສິ່ງໃດແດ່ທີ່ເຮົາໄດ້ເຮັດລົງໄປ ແລະ ເປັນເຫດໃຫ້ ພໍ່-ແມ່ ບໍ່ສະບາຍໃຈ, ບໍ່ວ່າຈະດ້ວຍເຈດຕະນາ ຫລື ບໍ່ກໍ່ຕາມ ແລະ ຍັງໄດ້ເປັນການສະແດງອອກເຖີງຄວາມມີຈິດສຳນຶກໃນບຸນຄຸນ ຂອງ ພໍ່-ແມ່ ທີ່ເພີ່ນໄດ້ລ້ຽງດູເຮົາມາອີກ.

ບຸກຄົນໃດທີ່ມີຈຸດປະສົງຢາກຂໍຂະມາໃນສິ່ງທີ່ເຮັດບໍ່ດີກັບ ພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ, ແຕ່ບໍ່ຮູ້ວິທີການ ຫລື ຂັ້ນຕອນໃນການປະຕິບັດ. ດັ່ງນັ້ນ ເຮົາລອງໄປເບິ່ງນໍາກັນເລີຍວ່າມັນຈະມີວິທີການແນວໃດແດ່.

ສິ່ງທີ່ຄວນກະກຽມໃນການຂໍຂະມາ.

  1. ດອກໄມ້, ທຽນ, ຝ້າຍມັດແຂນ.
  2. ຊ່ອງໃສ່ປັດໃຈ ຫລື ເງີນ (ບໍ່ໄດ້ກໍານົດ ຕາມກໍາລັງຂອງເຮົາ).
  3. ເສື້ອຜ້າ ອາພອນ ຫລື ອາດຈະເປັນ ຫມາກໄມ້-ອາຫານ ທີ່ ພໍ່ແມ່ ເຮົາມັກກໍ່ໄດ້.
  4. ຊາມ ຫລື ອ່າງ ໃສ່ນໍ້າສະອາດ, ດອກໄມ້, ນໍ້າອົບ-ນໍ້າຫອມ.
  5. ແພຜ້າທີ່ສະອາດ ເພື່ອກຽມໄວ້ເຊັດມື ແລະ ຕີນ.
  6. ຂັນ ຫລື ຈານ (ວາງທັບດ້ວຍຜ້າຂາວ).
  7. ສະຖານທີ່ເພື່ອເຮັດການຂໍຂະມາ, ຄວນເປັນບ່ອນກາງແຈ້ງ ທີ່ມີອາກາດປອດໂປ່ງ.

ຫມາຍເຫດ 1 : ຖ້າຫາກທ່ານບໍ່ສາມາດທີ່ຈະກະກຽມຄວາມພ້ອມທັງຫລາຍ ດັ່ງທີ່ໄດ້ກ່າວມາໄດ້ນັ້ນ ທ່ານກໍ່ສາມາດກະທຳໄດ້ເລີຍດ້ວຍການ ຕັ້ງຈິດ, ຕັ້ງໃຈ ແລ້ວກ່າວຄໍາສົມມາລາໂທດ ທີ່ຈະໄດ້ບອກໄວ້ໃນຂັ້ນຕອນຕໍ່ໄປນີ້ໄດ້ເລີຍ.

ຂັ້ນຕອນໃນການຂໍຂະມາ ພໍ່-ແມ່.

