Friday, July 11, 2025
Kbank Laos โอน รับ จ่าย

ອອກເດີນທາງແລ້ວ! ເຍົາວະຊົນລາວ ຮ່ວມຄັດເລືອກຊິງທຶນການສຶກສາ ແລະ ຝຶກບານເຕະ ທີ່ສະຫະລັດອາເມລິກາ

ທີ່ສະໜາມບິນສາກົນວັດໄຕ ເຍົາວະຊົນຂອງສະໂມສອນ ລ໋ອບ ສະເຕດ້ຽມ ແລະ ສະໂມສອນ ນະຄອນຫຼວງ ຈຳນວນ 11 ຄົນ ຮ່ວມຄັດເລືອກຊີງທຶນການສຶກສາ ແລະ ຝຶກກິລາບານເຕະ ລຸ້ນໂຄຕ້າຂອງໂຄງການ U.S. COLLEGE SPORTS CAMP ASIA TRY OUT ເຊິ່ງເປັນໂຄງການທີ່ເລືອກເອົານັກກິລາດີເດັ່ນທີ່ດີທີ່ສຸດ 1 ຄົນ ໃນແຕ່ລະຮຸ່ນ ໄປຝຶກບານເຕະ ແລະ ສຶກສາຕໍ່ທີ່ ສະຫະລັດອາເມຣິກາ ເຊິ່ງຈະຈັດຂຶ້ນທີ່ສະໜາມກີລາແຫ່ງຊາດປະເທດໄທ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 15-16 ກຸມພາ 2020.

ສຳລັບທ້າວ ຄູນທະວີ ທອງມະນີ ກໍເປັນໜຶ່ງນັກກິລາທີ່ຕິດ 1 ໃນ 11 ຄົນ ບອກວ່າ: ຫຼານໄດ້ເຕະມາຕັ້ງແຕ່ອາຍຸ 7 ປີ ປັດຈຸບັນ ກໍອາຍຸ 13 ປີແລ້ວ ຮູ້ສືກເປັນກຽດ ແລະ ພາກພູມໃຈຫຼາຍ ທີ່ໄດ້ຕາງໜ້າເຍົາວະຊົນລາວ ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະ ຂໍຂອບໃຈມາຍັງໂຮງຮຽນນິລະດາ ແລະ ຄອບຄົວ

ໂດຍສະເພາະແມ່ນພໍ່ ເຊິ່ງຍາມໃດກໍໄດ້ທຸ້ມເທສົ່ງເສີມຕະຫຼອດມາ ຂໍໃຫ້ເຊື່ອໝັ້ນວ່າ ລູກຈະຕັ້ງໃຈ ແລະ ທຸ້ມເທຢ່າງສຸດຄວາມສາມາດ ສົມດັ່ງເຫື່ອແຮງພໍ່ທີ່ໄດ້ຊຸກຍູ້ລູກມີປະສົບການໄລຍະທີ່ຜ່ານມາ ກໍຄື ກຽມສະພາບຮ່າງກາຍ, ເທັກນິກທັກສະທີ່ຮຽນມາ ເພື່ອນຳໃຊ້ໃຫ້ເກີດເປັນໂຫຍດສູງສຸດ ກໍຄື ເຂົ້າຮ່ວມຍາດໂຄຕ້າໃນຄັ້ງນີໃຫ້ໄດ້.

ສ່ວນທ້າວ ດູລະໄນ ແກ້ວມະນິວົງ ກໍໄດ້ບອກວ່າ:

ຫຼານຮູ້ສືກດີ ແລະ ພາກພູມໃຈຫຼາຍທີ່ຖືກເລືອກໃຫ້ໄປເຂົ້າຮ່ວມຄັດເລືອກຊີງທຶນການສຶກສາໃນຄັ້ງນີ້ ສະນັ້ນ ເພື່ອເຮັດໃຫ້ປະສົບຜົນສຳເລັດ ໃຫ້ໄດ້ຕິດ 1 ໃນ 3 ກໍຈະນຳໃຊ້ຄວາມສາມາດຂອງຕົນເອງທີ່ໄດ້ຮຽນຮູ້ມາແຕ່ນ້ອຍ ກໍຄື ທັກສະໃນການຈັບບານ ສົ່ງບານ ແລະ ສະແດງເທັກນິກ, ທັກສະຕ່າງໆ ເພື່ອສະແດງໃນກິດຈະກຳໃນຄັ້ງນີ້ ໃຫ້ເພີ່ນໄດ້ເຫັນ ແລະ ຮັບຮູ້ ວ່າເດັກນ້ອຍຄົນລາວ ກໍມີຄວາມສາມາດບໍ່ແພ້ເດັກນ້ອຍຄົນຈາກຊາດໃດໆ.

ຂະນະທີ່ ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ ນັກເຕະຮຸ່ນສືບທອດ ອາຍຸ 12 ປີ ຂອງສະໂມສອນ ລ໋ອບສະເຕດ້ຽມ ກໍໄດ້ບອກວ່າ:

ນີ້ເປັນຄັ້ງທຳອິດຂອງຫຼານ ທີ່ໄດ້ເຂົ້າຮ່ວມກິດຈະກຳດີໆແບບນີ້ ສະນັ້ນ ເພື່ອບໍ່ໃຫ້ເສຍໂອກາດ ກໍຈະນຳໃຊ້ບົດຮຽນທີ່ຄູຝືກໄດ້ຖ່າຍທອດໃຫ້ທັງໝົດ ນຳໄປສະແດງຢ່າງສຸດຄວາມສາມາດ ເພື່ອໃຫ້ໄດ້ຮັບໂຄຕ້າໄປສືກສາຕໍ່ທີ່ອາເມລິກາ ຂໍກຳລັງໃຈຈາກຄອບຄົວ ເພື່ອສົ່ງແຮງໃຈມາເຊຍລູກດ້ວຍ ແລ້ວ ລູກຈະເຮັດໃຫ້ພໍ່ແມ່ບໍ່ຜິດ ຫວັງ.

ແຫຼ່ງຂໍ້ມູນ: Lao su su ລາວ ສູ້ ສູ້

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.