Saturday, February 15, 2025

ຊົມເຊີຍ! 53 ບໍລິສັດ ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019

ພິ­ທີ​ມອບ​ລາ­ງວັນ​ທຸ­ລະ​ກິດ​ຊັ້ນ​ນຳ​ດີ­ເດັ່ນ ປະ­ຈຳ​ປີ 2019 ຈັດ​ຂຶ້ນຢູ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ເຊິ່ງ​ມອບ​ໂດຍ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ​ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ດາວ​ວອນ  ພະ­ຈັນ​ທະ​ວົງ ຮອງ​ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ກ່າວ​ວ່າ: ເພື່ອ​ເປັນ​ການ​ຊຸກ­ຍູ້ ແລະ ສົ່ງ­ເສີມ​ບັນ­ດາ​ທຸ­ລະ​ກິດ​ລາວ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ສາ­ມາດ​ເປັນ​ກຳ­ລັງ​ແຮງ​ໃນ​ການ​ເສີມ​ສ້າງ​ທຸ­ລະ​ກິດ​ທີ່​ຍືນ​ຍົງ ທັງ​ເຮັດ​ໃຫ້​ທຸ­ລະ​ກິດ​ລາວ​ເປັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເປັນ​ທີ່​ຮູ້­ຈັກ​ທັງ​ພາຍ ແລະ ຕ່າງ­ປະ­ເທດ ກ້າວ​ໄກ​ໄປ​ສູ່​ພາກ​ພື້ນ ແລະ ສາ­ກົນ

ການ​ຍ້ອງ­ຍໍ​ຄັ້ງ​ນີ້ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ພາກ­ສ່ວນ​ທຸ­ລະ​ກິດ 64 ບໍ­ລິ­ສັດ ໃນ​ນີ້ ໄດ້​ຮັບ​ລາ­ງວັນ 53 ບໍ­ລິ­ສັດ ທີ່​ມີ​ຜົນ­ງານ​ດີ­ເດັ່ນ​ໃນ​ການ​ພັດ­ທະ­ນາ ແລະ ຂະ­ຫຍາຍ​ທຸ­ລະ​ກິດ​ທີ່​ໄດ້​ມາດ­ຕະ­ຖານ ປະ­ກອບ­ສ່ວນ​ໃນ​ການ​ເສຍ​ພັນ­ທະ​ໃຫ້​ລັດ­ຖະ­ບານ ທັນ​ຕາມ​ກຳ­ນົດ​ເວ­ລາ.

ທ່ານ ສົມ​ດີ ດວງ​ດີ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຜົນ­ງານ​ຂອງ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ໂດຍ​ສະ ເພາະ 53 ບໍ­ລິ­ສັດ ທີ່​ໄດ້​ຮັບ​ລາ­ງວັນ​ຄັ້ງ​ນີ້ ເຊິ່ງ​ໄລ­ຍະ​ຜ່ານ​ມາ ພັກ-ລັດ­ຖະ­ບານ ໄດ້​ພະ­ຍາ­ຍາມ​ປັບ­ປຸງ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ໃຫ້​ມີ​ຄວາມ​ສະ­ດວກ ແລະ ຊຸກ­ຍູ້​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ

ພ້ອມ​ນີ້ ທ່ານ​ຍັງ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ບັນ­ດາ​ນັກ­ທຸ­ລະ­ກິດ ສືບ­ຕໍ່​ເອົາ­ໃຈ­ໃສ່​ພັດ­ທະ­ນາ​ທຸ­ລະ​ກິດ​ຂອງ​ຕົນ ໂດຍ​ນຳ​ໃຊ້​ທ່າ­ແຮງ​ທີ່​ມີ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ເພື່ອ​ສົ່ງ­ເສີມ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ກາງ ໃຫ້​ທຽບ​ເທົ່າ​ກັບ​ພາກ​ພື້ນ ແລະ ສາ­ກົນ ປະ­ກອບ­ສ່ວນ​ໃນ​ການ​ປະ­ຕິ­ບັດ​ພັນ­ທະ​ລະ­ບຽບ​ກົດ­ໝາຍ​ໃຫ້​ທັນ​ເວ­ລາ ຄົບ​ຖ້ວນ ແລະ ຢ່າງ​ເຂັ້ມ​ງວດ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.