  1. ໃຫ້ ພໍ່ກັບແມ່ ນັ່ງລົງເທິງຕັ່ງ ຫລື ໂຊຟາ ໃນຂະນະທີ່ເຮົານັ່ງຢູ່ພື້ນ (ບ່ອນທີ່ຕໍ່າກວ່າ) ພ້ອມກົ້ມກາບເພີ່ນ ສາມເທື່ອ.
  2. ການຂໍຂະມາ ພໍ່-ແມ່ ໃຫ້ເຮົາອາທິຖານຈິດ ບອກເຖີງສິ່ງສັກສິດທີ່ເຮົາເຄົາລົບ ແລະ ສັກກະລະບູຊາ ດັ່ງນີ້.
    ແດ່ ອົງພະສຳມາພະພຸດທະເຈົ້າ ລູກຊື່ ……… ມື້ນີ້ ລູກຕັ້ງໃຈຈະມາຂໍຂະມາ, ຂໍອະໂຫຊິກໍາ ຈາກຄຸນພໍ່, ຄຸນແມ່… ຂໍອົງພະສໍາມາພະພຸດທະເຈົ້າ ຂໍຈົ່ງເປັນພະຍານໃຫ້ລູກດ້ວຍເທີນ.
  3. ໃຫ້ ຍົກຕີນຂອງທ່ານມາລ້າງໃນອ່າງ ນໍ້າອົບ-ນໍ້າຫອມ ທີ່ໄດ້ກະກຽມໄວ້, ໂດຍຂະນະທີ່ລ້າງຕີນໃຫ້ເພີ່ນຢູ່ນັ້ນ ກໍ່ໃຫ້ກ່າວ ຂໍຂະມາກຳໃນສິ່ງທີ່ເຮົາໄດ້ເຄີຍລ່ວງເກີນເພີ່ນ ທັງໃນອາດີດທີ່ຜ່ານມາ ແລະ ໃນອານາຄົດທີ່ອາດຈະບໍ່ຮູ້ໄດ້ ທັງທາງກາຍ ຫລື ທາງໃຈ ກໍ່ດີ ໃນສິ່ງທີ່ເຮັດໃຫ້ ພໍ່-ແມ່ ບໍ່ສະບາຍໃຈ ລູກຂໍໃຫ້ ພໍ່-ແມ່ ເອົາໂຫຊິກຳໃຫ້ ໃນສິ່ງທີ່ລູກໄດ້ຮັດຜິດໄປນັ້ນດ້ວຍ.
  4. ຫລັງຈາກທີ່ເຮົາລ້າງຕີນ ແລະ ກ່າວຄໍາຂໍໂທດໃຫ້ເພີ່ນໄປແລ້ວນັ້ນ ກໍ່ໃຫ້ນໍາຕີນຂອງເພີ່ນວາງໄວ້ເທິງຂາຂອງເຮົາ ເຊິ່ງມີຜ້າແພຮອງໄວ້ ທີ່ເຮົາໄດ້ກະກຽມໄວ້ນັ້ນ ຫລັງຈາກນັ້ນກໍ່ໃຫ້ເຊັດຕີນຂອງເພີ່ນໃຫ້ແຫ້ງ ສະອາດ.
  5. ຫລັງຈາກນັ້ນກໍ່ໃຫ້ນໍາ ຂັນທີ່ເຮົາໄດ້ກະກຽມ ພ້ອມທັງປັດໃຈ ແລະ ເສື້ອຜ້າອາພອນ ຕ່າງໆ ເຫລົ່ານັ້ນ ມາມອບໃຫ້ເພີ່ນ ແລະ ກໍ່ຂໍໃຫ້ເພີ່ນມັດແຂນເພື່ອຄວາມເປັນສີລິມຸງຄຸນຕໍ່ຕົວເຮົາ.

ຫມາຍເຫດ 2: ໃນກໍລະນີທີ່ ພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ ບໍ່ຢູ່ແລ້ວ ຫລື ມີເຫດໃຫ້ບໍ່ໄດ້ຢູ່ຮ່ວມກັນ ເຮົາກໍ່ສາມາດ ເຮັດການຂໍຂະມາ ຕໍ່ກັບ ຜູ້ອາວຸໂສ້ ຫລື ຄູບາ-ອາຈານ ທີ່ເຮົາໄດ້ເຄົາລົບຮັກແທນກໍ່ໄດ້ເຊັ່ນກັນ.

ວິທີການ ຫລື ຂັ້ນຕອນຕ່າງໆ ທີ່ທາງພວກເຮົາໄດ້ຄັດຈ້ອນມາເປັນຕົວຢ່າງໃຫ້ແກ່ທຸກຄົນທີ່ກຳລັງສົນໃຈອ່ານຢູ່ໃນຂະນະນີ້ ເປັນພຽງ ແນວທາງລວມໆໃຫ້ເຮົາໄດ້ປະພຶດ, ປະຕິບັດເທົ່ານັ້ນ ເຊີ່ງແນ່ນອນວ່າຢູ່ໃນແຕ່ລະທ້ອງຖີ່ນອາດຈະໃຊ້ແຕກຕ່າງກັນອອກໄປ, ຖ້າມີຄວາມຜິດພາດປະການໃດທາງພວກເຮົາກໍ່ຂໍອາໄພມາໃນທີ່ນີ້ດ້ວຍ.

     ສຸດທ້າຍນີ້  ພວກເຮົາຂໍຢໍ້າອີກເທື່ອຫນຶ່ງເລື່ອງການທີ່ຈະຕອບແທນບຸນຄຸນຂອງ ພໍ່-ແມ່ ທີ່ໄດ້ຜົນຢ່າງດີທີ່ສຸດນັ້ນ ຂໍພຽງແຕ່ໃຫ້ເຮົາປະຕິບັດຕົນເປັນລູກທີ່ດີ, ມີຄວາມກະຕັນຍູ ກະຕະເວທີ ເທົ່ານີ້ກໍ່ເປັນສິ່ງທີ່ດີໃນຄວາມຮູ້ສຶກຂອງເພີ່ນແລ້ວ.

ແຫຼ່ງຂໍ້ມູນ: Khaopun silk

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.